ກໍານົດ 3 ທິດທາງການນໍາພາຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ສະພາປະຊາຊົນແຂວງຈໍາປາສັກ

ວັນທີ 21 ເມສາ 2022 ມື້ທີ 2 ຂອງການດໍາເນີນ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຈຳປາສັກຄັ້ງທີ 7 ສະໄໝທີ VIII ຢູ່ທີ່ສະໂມສອນແຂວງຈຳປາສັກ. ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີສະຫາຍຮອງເລຂາພັກແຂວງ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ,ເລຂາພັກນະຄອນ, ເຈົ້ານະຄອນປາກເຊ, ເລຂາພັກເມືອງ 9 ເມືອງ, ເລຂາຄະນະພັກຮາກຖານຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ.
ສະຫາຍ ສົມສີ ມະນີນິນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ຕາງໜ້າໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ລາຍງານ ກ່ຽວກັບການນໍາພາຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ມີບາງຕອນສະຫາຍໃຫ້ຮູ້ວ່າ: ພາຍຫຼັງສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈຳປາສັກ ຄະນະປະຈຳສະ ພາປະຊາຊົນແຂວງ ກໍໄດ້ອອກ ຄຳແນະນຳ ສະບັບເລກທີ 07/ຄປຈ ສພຂ, ລົງວັນ ທີ 31 ມັງກອນ 2022 ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ຜ່ານການຈັດ ຕັ້ງປະຕິບັດ ການລົງເຄື່ອນໄຫວພົບປະຜູ້ມີສິດເລືອກ ຕັ້ງ ແລະ ເຜີຍແຜ່ ຜົນສຳເລັດກອງປະຊຸມ ຄັ້ງປະຖົມມະລືກ ໃນຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ບັນດາກົມກອງ, ສະຖາບັນການສຶກສາ, ບັນດາບ້ານຂອງເມືອງ, ນະຄອນ ໃນທົ່ວແຂວງ ໄດ້ທັງໝົດ 112 ຈຸດ, ໃນນັ້ນລວມມີເປົ້າ ໝາຍທີ່ໄດ້ເຂົ້າຮ່ວມ 97 ບ້ານ, 14 ກົມກອງ1 ສະຖາບັນການສຶກສາ ທຽບໃສ່ແຜນປະຕິບັດໄດ້ 97,39% ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 9.782 ຄົນ, ຍິງ 4.108 ຄົນ, ການເຄື່ອນໄຫວໃນຄັ້ງນີ້ ໄດ້ຮັບຄໍາສະເໜີຂອງຜູ້ ມີສິດເລືອກຕັ້ງ ທັງໝົດ 261 ບັນຫາ ໃນນັ້ນສະມາຊິກສະພາແຫ່ງຊາດ ໄດ້ສົມທົບກັບສະມາຊິກສະພາປະຊາຊົນ ແຂວງ, ອຳນາດການປົກຄອງເມືອງອະທິບາຍຕອບແກ້ ໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນ ເອກະພາບແລ້ວ ຈໍານວນ 130 ບັນຫາ, ມອບ ໃຫ້ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ນະຄອນ ຊຸກຍູ້ພາກສ່ວນຂະແໜງ ການທີ່ກ່ຽວຂ້ອງຂັ້ນເມືອງ ພິຈາລະນາ, ແກ້ໄຂ 80 ບັນຫາ, ສ່ວນອີກ 51 ບັນຫາ ສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຮັບເອົາ ເພື່ອນຳໄປປະສານສົມທົບ ກັບຂະ ແໜງການກ່ຽວຂ້ອງຂັ້ນແຂວງ ພິຈາລະນາ, ແກ້ໄຂ.
ສະຫາຍ ສົມສີ ມະນີນິນ ກໍາມະການພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ຍັງໄດ້ລາຍງານກ່ຽວກັບການຊີ້ນນໍານໍາພາ ຄະນະກໍາມະການຂອງສະພາປະຊາຊົນແຂວງ ຕິດຕາມກວດກາ ແຕ່ລະລະຂະແໜງການໃນ 2 ຂົງເຂດວຽກງານຄື: ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດຍຸຕິທໍາ ແລະ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເຊິ່ງສະພາປະຊາຊົນແຂວງຈໍາປາສັກ ໄດ້ກໍາ 3 ທິດທາງໃນການນໍາພາຂອງຕົນ ແຕ່ນີ້ຮອດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ດັ່ງນີ້:
1. ດ້ານນິຕິກຳ: ສະພາປະຊາຊົນແຂວງຈຳປາສັກເພີ່ມທະວີການປະສານສົມທົບກັບອົງ ການປົກ ຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ເພື່ອຮັບປະ ກັນໃຫ້ບັນດາເນື້ອໃນຮ່າງນິຕິກຳໃຕ້ກົດໝາຍ ມີຄຸນນະພາບ ພ້ອມທັງຊີ້ ນຳຄະນະກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນ ແຂວງປະສານກັບພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການສ້າງນິຕິກຳ ຢ່າງເຂັ້ມງວດ;
2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ: ເອົາໃຈໃສ່ຍົກສູງຄວາມ ຮັບຜິດຊອບຂອງ ສະພາປະຊາຊົນແຂວງ ໃນການຄົ້ນຄວ້າພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເພື່ອນຳໄປຜ່ານໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II. ນອກຈາກນັ້ນ ຈະໄດ້ສະເໜີອົງການປົກຄອງແຂວງ ສະເໜີແຜນສ້າງນິຕິກຳກຸ່ມກົດ ໝາຍ ແຕ່ນີ້ ຮອດປີ 2025 ເພື່ອນຳເຂົ້າພິຈາລະນາຮັບຮອງ ໃນກອງປະ ຊຸມສະໄໝສາມັນ ຂອງສະພາປະຊາຊົນແຂວງ ໃນແຕ່ລະຄັ້ງ ແລະ ບົດລາຍງານຂອງ ພະແນກການຈຳນວນໜຶ່ງ ກ່ຽວກັບບັນຫາທີ່ກຳລັງເຄັ່ງຮ້ອນ ແລະ ພົ້ນເດັ່ນ ທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ, ນໍາພາ-ຊີ້ນໍາ ໃນການເພີ່ມທະວີການປະສານສົມທົບເຊິ່ງກັນ ແລະ ກັນ ຂອງບັນດາກົງຈັກພາຍໃນ ສະພາປະຊາຊົນ ແຂວງລະຫວ່າງສະພາປະຊາຊົນແຂວງ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຮັບປະກັນການປະຕິບັດສິດ ແລະ ໜ້າທີ່ ຂອງຄະນະປະຈຳສະພາປະຊາຊົນແຂວງ ໃນການພິຈາລະນາ ຕົກລົງບັນຫາສຳຄັນຂອງທ້ອງ ຖິ່ນ ໂດຍຜ່ານກອງປະຊຸມປະຈຳເດືອນ ຂອງຄະນະປະຈຳ ແລະ ກອງປະຊຸມສະໄໝສາມັນ ໃຫ້ຮັບປະກັນຄຸນນະພາບນັບມື້ດີຂຶ້ນ;
3. ດ້ານການຕິດຕາມກວດກາ: ເພີ່ມທະວີຄວາມຮັບຜິດຊອບບັນດາກົງຈັກ ຂອງສະພາ ປະຊາຊົນ ແຂວງ, ຂອງຄະນະປະຈຳສະພາປະຊາຊົນແຂວງ ໃນການສ້າງແຜນການ ແລະ ຜັນຂະຫຍາຍແຜນການຕິດ ຕາມກວດກາຂອງສະພາປະຊາຊົນແຂວງ ແລະ ຄະນະປະຈຳ ສະພາປະຊາຊົນແຂວງ ເປັນແຜນການລະອຽດ ຂອງຕົນ ຢ່າງມີຈຸດສຸມ ແລະ ສູ້ຊົນຈັດຕັ້ງ ປະຕິບັດໃຫ້ໄດ້ຮັບປະສິດທິຜົນ.
อาจเป็นรูปภาพของ 4 คน และ สถานที่ในร่ม