ວິເຄາະສະຖິຕິທີ່ຫນ້າສົນໃຈກ່ອນເກມແດງເດືອດ ລີເວີພູລ-ແມນຢູ

ຄວາມເຄື່ອນໄຫວກ່ອນເກມທີ່ ລີເວີພູລ ພາຍໃຕ້ການນຳທີມຂອງ ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນ ຈະເປີດສະຫນາມແອນຟິລ ຕ້ອນຮັບການມາຢາມຂອງ ແມນເຊສເຕີ ຢູໄນເຕັດ ທີ່ມີ ຣາຟ ຣັງນິກ ຜູ້ຈັດການທີມຊາວເຢຍລະມັນໃນເສິກແດງເດືອດຍົກທີ 2 ປະຈຳລະດູການ 2021-22 ຄຳ່ຄືນວັນທີ 19 ເມສານີ້ 02:00 ນາທີ ຕາມເວລາປະເທດລາວ.

ເປັນທີ່ເຂົ້າໃຈກັນວ່າ ກ່ອນເກມດັ່ງກ່າວ ເຈົ້າຖິ່ນ ລີເວີພູລ ທີມຮອງຜູ້ນຳຂອງຕາຕະລາງມີ 73 ຄະແນນ ຈາກການລົງສະຫນາມ 31 ນັດ ຕາມຫລັງຜູ້ນຳ ແມນເຊສເຕີ ຊິຕີ ພຽງ 1 ຄະແນນເທົ່ານັ້ນ ສ່ວນແມນເຊສເຕີ ຢູໄນເຕັດ ຢູ່ທີ 5 ຂອງຕາຕະລາງ ມີ 54 ຄະແນນ ຈາກການລົງສະຫນາມ 32 ນັດ ພວມໄລ່ບີ້ເກັບຄະແນນເພື່ອຫວັງຈົບອັນດັບ 4 ໃຫ້ໄດ້.

ສະຖິຕິຂອງທັງຄູ່ມີດັ່ງນີ້ :

– ທັງສອງທີມພົບກັນທັງໝົດ 237 ນັດ, ນັບລວມຈາກທຸກລາຍການ ໂດຍທີ່ເຈົ້າພາບ ລິເວີພູລ ຊະນະ 79 ນັດ, ສ່ວນແມນເຊັສເຕີ ຢູໄນເຕັດ ຊະນະ 89 ນັດ ຂະນະທີ່ 68 ນັດທີ່ເຫຼືອ ຈົບລົງດ້ວຍການສະເໝີກັນ.

– ຂະນະທີ່ສະຖິຕິທີ່ນັບສະເພາະໃນຍຸກ ພຣີເມຍລີກ ອັງກິດ ຕະຫລອດ 59 ນັດທີ່ຜ່ານມາ ລິເວີພູລ ຊະນະ 18 ນັດ, ຂະນະທີ່ ແມນເຊັສເຕີ ຢູໄນເຕັດ ຊະນະ 28 ນັດ, ກ່ອນທີ່ຈະຈົບລົງດ້ວຍ 14 ນັດ.

– ລີເວີພູລ ລົງສະຫນາມພົບກັບ ແມນເຊັສເຕີ ຢູໄນເຕັດ 7 ນັດຫລ້າສຸດ ບໍ່ເຄີຍເສຍ ຊະນະ 4 ນັດ ແລະ ສະເໝີ 3 ນັດ.

– ລິເວີພູລ ບໍ່ເຄີຍເສຍໃຫ້ ແມນເຊສເຕີ ຢູໄນເຕັດ ຕະຫລອດການລົງສະຫນາມ 6 ນັດຫລ້າສຸດທີ່ແອນຟິລ ໂດຍຊະນະ 3 ນັດ ແລະ ສະເໝີ 3 ນັດ.

– ແມນເຊັສເຕີ ຢູໄນເຕັດ ຊະນະພຽງ 1 ນັດເທົ່ານັ້ນໃນ 11 ນັດຫຼ້າສຸດ, ສ່ວນທີ່ເຫຼືອ ສະເຫມີ 6 ນັດ ແລະ ເສຍອີກ 4 ນັດ.

– ແມນເຊັສເຕີ ຢູໄນເຕັດ ບຸກມາຄວ້າໄຊ ເຫນືອ ລິເວີພູລ ທີ່ສະຫນາມແຫ່ງນີ້ຄັ້ງສຸດທ້າຍເມື່ອປີ 2016, ເມື່ອພວກເຂົາຊະນະ 1-0 ຍ້ອນປະຕູຂອງ ເວນ ຣູນີ

– ການພົບກັນຄັ້ງທຳອິດໃນລະດູການນີ້ ແມນເຊສເຕີ ຢູໄນເຕັດ ເປີດສະຫນາມ ເສຍໃຫ້ ລີເວີພູລ 0-5 ໂດຍ ໂມຮາເໝັດ ຊາລາ ຍິງແຮັດທຣິກ.