ເມືອງດາກຈຶງ ແຂວງເຊກອງ ປະສົບຜົນສຳເລັດການພັດທະນາຊົນນະບົດ

ພາຍຫລັງພັກ ແລະ ລັດຖະບານໄດ້ສຸມໃສ່ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກທົ່ວປະເທດ ໂດຍສະເພາະ 47 ເມືອງທຸກຍາກ ໂດຍເມືອງດາກຈຶງກໍນອນໃນເປົ້າໝາຍ. ຂະນະທີ່ຜ່ານມາ, ອົງຄະນະພັກເມືອງດັ່ງກ່າວ ໄດ້ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ນິຕິກຳຕ່າງໆແຕ່ລະໄລຍະຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ແທດເຖິງຮາກຖານ ໂດຍຫລັກແລ້ວຖືເອົາການແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງ, ການຈັດສັນພູມລຳເນົາ ແລະ ອາຊີບ, ເຕົ້າໂຮມບ້ານນ້ອຍຢູ່ກະແຈກກະຈາຍກາຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແນໃສ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຮອບດ້ານ ເປັນໃຈກາງດ້ານການເມືອງ, ເສດຖະກິດ ແລະ ວັດທະ ນະທຳ-ສັງຄົມ.

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງດາກຈຶງແຂວງເຊກອງໃນຖະເປັນໃຈກາງຈັດຕັ້ງປະຕິບັດໂດຍເລີ່ມ ແຕ່ປີ 2002 ເປັນຕົ້ນມາ, ໄດ້ກຳນົດ 7 ຈຸດສຸມພັດທະນາທົ່ວເມືອງ ໂດຍໄດ້ແຕ່ງຕັ້ງຄະນະພັກ, ພະນັກ ງານຫລັກແຫລ່ງຈຳນວນໜຶ່ງເປັນເລຂາຄະນະພັກຮາກຖານຈຸດສຸມກຸ່ມບ້ານ ເຮັດໜ້າທີ່ປຸກລະດົມປະຊາຊົນຢ່າງຮອບດ້ານ ແລະ ເລັ່ງໃສ່ລຶບລ້າງບ້ານຂາວທີ່ມີໜ່ວຍພັກດຽວຊີ້ນຳຫລາຍບ້ານ, ຍົກຍ້າຍ ແລະ ເຕົ້າ ໂຮມບັນດາບ້ານນ້ອຍຢູ່ກະແຈກກະຈາຍ ຕິດພັນກັບການລົງສຳຫລວດ ຈັດສັນພູມລຳເນົາຄົງທີ່ ແລະ ອາ ຊີບໃຫ້ແກ່ປະຊາຊົນ. ເບື້ອງຕົ້ນເມືອງດາກຈຶງມີ 102 ບ້ານ ແລະ ມາຮອດປີ 2015 ມີ 54 ບ້ານ.ຂະນະ ທີ່ແຕ່ປີ 2011 ເປັນຕົ້ນມາ, ລັດຖະບານ ໄດ້ສະໜອງທຶນໃສ່ 5 ໂຄງການ 13 ຕື້ກວ່າກີບ.

ພາຍຫລັງຈັດຕັ້ງປະຕິບັດ ເຫັນວ່າ: ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຫັນປ່ຽນຢ່າງເລິກເຊິ່ງກ້າວກະ ໂດດເປັນຕົ້ນສາມາດຜະລິດເຂົ້າກຸ້ມກິນກວ່າ 6 ເດືອນ, ເນື້ອທີ່ນາເພີ່ມຈາກ 657 ເຮັກຕາກວ່າເປັນ1.239 ເຮັກຕາ,ສວນກາເຟເພີ່ມຈາກ 18 ເຮັກຕາເປັນ 4.250 ເຮັກຕາ, ສວນໂສມ 75 ກວ່າເຮັກຕາ. ພົ້ນເດັ່ນ, ປະຊາຊົນ ຕັ້ງໜ້າປູກພືດຜັກ, ມັນຕົ້ນ ແລະ ລ້ຽງສັດເປັນສິນຄ້າສະໜອງຕະຫລາດພາຍໃນ ແລະ ສົ່ງອອກຕ່າງປະເທດ ໂດຍຮອດປີ 2022 ບັນລຸມູນຄ່າການສົ່ງອອກຜະລິດຕະພັນກະສິກຳລວມ 53 ຕື້ກວ່າກີບສາມາດສ້າງລາຍຮັບໃຫ້ແກ່ຄອບຄົວລຶບລ້າງຄວາມອຶດຫິວໄດ້ໂດຍພື້ນຖານສ້າງເງື່ອນໄຂບັນລຸມາດ ຖານຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກໄດ້ກວ່າ 36% ແລະ ຄອບຄົວພັດທະນາກວມກວ່າ 8%. 40 ບ້ານມີເສັ້ນທາງທຽວໄດ້ 2 ລະດູ ແລະ 14 ບ້ານທຽວໄດ້ລະດູດຽວ.

ນອກນີ້ຍັງຕັດຜັງບ້ານຕາມມາດ ຖານສຳເລັດ 13 ບ້ານກວມກວ່າ 24%. ການຄ້າ ແລະ ການບໍລິການໄດ້ຫັນປ່ຽນຢ່າງຈະແຈ້ງ, ທຸກບ້ານມີຮ້ານຄ້າຂາຍຍ່ອຍ, ກຳລັງຊື້ ແລະ ຂາຍເພີ່ມຂຶ້ນ. ຂະຫຍາຍຕາຂ່າຍໄຟຟ້າລົງສູ່ຮາກຖານບ້ານເຮັດໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າແລ້ວ 42 ບ້ານກວ່າ 77%, ຂະຫຍາຍຕາຂ່າຍໄຟຟ້າ 22 ກິໂລໂວນ, ຕາຂ່າຍ 0,4 ກິໂລໂວນສຳເລັດ 47 ບ້ານ. ເຄືອຂ່າຍບໍລິການອິນເຕີເນັດ ປົກຄຸມ 53% ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການສື່ສານວ່ອງໄວສະດວກສະບາຍຂຶ້ນ. ທຸກບ້ານມີໂຮງຮຽນປະຖົມສົມບູນກວມ 100%, ຂະ ຫຍາຍໂຮງຮຽນມັດທະຍົມຕົ້ນ ແລະ ມັດທະຍົມສົມບູນ ຕາມບັນດາຈຸດສຸມກຸ່ມບ້ານທີ່ມີເງື່່ອນໄຂ ເຮັດໃຫ້ໂຮງຮຽນມັດທະຍົມຕົ້ນເພີ່ມຂຶ້ນ 8 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນເພີ່ມຂຶ້ນ 3 ແຫ່ງ, ປະຊາຊົນ ມີລະດັບການສຶກສາສູງຂຶ້ນ ແລະ ສາມາດປະກາດເປັນເມືອງຈົບມັດທະຍົມຕົ້ນ.
ປະຊາຊົນສາມາດເຂົ້າເຖິງການບໍລິການສາທາລະນະສຸກຕາມສຸກສາລາ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາ ຊົນໄດ້ຮັບການປິ່ນປົວແບບເສຍຄ່າ ແລະ ບໍ່ເສຍຄ່າ ເຮັດໃຫ້ການເຊື່ອຖືງົມງວາຍນັບມື້ຫລຸດລົງ ແລະ ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 50 ບ້ານກວມກວ່າ 92%. ສ້າງບ້ານວັດທະນະທຳໄດ້ 37 ບ້ານກວມກວ່າ 68% ແລະ ຄອບຄົວວັດທະນະທຳ 3.227 ຄອບຄົວກວມກວ່າ 80%. ການ ຈັດຕັ້ງ ປກຊ-ປກສຮາກຖານກຸ່ມບ້ານໜັກແໜ້ນເຂັ້ມແຂງ ແລະ ສອດຄ່ອງກັບນະໂຍບາຍນປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບແຕ່ລະໄລຍະ, ສ້າງບ້ານແບບຢ່າງປ້ອງກັນຊາດດີໄດ້ 15 ບ້ານ ແລະ ບ້ານແບບຢ່າງປ້ອງກັນຄວາມສະຫງົບດີໄດ້ 10 ບ້ານ.

