ລັດຖະມົນຕີກະຊວງການຕ່າງປະເທດສົ່ງສານສະແດງຄວາມເຫັນໃຈ ເຫດການນ້ຳຖ້ວມ ຢູ່ອາຟຣິກາໃຕ້

ວັນທີ 21 ເມສາ 2022 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ທ່ານນາງ ເກຣສ ນາເລດີ ແມນດິຊາ ແພນເດີ ລັດຖະ ມົນຕີພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຕໍ່ຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ພາກຕາເວັນອອກສ່ຽງໃຕ້ ຂອງແຂວງ ກົວຊູລູ-ນາຕານ.

ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຊາບຂ່າວ ເຫດການນ້ຳຖ້ວມ ທີ່ເກີດຂຶ້ນຢູ່ພາກຕາເວັນອອກສຽງໃຕ້ ຂອງແຂວງ ກົວຊູລູ-ນາຕານ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຕັ້ງແຕ່ວັນທີ 12 ເມສາ 2022 ທີ່ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອາຟຣິກາໃຕ້ ເປັນຈຳນວນຫລວງຫລາຍ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈເປັນຢ່າງຍິ່ງມາຍັງທ່ານ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະ ນະລັດ ອາຟຣິກາໃຕ້ ໂດຍສະເພາະ ສະມາຊິກຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກໄພທຳມະຊາດໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ ຂອງລັດຖະບານ, ປະຊາຊົນອາຟຣິກາໃຕ້ ໃນເຂດດັ່ງກ່າວ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

