ວິນລາ  ສູ້ບໍ່ໄດ້, ຂໍໃຫ້ຄະນະ ບາຊາ ຫຼຸດລາຄາ “ຄູຕິນໂຢ” ເພື່ອກຽມຊື້ຂາດ

ຫຼັງຈາກທີ່ຂໍຢືມຕົວມາຮ່ວມທີມເມື່ອຕົ້ນປີທີ່່ຜ່ານມາ. ພວມໃກ້ຈະເຖິງເວລາແລ້ວທີ່ ຟີລິບເປ ຄູຕິນໂຢ ກອງກາງຊາວບຣາຊິລຈະກັບຄືນໄປຫາຕົ້ນສັງກັດ ບາເຊໂລນາ ເພື່ອທີ່​ຈະ​ຂໍຊື້​ຂາດໃນໄລຍະຈົບລະດູການນີ້.

ຢ່າງໃດກໍຕາມ, ເດລີເມລ ສື່ກິລາຊື່ດັງຂອງອັງກິດລາຍງານວ່າ ບາເຊໂລນາ ຕັ້ງຄ່າຕົວໄວ້ສຳລັບການຂາຍ ແລະ ແນ່ນອນວ່າບໍ່ຖືກໃຈຄະນະບໍລິຫານຂອງ ວິນລາ ທີ່ເບິ່ງວ່າແພງຈົນເກີນໄປ ແລະບໍ່ສາມາດທີ່ເຮັດໄດ້ ແລະມີຂໍ້ມູນເປີດເຜີຍວ່າ ວິນລາ ໄດ້ໂອ້ລົມກັບຄະນະບໍລິຫານບາເຊໂລນາ ເພື່ອຊອກຫາຂໍ້ສະຫຼຸບກ່ຽວກັບເລື່ອງນີ້. ຄາດວ່າຂໍ້ຕົກລົງດັ່ງກ່າວ ຢູ່ທີ່ 32 ລ້ານປອນ.

ນັບຕັ້ງແຕ່ຍ້າຍມາຢູ່ກັບ ແອສຕັນ ວິນລາ ໃນທ້າຍເດືອນມັງກອນຜ່ານມາ, ຟີລິບເປ ຄູຕິນໂຢ ສ້າງຜົນງານເອົາໄວ້ໄດ້ເປັນຢ່າງດີ ໂດຍຍິງໄດ້ 4 ປະຕູ ແລະ ຈ່າຍໃຫ້ຫມູ່ຍິງອີກ 3 ຄັ້ງ ໃນທຸກການແຂ່ງຂັນ ແລະ ມີໂອກາດທີ່ລະດູການໜ້າຈະຕ້ອງຍ້າຍທີມອີກຄັ້ງ.