ຄຣິສຕຽນ​ໂນ ​ໂຣນັລ​ໂດ ຮັບ​ໂບນັສ​ເພີ່ມ ຫລັງ​ຍິງ​ແຮັດ​ທຮິ​ກ​ໃສ່ ນໍຣິສ

ສື່ອັງກິ​ດລາຍ​ງານ​ວ່າ ຄຣິສຕຽ​ນ​ໂນ ​ໂຣນັລ​ໂດ ກອງ​ຫນ້າ​ຊຸບ​ເປີດ​ສະຕາ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ຮັບ​ເງິນ​ໂບນັສ ​ເພີ່ມ​ອີກ 850,000 ປອນ ຫລັງ​ຍິງ​ຄົນ​ດຽວ 3 ລູກ​ ​ໃສ່​ ນໍ​ຣິສ ຊິ​ຕີ.

​ໂຣນັລ​ໂດ ມີ​ສ່ວນ​ສຳຄັນ​ພາ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ​ເປີດ​ບ້ານ​ເອົາ​ຊະນະ ນໍຣິສ ຊິ​ຕີ 3-2 ​ໃນ​ພຣີ​ເມຍ​ລີກ ອັງກິດ ​ເມື່ອ​ວັນ​ທີ 16 ​ເມສາ​ຜ່າ​ນມາ ຫລັງ​ຈາກ​ທີ່​ລາວ​​ເຫມົາ​ຄົນ​ດຽວ 3 ໜ່ວຍ ​ໃນ​ນາທີ 7, 32 ​ແລະ 76.

ຈາກ​ການ​ຍິງ​ເພີ່ມ 3 ປະຕູ​ດັ່ງກ່າວ​ສົ່ງ​ຜົນ​ໃຫ້ ​ໂຣນັລ​ໂດ ຍິງ​ໃຫ້ ​ແມນ​ເຊ​ສ​ເຕີ ຢູ​ໄນ​ເຕັດ ​ໄປ​​ແລ້ວ 21 ປະຕູ​ຈາກ​ການ​ລົງສະຫນາມ 35 ນັດ ລວມທຸກ​ລາຍການ​ໃນ​ລະດູ​ການ​ນີ້.

ຫລ້າ​ສຸດ ​ເດິ ຊັນ ສື່​ອັງກິດ​ເປີດ​ເຜີຍ​ວ່າ ຈາກ​ການ​ຍິງ​ແຮັດ​ທຣິກດັ່ງກ່າວ​ໃນ​ເກ​ມທີ່​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ນັກ​ເຕະ​ອາຍຸ 37 ປີ ​ໄດ້​ຮັບ​ເງິນ​ໂບນັສ​ເພີ່ມ​ລວມ 850,000 ປອນ ຕາມ​ທີ່​ໃນ​ສັນຍາ​ລະບຸ​ໄວ້ ​ແບ່ງ​ເປັນ​ຍິງ​ເກີນ 20 ປະຕູ​ໃນ​ຫນຶ່ງ​ລະດູ​ການ 750,000 ປອນ ​ແລະ ຍິງ​ແຮັດ​ທຣິກ​ໄດ້​ອີກ 100,000 ປອນ.

ນອກຈາກ​ນີ້​ມີ​ລາຍ​ງານ​ເພີ່ມ​ວ່າ ​ໂຣນັລ​ໂດ ຈະ​ໄດ້​ໂບນັສ​ເພີ່ມ​ອີກ​ປະຕູ​ລະ 100,000 ປອນ ຫລັງ​ຈາກ​ເກ​ມນີ້​ຈົນ​ເຖິງ​ຈົບ​ລະດູ​ການ.