ໄຟໄໝ້ເຮືອນປະຊາຊົນ ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ໄດ້ຮັບຄວາມເສຍຫາຍສົມຄວນ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 00:30 ນາທີ ຂອງວັນທີ 21 ເມສາ 2022 ເກີດເຫດການໄຟໄໝ້ ເຮືອນຢູ່ບ້ານ ທົ່ງສ້າງນາງ ຈັນທະບູລີນະຄອນຫຼວງວຽງຈັນ ໄດ້ຮັບຄວາມເສຍຫາຍທັງໝົດ ພ້ອມດ້ວຍລົດ ໃຫຍ່ 3 ຄັນ ແລະ ລົດຈັກ 2 ຄັນ ເຊິ່ງມູນຄ່າເສຍຫາຍ ຍັງຢູ່ໃນການປະເມີນ.

ເບື້ອງຕົ້ນເຈົ້າໜ້າທີ່ໃຫ້ຮູ້ວ່າ ສາເຫດທີ່ພາໃຫ້ເກີດອັກຄີໄຟໃນຄັ້ງນີ້ ຍ້ອນເກີດຈາກໄຟຟ້າລັດວົງຈອນ(ໄຟຟ້າຊັອດ) ຢູ່ເທິງເພດານຊັ້ນສອແລ້ວງຈຶ່ງລາມໃສ່ພາກສ່ວນອື່ນໆຂອງເຮືອນ.