ກິນໂກໂກ້ແນວໃດໃຫ້ດີຕໍ່ສຸຂະພາບ

ຄົງບໍ່ມີໃຜບໍ່ເຄີຍໄດ້ຍິນຊື່ ໂກໂກ້ ຫລື ຊັອກໂກແລັດ ທີ່ເປັນຂອງຫວານສຸດມັກຂອງຫລາຍໆຄົນ, ແຕ່ຈະມີໃຜຮູ້ແດ່ວ່າ ແຫ່ລງກຳເນີດຂອງໂກໂກ້ນັ້ນມາຈາກໃສ ແລະ ນອກຈາກຄວາມແຊບແລ້ວ ການກິນໂກໂກ້ມີປະໂຫຍດ ຫລື ໂທດຕໍ່ຮ່າງກາຍແນວໃດແດ່ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບເລື່ອງດັ່ງກ່າວມານຳສະເໜີບັນດາທ່ານ.
ໂກໂກ້ ຫລື Cocoa ແມ່ນໃນ ຫລື ແກ່ນຂອງພືດຊະນິດໜຶ່ງທີ່ນິຍົມເອົາມາຜະລິດຊັອກໂກແລັດ ພາຍໃນໂກໂກ້ມີສານອາຫານທີ່ເປັນປະໂຫຍດຕໍ່ສຸຂະພາບ ເຊິ່ງອາດເອົາມາໃຊ້ປິ່ນປົວ ຫລື ປ້ອງກັນພະຍາດຫົວໃຈ ແລະ ຄວາມດັນເລືອດສູງ. ໄຂມັນຈາກແກ່ນໂກໂກ້ອາດເອົາມາໃຊ້ປ້ອງກັນຜິວໜັງຈາກຄວາມຫ່ຽວຍານ ແລະ ຮອຍແຕກລາຍໄດ້ ທັງນີ້ເຖິງວ່າໂກໂກ້ຈະເຕັມໄປດ້ວຍຄຸນປະໂຫຍດສາລະພັດ, ແຕ່ຜູ້ບໍລິໂພກກໍຄວນກິນໃນປະລິມານທີ່ເໝາະສົມເພື່ອປ້ອງກັນຜົນຂ້າງຄຽງທີ່ອາດເກີດຕາມມາໄດ້ນຳອີກ.
ໂກໂກ້ Cocoa ແລະ ຊັອກໂກແລັດ Chocolate ມີທີ່ມາດຽວກັນ ຄື ມາຈາກໃນໂກໂກ້ ພຽງແຕ່ໂກໂກ້ຜ່ານຂະບວນການແປຮູບ ແລະ ຮີດໄຂມັນອອກຈົນເຫລືອພຽງ 0 – 25%. ການບໍລິໂພກໂກໂກ້ ສາມາດກິນໄດ້ທັງແບບຝຸ່ນສຳລັບໂຮຍໜ້າເຂົ້າໜົມ ຫລື ໃຊ້ເປັນສ່ວນປະສົມໃນຂອງຫວານ ແລະ ຊົງເປັນເຄື່ອງດື່ມ ເຊິ່ງໂກໂກ້ນັ້ນນອກຈາກສາມາດກິນເພື່ອຄວາມແຊບແລ້ວ ຍັງມີປະໂຫຍດອີກຫລວງຫລາຍ ຫາກກິນໃຫ້ພໍດີພໍງາມ ແລະ ຖືກວິທີນຳ.
ແຫ່ລງກຳເນີດຂອງໂກໂກ້ນັ້ນ ມາຈາກຕົ້ນໂກໂກ້ Cocoa tree ມີຊື່ວິທະຍາສາດວ່າ Theobroma cacao ເຊິ່ງເປັນພືດພື້ນເມືອງຂອງອາເມລິກາໃຕ້, ຕົ້ນໂກໂກ້ສາມາດປູກໄດ້ທົ່ວໄປໃນເຂດຮ້ອນ ແລະ ເຂດທີ່ມີຄວາມຊຸ່ມສູງ ແລະ ຝົນຕົກຕະຫລອດ, ມີຢູ່ 3 ສາຍພັນ ໄດ້ແກ່ : Forastero, Criollo ແລະ Trinitario. ພາກສ່ວນຂອງຕົ້ນໂກໂກ້ທີ່ເອົາມາສະກັດເປັນໂກໂກ້ໃຫ້ເຮົາກິນນັ້ນແມ່ນ ໃນ ຫລື ແກ່ນ ເຊິ່ງຢູ່ໃນໝາກໂກໂກ້ ໂດຍໃນ ຫລື ແກ່ນຈະຕ້ອງຖືກເອົາໄປໝັກໃຫ້ມີກິ່ນຫອມ ແລ້ວເອົາໄປຕາກແຫ້ງເພື່ອໃຫ້ຄວາມຊຸ່ມຫລຸດລົງ ຈາກນັ້ນຈະຖືກເອົາໄປຂົ້ວ ຈົນໄດ້ສິ່ງທີ່ເອີ້ນວ່າ ຄາເຄົາ ນິບ Cacao nib ເຊິ່ງເປັນເມັດສີນຳ້ຕານເຂັ້ມ, ມີກິ່ນຫອມ, ລົດຊາດຂົມເປັນເອກະລັກ. ໂດຍ Cacao nib ສາມາດເອົາມາກິນໄດ້ເລີຍ ໂດຍໃຊ້ໂຮຍໜ້າເຂົ້າໜົມ, ເຄື່ອງດື່ມ ຫລື ຈະເອົາໄປແປຮູບເປັນຝຸ່ນໂກໂກ້, ເຄື່ອງດື່ມສຳເລັດຮູບ ຫລື ຊັອກໂກແລັດແທ່ງກໍໄດ້.
+ ປະໂຫຍດຂອງໂກໂກ້ : ເຊື່ອກັນວ່າການບໍລິໂພກໂກໂກ້ອາດມີປະໂຫຍດໃນຫລາຍດ້ານ ເນື່ອງຈາກໂກໂກ້ປະກອບດ້ວຍກາລໍຣີ, ໄຂມັນ, ໂປຣຕິນ, ຄາໂບໄຮເດຣດ, ໄຍອາຫານ ແລະ ແຮ່ທາດຊະນິດຕ່າງໆທີ່ຈຳເປັນຕໍ່ການຈະເລີນເຕີບໃຫຍ່ຂອງຮ່າງກາຍ ເຊັ່ນ : ໂປຕັສຊຽມ, ຟົສຟໍ, ທອງແດງ, ເຫລັກ, ສັງກະສີ, ແມັງການັສ ເປັນຕົ້ນ ລວມໄປເຖິງສານອີກຫລາຍຊະນິດ ເຊັ່ນ : ສານຕ້ານອະນຸມູນອິດສະລະຟລາໂວນອຍ, ສານອີພິຕາເທຊິນ, ສານໂປຣໄຊຍານິດີນ ເປັນຕົ້ນ. ສານສຳຄັນຕ່າງໆໃນໂກໂກ້ຍ່ອມສົ່ງຜົນດີຕໍ່ຮ່າງກາຍບໍ່ຫລາຍກໍໜ້ອຍ ດັ່ງນີ້ :
- ຊ່ວຍເສີມສ້າງຫົວໃຈໃຫ້ແຂງແຮງ : ສານຟລາໂວນອຍໃນໂກໂກ້ຊ່ວຍຄວບຄຸມລະດັບຄວາມດັນເລືອດ ແລະ ກະຕຸ້ນການໄຫລວຽນເລືອດ ລວມທັງຫລຸດລະດັບຄໍເລສເຕີໂຣນທີ່ສົ່ງຜົນຕໍ່ການເຮັດວຽກຂອງຫົວໃຈນຳ.
- ມີສານຕ້ານອະນຸມູນອິດສະລະ : ໂກໂກ້ອຸດົມໄປດ້ວຍໂພລີຟີນອລ ເຊິ່ງເປັນສານຕ້ານອະນຸມູນອິດສະລະ ຊ່ວຍຫລຸດການອັກເສບ, ຊ່ວຍໃຫ້ເລືອດໄຫລວຽນໄດ້ດີ, ຫລຸດຄວາມດັນເລືອດ ແລະ ຍັງຊ່ວຍຄວບຄຸມຄໍເລສເຕີໂຣນ ແລະ ນຳ້ຕານໃນເສັ້ນເລືອດ, ແຕ່ຂະບວນການໃນການແປຮູບເປັນຊັອກໂກແລັດ ຫລື ຜະລິດຕະພັນອື່ນໆກໍອາດຈະເຮັດໃຫ້ໂພລີຟີນອລຫລຸດລົງໄດ້ ສະນັ້ນ ຄວນເລືອກກິນໂກໂກ້ 100% ຈະດີກ່ວາ.
- ຊ່ວຍຄາຍຄວາມຄຽດ : ໃນໂກໂກ້ມີສານໂພລີຟີນອລທີ່ຊ່ວຍຕ້ານອະນຸມູນອິດສະລະ ເຮັດໃຫ້ແຊນໃນຮ່າງກາຍນານເສື່ອມສະພາບ, ຊ່ວຍຫລຸດການເກີດຮອຍຫ່ຽວຍານ ເຮັດໃຫ້ຜິວງາມ ນານເຖົ້າ.
- ບຳລຸງສະໝອງ : ຟລາໂວນອຍໃນໂກໂກ້ ຊ່ວຍໃນການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ເຊັ່ນ : ຄວາມຈື່ຈຳ, ຄວາມຄິດ, ການຕັດສິນໃຈ, ການຮັບຮູ້ ແລະ ສາມາດປ້ອງກັນພະຍາດອັລໄຊເມີໃນຜູ້ເຖົ້າໄດ້ນຳ.
- ຊ່ວຍໃຫ້ສົດຊື່ນຫ້າວຫັນ : ໂກໂກ້ມີສານທີໂອໂບຣມາຍ ແລະ ຟີນີລອະລານີນ ທີ່ຊ່ວຍກະຕຸ້ນການເຮັດວຽກຂອງຫົວໃຈ, ຂະຫຍາຍຫລອດເລືອດ ແລະ ຍັງມີສານອື່ນໆທີ່ຊ່ວຍເພີ່ມລະດັບເອັນໂດຣຟິນ ແລະ ເຊໂຣໂທນິນ ເຮັດໃຫ້ມີຄວາມສຸກ ແລະ ສົດຊື່ນຫ້າວຫັນຫລາຍຂຶ້ນ.
- ເລັ່ງການເຜົາຜານ : ສຳລັບຄົນທີ່ຢາກຄວບຄຸມນຳ້ໜັກ ບໍ່ຕ້ອງກັງວົນ ເພາະໃນໂກໂກ້ມີໂພລີຟີນອລ ຊ່ວຍເລື່ອງການໄຫລວຽນເລືອດ, ເລັ່ງການເຜົາຜານໃນຮ່າງກາຍ.
- ຄຸນຄ່າທາງໂພຊະນາການ ຝຸ່ນໂກໂກ້ 100 ກຣາມ ໃຫ້ພະລັງງານ 228 ກິໂລກາລໍຣີ ປະກອບໄປດ້ວຍ : ໂປຣຕິນ 19,60 ກຣາມ, ໄຂມັນ 13,70 ກຣາມ, ຄາໂບໄຮເດຣດ 57,90 ກຣາມ, ໄຟເບີ 37 ກຣາມ, ນຳ້ຕານ 1,75 ກຣາມ.
+ ການກິນໂກໂກ້ໃຫ້ໄດ້ປະໂຫຍດ :
- ກິນຝຸ່ນໂກໂກ້ມື້ລະ 1 ບ່ວງແກງ ຈະຊ່ວຍເສີມສ້າງໃຫ້ຫົວໃຈແຂງແຮງ ໂດຍອາດໂຮຍໜ້າເຂົ້າໜົມ ຫລື ຊົງເປັນເຄື່ອງດື່ມກໍໄດ້.
- ຄວນກິນໂກໂກ້ທີ່ເປັນໂກໂກ້ແທ້ 100% ແລະ ບໍ່ຄວນໃສ່ສ່ວນຜະສົມ ເຊັ່ນ : ນົມຂຸ້ນຫວານ, ຄຣີມທຽມ ຫລື ນຳ້ຕານຕື່ມອີກ.
- ຫາກຢາກມີຜິວງາມ ໃຫ້ດື່ມ ຫລື ກິນໂກໂກ້ຕິດຕໍ່ກັນເປັນເວລາ 12 ອາທິດ.
+ ຂໍ້ຄວນລະວັງໃນການກິນໂກໂກ້ :
- ການກິນໂກໂກ້ແບບຕື່ມນົມຂຸ້ນຫວານ, ຄຣີມທຽມ ແລະ ນຳ້ຕານ ຈະເຮັດໃຫ້ລະດັບນຳ້ຕານ ແລະ ໄຂມັນໃນເລືອດສູງຂຶ້ນ ສົ່ງຜົນໃຫ້ຕຸ້ຍ, ເປັນພະຍາດເບົາຫວານ ແລະ ພະຍາດຫລອດເລືອດຫົວໃຈໄດ້.
- ໂກໂກ້ມີສານທີໂອໂບຣມາຍຫລາຍ ມີລິດຄ້າຍກາເຟອີນອ່ອນໆ ຖ້າກິນເຂົ້າໄປປະລິມານຫລາຍອາດເຮັດໃຫ້ໃຈສັ່ນ ແລະ ນອນບໍ່ຫລັບໄດ້.
- ຫາກຄຳນຶງເຖິງສຸຂະພາບເປັນຫລັກ ຄວນເລືອກກິນໂກໂກ້ໃນຮູບແບບດ໊າກຊັອກໂກແລັດ ຫລື ຊັອກໂກແລັດດຳ ເຊິ່ງມີປະລິມານໂກໂກ້ສູງ ແລະ ມີໄຂມັນຈາກນົມກັບນຳ້ຕານຕໍ່າ ເຖິງລົດຊາດຈະຂົມແດ່ ແຕ່ກໍດີຕໍ່ສຸຂະພາບຫລາຍກ່ວາຊັອກໂກແລັດນົມ ແລະ ຊັອກໂກແລັດຂາວຢ່າງແນ່ນອນ.

