ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ສ້າງແຜນຍຸດທະສາດ ຕາມວິໄສທັດ, ພາລະບົດບາດ ແລະ ໜ້າທີ່ຕົນ

ວັນທີ 8 ເມສາ 2022 ນີ້, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ປອ ນາງ ພິລະນີ ພິດສະໄໝ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ທ່ານ ນາງ ດາວວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ພ້ອມດ້ວຍຄະນະກົມ, ວິຊາການ, ມີຄະນະບໍລິຫານງານ, ພະນັກງານຂອງສວ-ບກລ ພ້ອມດ້ວຍສະມາຊິກຂອງສວ-ບກລ ເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ສະພາວິຊາຊີນັກບັນຊີ ແລະ ນັກກວດສອບ ເປັນການຈັດຕັ້ງໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການເງິນ, ມີບົດບາດສໍາຄັນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງບັນດານິຕິກຳ, ຄຸ້ມຄອງສະມາຊິກ ບຸກຄົນ ແລະ ນິຕິບຸກຄົນ ແລະ ກໍ່ສ້າງນັກຊ່ຽວຊານບັນຊີ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະ ເປັນເສນາທິການຊ່ວຍວຽກໃຫ້ແກ່ກະຊວງການເງິນໃນການພັດທະນາວິຊາຊີບການບັນຊີ ແລະ ກວດສອບ ໃຫ້ມີຄຸນນະພາບ ເທົ່າທຽມກັບພາກພື້ນ ແລະ ສາກົນ.

ກອງປະຊຸມສະຫຼຸບ ແລະ ປະເມີນຜົນການເຄື່ອນໄຫວຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບໃນສອງໄລຍະຮ່ວມກັນກໍຄືໄລຍະຟື້ນຟູເບື້ອງຕົ້ນແຕ່ກາງປີ 2014 ຫາ 2018 ແລະ ແຕ່ກາງປີ 2018-2022 ນີ້ ຕາມວິໄສທັດ, ພາລະບົດບາດ ແລະ ໜ້າທີ່ຕົນ, ພ້ອມທັງກຳນົດແຜນຍຸດທະສາດໃນຕໍ່ໜ້າເພື່ອໃຫ້ມີການສືບຕໍ່ເຄື່ອນໄຫວວຽກງານພັດທະນາສະພາວິຊາຊີບໃຫ້ມີຄວາມເຂັ້ມແຂງຮອບດ້ານຕາມທີ່ສາກົນ ໄດ້ກຳນົດຄຸນລັກສະນະທີ່ອົງການຈັດຕັ້ງວິຊາຊີບການບັນຊີໃດໜຶ່ງຄວນມີ.
ກອງປະຊຸມໄດ້ຜ່ານຮ່າງກົດລະບຽບ ແລະ ກົດການປະພຶດຂອງສະພາວິຊາຊີບທີ່ໄດ້ປັບປຸງ ແລະ ສ້າງໃຫ້ສອດຄ່ອງກັບສະພາບປັດຈຸບັນ ແລະ ໃຫ້ສອດຄ່ອງກັບເງື່ອນໄຂການເປັນສະມາຊິກຂອງສະຫະພັນນັກບັນຊີສາກົນ, ພ້ອມກັນນັ້ນ, ສະມາຊິກສາມັນຂອງສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບຍັງໄດ້ໃຊ້ສິດ ແລະ ໜ້າທີ່ຂອງຕົນລົງຄະແນນສຽງຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່, ຊຶ່ງສາມາດເລືອກໄດ້ 9 ທ່ານ: ໂດຍເລືອກໄດ້: ທ່ານ ສອນໄຊ ສີລາເພັດ ເປັນປະທານ ສວ-ບກລ, ທ່ານ ຄໍາປິວ ທິບພະວົງພັນ ເປັນຮອງປະທານ ສວ- ບກລ ແລະ ຄະນະ 7 ທ່ານ.

ທ່ານ ປອ. ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ກັບຜົນການດຳເນີນການເຄື່ອນໄຫວວຽກງານຂອງ ສວ-ບກລ ໃນໄລຍະຜ່ານມາພ້ອມທັງໄດ້ໃຫ້ທິດຊີ້ນໍາໂອ້ລົມກັບບັນດາຄະນະບໍລິຫານງານຊຸດໃໝ່ ແລະ ສະມາຊິກຂອງ ສວ-ບກລ ເພື່ອນໍາໄປເປັນແນວທາງປັບປຸງພັດທະນາວິຊາຊີບການບັນຊີໃນຕໍ່ໜ້າໃຫ້ດີຂຶ້ນກ່ວາເກົ່າ ໂດຍໄດ້ເນັ້ນໜັກຕື່ມບາງທິດທາງເພື່ອໃຫ້ຄະນະບໍລິຫານງານຊຸດໃໝ່ ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເປັນຕົ້ນ: ເພີ່ມທະວີ ການເຜີຍແຜ່ທິດທາງ ແລະ ນະໂຍບາຍຂອງລັດຖະບານໃຫ້ສະມາຊິກໃນການສ້າງນັກວິຊາຊີບການບັນຊີ ໃຫ້ເປັນເຄື່ອງມືໃນການຊຸກຍູ້ໃຫ້ຫົວໜ່ວຍທຸລະກິດບັນຊີ ໂດຍໃຫ້ຖືກຕ້ອງຕາມລະບຽບກົດໝາຍດ້ານບັນຊີແລ້ວສົມທົບກັບກັນຄຸ້ມຄອງການບັນຊີ ເພື່ອວາງແຜນໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ແນໃສ່ຈັດຕັ້ງຜັນ ແລະ ຂະຫຍາຍ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ການເງິນ ເວົ້າລວມ, ເວົ້າສະເພາະແມ່ນ ຄຳສັ່ງເລກທີ 18 ຂອງ ນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການໄຫຼຂອງລາຍຮັບງົບປະມານແຫ່ງລັດທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນດີ, ເພີ່ມທະວີປະກອບສ່ວນໃນກຳນົດນະໂຍບາຍ ເພື່ອສົ່ງເສີມ ແລະ ສ້າງແຮງຈູງໃຈໃຫ້ຫົວໜ່ວຍທຸລະກິດໃບັນຊີ ຕາມມາດຕະຖານການລາຍງານການເງິນ, ເພີ່ມທະວີຍົກລະດັບຄວາມຮູ້ຄວາມ ສາມາດທາງດ້ານວຽກງານການບັນຊີ້ໃຫ້ພະນັກງານບັນຊີ ຂອງບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ໃຫ້ເຂັ້ມແຂງ ແລະ ບຳລຸງສ້າງນັກບັນຊີລາວໃຫ້ມີຄຸນນະພາບ, ເອົາໃຈໃສ່ສ້າງຫຼັກສູດເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາຊີບໃຫ້ນັກວິຊາຊີບການບັນຊີ ແລະ ພະນັກງານພາກລັດທີ່ເຮັດວຽກຄຸ້ມຄອງວຽກງານການບັນຊີ ແລະ ກວດສອບ, ເພີ່ມທະວີການລະດົມເອົາກຳລັງແຮງທາງດ້ານສະຕິປັນຍາຈາກມາຊິກ ແລະ ພາກສ່ວນພາຍນອກ ເພື່ອປະກອບສ່ວນ ຊ່ວຍພັດທະນາວິຊາຊີບການບັນຊີ ແລະ ກວດສອບ ໃຫ້ເຂັ້ມແຂງ ແລະ ຍືນຍົງຕອບສະໜອງໄດ້ ຄວາມຕ້ອງການໃໝ່ຈາກການປ່ຽນແປງທາງດ້ານເສດຖະກິດ ສັງຄົມແຕ່ລະໄລຍະ.

