ມາເຣຍ ຊາຣາໂປວາ ອະດີດນັກເທັນນິສຍິງຊື່ດັງເຜີຍຂ່າວດີກຽມຖືພາ


ມາເຣຍ ຊາຣາໂປວາ ອະດີດນັກເທັນນິສຍິງຊື່ດັງຊາວ ຣັສເຊຍ ເຜີວ່າ : ຂະນະນີ້ຕົນເອງພວມຖືພາລູກຄົນທຳອິດກັບຄູ່ຫມັ້ນຊາວອັງກິດ.
ສຳລັບ ຊາຣາໂປວາ ປະສົບຄວາມສຳເລັດຢ່າງຫລວງຫລາຍໃນວົງການເທັນນິສອາຊີບ ຫລັງເຄີຍຄວ້າແຊ໊ມແກຣນສະແລມເຖິງ 5 ລາຍການ ່ກ່ອນຈະປະກາດແຂວນແຣັກເກັດໃນປີ 2020.
ຈົນຫລ້າສຸດອະດີດເຈົ້າຂອງສາຍາ ນາງຟ້າແຫ່ງວົງການເທນນິສ ໄດ້ເປີດເຜີຍຂໍ້ມູນຜ່ານອິນສະຕາແກຣມ ສ່ວນຕົວວ່າຕົນພວກກຳລັງຖືກພາຄົນທຳອິດກັບ ອາເລັກຊານເດີ ກິລ ຄູ່ຫມັ້ນນັກທຸລະກິດຊາວອັງກິດ ທີ່ຫາກໍຫມັ້ນກັນໄປເມື່ອເດືອນທັນວາປີກາຍ ຫລັງຄົບຫາກັນມາຕັ້ງແຕ່ປີ 2018.

