ເປັນເລື່ອງໃຫຍ່ຈົນໄດ້, ຕຳຫລວດຢືນຢັນຈະສອບສວນ ໂຣນັລໂດ ກໍລະນີປັດໂທລະສັບເດັກແຕກ

ອາລົມຮ້ອນເປັນເຫດ, ເຈົ້າຫນ້າທີ່ຕຳຫລວດເມີຊີໄຊ ຈະສືບສວນກໍລະນີ ຄຣິສຕຽນໂນ ໂຣນັລໂດ ປັດໂທລະສັບກອງເຊຍຮຸ່ນນ້ອຍຂອງ ເອຟເວີຕັນ ຕົກພື້ນຈົນແຕກ, ຫລັງອາລົມຮ້ອນທີ່ ແມນເຊສເຕີ ຢູໄນເຕັດ ເສຍໄຊໃຫ້ ເອຟເວີຕັນ ເມື່ອວັນເສົາທີ່ຜ່ານມາ.

ເຈົ້າຫນ້າທີ່ຕຳຫລວດເມີຊີໄຊ ຢືນຢັນ ເມື່ອວັນອາທິດທີ 10 ເມສາ 2022ທີ່ຜ່ານມາ ພວກຕົນພວມສືບສວນສາເຫດທີ່ ຄຣິສຕຽນໂນ ໂຣນັລໂດ ກອງຫນ້າ ແມນເຊສເຕີ ຢູໄນເຕັດ ລະເບີດອາລົມປັດໂທລະສັບຂອງ ເຈັກ ຮາດິງ ແຟນບານ ເອຟເວີຕັນ ອາຍຸ 14 ປີ ຈົນໄດ້ຮັບຄວາມເສຍຫາຍ.

ເຫດການດັ່ງກ່າວເກີດຂຶ້ນຫລັງຈົບເກມທີ່ ເອຟເວີຕັນ ເປີດສະຫນາມ ກູດິສັນ ພາກ ເອົາຊະນະ ແມນເຊສເຕີ ຢູໄນເຕັດ 1-0 ໃນການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອວັນເສົາທີ 9 ເມສາທີ່ຜ່ານມາ ໂດຍມີວີດີໂອທີ່ສະແດງໃຫ້ເຫັນວ່າຂະນະເດີນອອກຈາກສະຫນາມ ໂຣນັລໂດ ມີປາກສຽງກັບແຟນບານເຈົ້າຖິ່ນ ແລະ ສະແດງຄວາມໂມໂຫ ດ້ວຍການປັດໂທລະສັບຈາກມືຂອງຄູ່ກໍລະນີຕົກລົງພື້ນຈົນເສຍຫາຍ.

ສ່ວນ ໂຣນັລໂດ ກໍໄດ້ຂໍໂທດກັບເຫດການທີ່ເກີດຂຶ້ນແລ້ວ ໂດຍໂພສຂໍ້ຄວາມລົງອິນສະຕາແກຣມວ່າ : ‘‘ ບໍ່ງ່າຍເລີຍທີ່ຕ້ອງຈັດການກັບອາລົມໃນໄລຍະເວລາອັນລຳບາກທີ່ໃຜຈັກຄົນຫນຶ່ງປະສົບ ແນວໃດກໍດີ ເຮົາຕ້ອງໃຫ້ຄວາມເຄົາລົບ, ອົດທົນ ແລະ ເປັນແບບຢ່າງແກ່ເຍົາວະຊົນທີ່ຮັກເກມອັນງົດງາມສະເຫມີ ’’.

‘‘ ຂ້ອຍຢາກຂໍໂທດການລະເບີດອາລົມຂອງຂ້ອຍ ແລະ ຫາກເປັນໄປໄດ້ ຂ້ອຍກໍຢາກເຊີນໃຫ້ແຟນບານຄົນນັ້ນມາເບິ່ງເກມທີ່ ໂອນ ແທຣຟຟອດ ຈັກຫນຶ່ງເກມ  ເພື່ອເປັນສັນຍານຂອງຄວາມເປັນກາງ ແລະ ຄວາມມີນ້ຳໃຈເປັນນັກກິລາ ’’. ດາວຍິງໂປຣຕຸເກສ ກ່າວປິດທ້າຍ.