10 ຄຳເວົ້າຂອງຄົນເປັນພໍ່ແມ່ ຈະຊ່ວຍເສີມສ້າງພະລັງບວກໃຫ້ລູກໄດ້

ພໍ່ແມ່ທຸກຄົນຈຶ່ງພະຍາຍາມທີ່ຈະເວົ້າດ້ວຍນຳ້ສຽງອ່ອນນ້ອມ ແລະ ເວົ້າແຕ່ສິ່ງດີໆກັບລູກ ໂດຍໜ້ອຍຄົນທີ່ຈະເວົ້າບໍ່ມ່ວນກັບລູກ ເຊິ່ງສິ່ງໜຶ່ງທີ່ຮັບຮູ້ໄດ້ມັນຄື ສັນຊາດຕະຍານຂອງຄົນເປັນພໍ່ ແລະ ແມ່ແນ່ນອນ. ດັ່ງນັ້ນ, ລອງມາເບິ່ງກັນວ່າ 10 ຄຳເວົ້າດີໆທີ່ລູກຢາກໄດ້ຍິນຈາກພໍ່ແມ່ນັ້ນມີຫຍັງແດ່.
- ລູກເປັນຄົນດີຂອງພໍ່ກັບແມ່ : ພໍ່ແມ່ທຸກຄົນຄວນເຂົ້າໃຈທຳມະຊາດຂອງເດັກກ່ອນວ່າເດັກທຸກຄົນຢາກໄດ້ຮັບຄຳຍ້ອງຍໍຊົມເຊີຍ ແລະ ຢາກໄດ້ຍິນຄຳຢັ້ງຢືນຈາກພໍ່ແມ່ທຸກເທື່ອວ່າເຂົາເປັນລູກທີ່ດີພໍຫລືບໍ່. ດັ່ງນັ້ນ, ຫາກລູກເປັນເດັກດີ, ມີນຳ້ໃຈ, ໜ້າຮັກກັບທຸກຄົນ ພໍ່ແມ່ກໍຄວນຍ້ອງຍໍຊົມເຊີຍລູກແດ່ ວ່າລູກເປັນເດັກດີຂອງພໍ່ ແລະ ແມ່ຫລາຍ ເພາະການທີ່ລູກໄດ້ຍິນຄຳເວົ້າເຫລົ່ານີ້ ມັນຈະເຮັດໃຫ້ລູກເຫັນຄຸນຄ່າໃນໂຕເອງຫລາຍຂຶ້ນ ແລະ ເປັນການສ້າງຄວາມສຳພັນທີ່ດີໃນຄອບຄົວນຳອີກ.
- ພໍ່ກັບແມ່ພູມໃຈໃນໂຕລູກຫລາຍ : ມັນອາດມີບາງຢ່າງທີ່ເຮັດໃຫ້ພໍ່ແມ່ພູມໃຈໃນໂຕລູກຫລາຍເປັນພິເສດ ບໍ່ວ່າຈະເປັນການສະແດງຄວາມເປັນສຸພາບບູລຸດ, ມີນຳ້ໃຈ ຫລື ສະແດງຄວາມສາມາດພິເສດໃຫ້ເຫັນຢູ່ສະເໝີ, ພໍ່ແມ່ທຸກຄົນຄວນລອງນຶກເບິ່ງດີໆວ່າຈຸດເດັ່ນຂອງລູກແມ່ນຫຍັງ ແລ້ວສິ່ງໃດທີ່ເຮັດໃຫ້ພໍ່ແມ່ພູມໃຈໃນໂຕເຂົາ ກໍໃຊ້ໄລຍະເວລາດີໆບອກໃຫ້ລູກໄດ້ຮັບຮູ້ແດ່ວ່າພໍ່ກັບແມ່ພູມໃຈໃນໂຕລູກຫລາຍປານໃດ ເພາະຄຳເວົ້າພຽງບໍ່ເທົ່າໃດຄຳນີ້ ມັນຈະປ່ຽນເປັນພະລັງ ແລະ ກຳລັງໃຈໃຫ້ລູກໄດ້ຢ່າງມະຫັດສະຈັນ.
- ພໍ່ກັບແມ່ຮັກລູກຫລາຍ : ແນ່ນອນວ່າລູກແມ່ນດວງໃຈຂອງພໍ່ແມ່, ແຕ່ການທີ່ຖືເບົາຄຳເວົ້າງ່າຍໆ ແລະ ມີຄ່າປານນີ້ ມັນກໍເປັນສິ່ງຜິດພາດອັນຍິ່ງໃຫຍ່ພໍສົມຄວນ ເພາະຫລາຍຄົນບໍ່ມີໂອກາດທີ່ຈະບອກຮັກລູກໃນວິນາທີສຸດທ້າຍເລີຍກໍມີ. ໃນທາງກົງກັນຂ້າມກັນ ບໍ່ວ່າຈະເປັນລູກ ຫລື ພໍ່ແມ່ ລວມໄປເຖິງທຸກຄົນ ກໍຄວນໃຫ້ຄວາມສຳຄັນກັບຄວາມຮັກ ແລະ ຄຳເວົ້າໄປພ້ອມໆກັນ ກ່ອນທີ່ພໍ່ແມ່ຈະບໍ່ມີລູກໃຫ້ບອກຮັກ ຫລື ລູກບອກຮັກໃນມື້ທີ່ສາຍເກີນໄປ ທັງນີ້ຢ່າເມົາແຕ່ສະແດງຄວາມຮັກ ແລະ ເຊື່ອວ່າລູກຮູ້ຢູ່ແລ້ວວ່າພໍ່ແມ່ຮັກລູກຫລາຍປານໃດ ເພາະບາງເວລາຄຳເວົ້າກໍສຳຄັນບໍ່ໜ້ອຍກ່ວາການກະທຳຄືກັນ ດັ່ງນັ້ນ ບອກຮັກລູກແດ່ ເຂົາຈະໄດ້ຮູ້ວ່າຄວາມຈິງແລ້ວພໍ່ແມ່ຮັກລູກຫລາຍປານໃດ.
- ພໍ່ກັບແມ່ເຊື່ອໝັ້ນໃນໂຕລູກສະເໝີ : ໄລຍະເວລາໜຶ່ງ ໂດຍສະເພາະເມື່ອລູກເລີ່ມເຂົ້າສູ່ໄວໜຸ່ມສາວ ຄວາມປ່ຽນແປງຫລາຍໆຢ່າງອາດເຂົ້າມາຈົນພໍ່ແມ່ຕັ້ງໂຕບໍ່ທັນ, ລູກອາດສູນເສຍຄວາມໝັ້ນໃຈໃນການຕັດສິນໃຈ ຫລື ລົງມືເຮັດສິ່ງໃດສິ່ງໜຶ່ງ ຫາກໃຜເຄີຍພົບບັນຫາລູກຢູ່ໃນໄລຍະເວລາສັບສົນແບບນີ້ ລອງຖາມຕົນເອງເບິ່ງວ່າ ເຄີຍເສຍສະຫລະເວລາບອກລູກແດ່ຫລືບໍ່ວ່າ ພໍ່ກັບແມ່ເຊື່ອໝັ້ນໃນໂຕລູກຫລາຍປານໃດ ບໍ່ວ່າຈະເກີດຫຍັງຂຶ້ນ ພໍ່ແລະແມ່ກໍຈະຢູ່ຄຽງຂ້າງລູກສະເໝີ.
- ພໍ່ກັບແມ່ສະໜັບສະໜູນລູກສະເໝີ : ພໍ່ແມ່ທຸກຄົນຄວນຄຳນຶງຢູ່ສະເໝີວ່າ ລູກບໍ່ແມ່ນເຮົາ ເຮົາບໍ່ແມ່ນລູກ ເພາະສະນັ້ນແລ້ວຢ່າເອົາລູກໄປປຽບທຽບກັບຕົນເອງສະໄໝຍັງເປັນເດັກນ້ອຍ ບາງຢ່າງທີ່ພໍ່ແມ່ມັກ ລູກອາດບໍ່ມັກ, ວິໄສທັດທີ່ຕ່າງກັນ ຖ້າບໍ່ເຂົ້າໃຈກັນກໍເຮັດໃຫ້ມີບັນຫາກັນໄດ້ ແລະ ຫາກເດັກບາງຄົນຖືກບັງຄັບຫລາຍໆກໍຈະຮູ້ສຶກວ່າເຂົາບໍ່ມີຄວາມເປັນສ່ວນໂຕ, ໄຮ້ອິດສະຫລະພາບ, ທໍ້ໃຈ ແລະ ບໍ່ມີຄວາມໝັ້ນໃຈໃນໂຕເອງ, ຂະນະທີ່ບາງຄົນໃຫຍ່ມາໃນຄອບຄົວນັກກົດໝາຍ ແຕ່ຢາກເປັນນັກຂຽນ ຫລື ບາງຄົນມີຄວາມຕ້ອງການໃຊ້ຊີວິດຕາມທີ່ຢາກເປັນ ບໍ່ວ່າເຂົາຈະເລືອກເປັນແນວໃດ ຫາກສິ່ງທີ່ເຂົາຕັດສິນໃຈນັ້ນເປັນສິ່ງທີ່ດີ ພໍ່ແມ່ກໍຄວນສະໜັບສະໜູນພວກເຂົາ ພຽງແຕ່ບອກວ່າ ພໍ່ກັບແມ່ຍັງຄົງເຂົ້າໃຈ ແລະ ສະໜັບສະໜູນລູກທຸກເມື່ອ ຖ້າສິ່ງນັ້ນມັນເປັນສິ່ງທີ່ດີ ແລະ ລູກຕ້ອງການ.
- ພໍ່ກັບແມ່ຍອມຮັບໃນສິ່ງທີ່ລູກເປັນ : ເມື່ອລູກເລີ່ມໃຫຍ່ຂຶ້ນຫລາຍເທົ່າໃດ ເຂົາຍິ່ງຕ້ອງການໆຍອມຮັບຈາກພໍ່ ແລະ ແມ່ຫລາຍຂຶ້ນເທົ່ານັ້ນ. ໃນຄວາມເປັນຈິງແລ້ວ ລູກມັກຈະພະຍາຍາມເຮັດທຸກຢ່າງເພື່ອໃຫ້ພໍ່ແມ່ຍອມຮັບໃນໂຕເຂົາ ບໍ່ວ່າຈະເປັນເລື່ອງການຕັດສິນໃຈໃນຄວາມຮັກໄວເດັກ ແລະ ການກະທຳຕ່າງໆທີ່ລູກອາດມີພຶດຕິກຳຫັກເຫ ເຖິງວ່າພໍ່ແມ່ຈະຄອຍເບິ່ງຢູ່ຫ່າງໆ ແລະ ການທີ່ລູກຮູ້ວ່າພໍ່ແມ່ຍອມຮັບໃນສິ່ງທີ່ລູກເປັນ ແລະ ເລືອກແລ້ວນັ້ນ ສະແດງໃຫ້ເຫັນວ່າພໍ່ແມ່ບໍ່ໄດ້ຖືເບົາແຕ່ຢ່າງໃດ ທັງຍັງຄົງຮັກ ແລະ ເຂົ້າໃຈຢູ່ສະເໝີ ພຽງແຕ່ພໍ່ແມ່ນັ້ນບອກກັບລູກວ່າ ພໍ່ແມ່ເຂົ້າໃຈ ແລະ ຍອມຮັບລູກສະເໝີ ບໍ່ວ່າລູກຈະເປັນແນວໃດກໍຕາມ.
- ພໍ່ກັບແມ່ຂໍໂທດ : ບາງເທື່ອການຂໍໂທດມັນອາດເປັນສິ່ງທີ່ເຮັດຍາກທີ່ສຸດທີ່ຈະເວົ້າ ແລ້ວຍິ່ງຄົນສ່ວນຫລາຍມັກໃຫ້ຄວາມສຳຄັນກັບຄວາມເປັນພໍ່ ແລະ ແມ່ອ່າວສູງ ດັ່ງນັ້ນ ຫາກພໍ່ແມ່ເຮັດຜິດ ກໍຈະຄິດກັນແຕ່ພຽງແຕ່ວ່າ ພໍ່ແມ່ບໍ່ຄວນທີ່ຈະຂໍໂທດລູກ ຍິ່ງຄົນເປັນພໍ່ນຳແລ້ວອາດຈະຍາກຂຶ້ນຕື່ມອີກ ທີ່ຈະກ່າວຄຳວ່າ ຂໍໂທດກັບລູກ. ແນວໃດກໍຕາມ, ຄຳຂໍໂທດຈາກພໍ່ແມ່ນັ້ນ ລູກໆເອງກໍຄວນມີເຫດຜົນ ແລະ ຮູ້ຈັກບາບບຸນຄຸນໂທດນຳ ເພາະລູກບໍ່ມີສິດທີ່ຈະຂຶ້ນສຽງ ຫລື ອອກຄຳສັ່ງກັບພໍ່ແມ່ ບໍ່ວ່າຈະປະການໃດກໍຕາມ ທັງນີ້ການທີ່ພໍ່ແມ່ກ່າວຄຳຂໍໂທດກັບລູກ ເມື່ອເຮັດຜິດພາດນັ້ນ ບໍ່ໄດ້ໝາຍຄວາມວ່າລູກຈະດູຖູກດູໝິ່ນຄວາມເປັນພໍ່ແມ່. ໃນມທາງກົງກັນຂ້າມ ການທີ່ພໍ່ແມ່ຍອມຮັບ ແລະ ກ້າຂໍໂທດລູກນັ້ນ ມັນຍັງເຮັດໃຫ້ທຸກຄົນຮຽນຮູ້ທີ່ຈະເຄົາລົບຕົນເອງ ເພາະກ້າທີ່ຈະຍອມຮັບໃນສິ່ງທີ່ເຮັດລົງໄປ ທັງຍັງເຄົາລົບຄວາມຮູ້ສຶກຂອງຜູ້ອື່ນນຳ.
- ເຖິງພໍ່ແມ່ຈະແຍກທາງກັນ, ແຕ່ລູກບໍ່ຈຳເປັນຕ້ອງເລືອກຮັກ : ຂໍ້ນີ້ຈະດີສຳລັບຄອບຄົວທີ່ພໍ່ແມ່ມີເຫດທີ່ຕ້ອງເລີກລາຢ່າຮ້າງກັນໄປ ເຮັດໃຫ້ເດັກຕົກຢູ່ໃນຄວາມສັບສົນ ເລືອກວ່າຈະຕ້ອງຢູ່ກັບໃຜ ເຊິ່ງໃນໄລຍະເວລາຂອງຄວາມສັບສົນຂອງການເລືອກຝັ່ງຂອງພໍ່ ແລະ ແມ່ແລ້ວ ລູກບາງຄົນທີ່ຕົກຢູ່ໃນເຫດການແບບນັ້ນອາດຈະຕ້ອງເລືອກນຳວ່າຈະຮັກໃຜ ເຊິ່ງພໍ່ແມ່ສ່ວນຫລາຍມັກຈະກີດກັນລູກບໍ່ໃຫ້ລູກພົບກັບອີກຝ່າຍໜຶ່ງ ເຊັ່ນ : ຫາກລູກຢູ່ກັບແມ່ ແມ່ມັກຈະສອນໃຫ້ຮັກແມ່, ແຕ່ຊັງພໍ່ ຫລື ຫາກຢູ່ກັບພໍ່ ກໍຕ້ອງຮັກພໍ່ ແລະ ຊັງແມ່ ເປັນຕົ້ນ. ດັ່ງນັ້ນ ບໍ່ວ່າຈະເປັນພໍ່ ຫລື ແມ່ ເຖິງວ່າໃນທີ່ສຸດແລ້ວຈະບໍ່ໄດ້ຢູ່ນຳກັນ ແຕ່ກໍບໍ່ຄວນບັງຄັບລູກໃຫ້ຮັກໃຜຄົນໃດຄົນໜຶ່ງເທົ່ານັ້ນ ເພາະແນວໃດພໍ່ກັບແມ່ກໍເປັນບຸກຄົນທີ່ສຳຄັນທີ່ສຸດໃນຊີວິດຂອງລູກ.
- ລູກແມ່ນຄົນສຳຄັນຂອງພໍ່ກັບແມ່ : ຄວາມຈິງແລ້ວຂໍ້ນີ້ອາດເປັນຄຳທີ່ສຳຄັນເປັນອັນດັບທຳອິດ ໃນເມື່ອຄວາມເປັນຈິງແລ້ວ ລູກແມ່ນຄົນສຳຄັນ ແລະ ຄົນພິເສດສຳລັບພໍ່ແມ່, ແຕ່ຈະມີຈັກເທື່ອທີ່ພໍ່ແມ່ໄດ້ບອກໃຫ້ລູກຮັບຮູ້ຈາກປາກຂອງພໍ່ແມ່ເອງ ເຊື່ອວ່າຫາກໄດ້ເວົ້າໃຫ້ລູກຮູ້ ສິ່ງທີ່ຈະໄດ້ຮັບກັບມານັ້ນມັນຍ່ອມມີຄ່າມະຫາສານຫລາຍກ່ວາສິ່ງໃດໆ ເພາະມັນແມ່ນສາຍໄຍຄວາມຮັກລະຫ່ວາງພໍ່ແມ່ ແລະ ລູກ. ທັງນີ້ພໍ່ແມ່ທຸກຄົນຄວນກອດລູກແດ່ ໂດຍສະເພາະເມື່ອລູກເລີ່ມໃຫຍ່ຂຶ້ນ ຢ່າໃຫ້ໄວທີ່ປ່ຽນໄປມາເຮັດໃຫ້ໄລຍະຫ່າງຂອງພໍ່ແມ່ລູກຫ່າງກັນຈົນຮູ້ສຶກວ່າການກອດນັ້ນເປັນເລື່ອງແປກ. ດັ່ງນັ້ນ, ການກອດລູກແໜ້ນໆ ແລ້ວບອກວ່າເຂົາສຳຄັນຫລາຍປານໃດ ເຖິງຈະໃຊ້ເວລາພຽງບໍ່ເທົ່າໃດນາທີ ແຕ່ມັນຈະເປັນຄວາມຊົງຈຳທີ່ຄົນເປັນພໍ່ແມ່ ແລະ ລູກບໍ່ມີວັນລືມໄດ້ເລີຍ.
- ພໍ່ກັບແມ່ບໍ່ໄດ້ໝາຍຄວາມວ່າແນວນັ້ນ … ບາງເທື່ອພໍ່ແມ່ອາດຈະເວົ້າຫຍັງບາງຢ່າງທີ່ລູກຟັງແລ້ວຮູ້ສຶກເສຍໃຈກັບຄຳເວົ້າເຫລົ່ານັ້ນ ໂດຍທີ່ໃນຄວາມເປັນຈິງແລ້ວ ພໍ່ແມ່ອາດເວົ້າໄປໂດຍທີ່ບໍ່ໄດ້ຄິດວ່າລູກຈະເສຍໃຈກັບສິ່ງທີ່ເວົ້າອອກໄປ. ດັ່ງນັ້ນ, ຫາກພໍ່ແມ່ຮູ້ວ່າລູກເສຍໃຈກັບສິ່ງທີ່ໄດ້ເວົ້າອອກໄປ ກໍຄວນອະທິບາຍໃຫ້ລູກເຂົ້າໃຈ ວ່າໝາຍຄວາມວ່າແນວໃດກັນແທ້ ຢ່າໃຫ້ລູກເຂົ້າໃຈຜິດໆ, ແຕ່ທາງທີ່ດີກໍຄວນລົມກັນໃຫ້ຈະແຈ້ງຕັ້ງແຕ່ທຳອີດຈະດີກ່ວາ.

