ຢູຟາ ລົງໂທດ ມາກເຊ-ພີເອໂອເຄ ຫລັງແຟນບານເຮັດສົງຄາມເທິງມ້ານັ່ງ ໃນເກມຄອນເຟີເຣນ ລີກ

ຢູຟາ ກຳນົດບົດລົງໂທດ ມາກເຊ-ພີເອໂອເຄ ຫລັງແຟນບານກ່ໍເຫດຕີກັນເທິງອັດສະຈັນ ໃນການແຂ່ງຂັນຄອນເຟີເຣນ ລີກ ຮອບ 8 ທີມ.
ສືບເນື່ອງຈາກເຫດການທີ່ແຟນບານໂອລິມປິກ ມາກເຊ (ຝຣັ່ງ) ແລະ ພີເອໂອເຄ (ກຣີສ) ປະທະເດືອດ ຍິງບັ້ງໄຟດອກໃສ່ກັນລະຫວ່າງເກມ ຢູຟາ ຄອນເດີເຣັນ ລີກ ຮອບ 8 ທີມສຸດທ້າຍ ນັດທຳອິດ ຈົນຕຳຫລວດຕ້ອງເຂົ້າມາຫ້າມເພື່ອບໍ່ໄດ້ເກີດເຫດແກ່ຍາວໄປກວ່ານັ້ນ ເຮັດໃໃຫ້ມີເຈົ້າຫນ້າທີ່ໄດ້ຮັບບາດເຈັບກວ່າ 30 ຄົນ ແລະມີຜູ້ຖືກຈັບກຸມອີກເປັນສິບ.

