ການດື່ມນົມຕາມເວລາທີ່ເໝາະສົມ

ການດື່ມນົມຕາມເວລາທີ່ເໝາະສົມໃຫ້ໄດ້ປະໂຫຍດຫລາຍທີ່ສຸດ ແລະ ສິ່ງທີ່ບໍ່ຄວນເຮັດຕອນດື່ມນົມ ບໍ່ວ່າຈະເປັນ ດື່ມນົມພ້ອມກັບຢາ ແລະ ອື່ນໆ. ການດື່ມນົມຢູ່ເປັນປະຈຳເປັນເລື່ອງທີ່ດີຕໍ່ສຸຂະພາບຢ່າງແນ່ນອນ, ແຕ່ຈະດື່ມນົມແນວໃດໃຫ້ຮ່າງກາຍໄດ້ປະໂຫຍດຈາກນົມຫລາຍທີ່ສຸດ ມາເບິ່ງນຳກັນເລີຍ.

  • ຄວນແບ່ງເວລາໃນການດື່ມນົມ ເພື່ອໃຫ້ໄດ້ປະໂຫຍດສູງສຸດ ໃນຕອນເຊົ້າລະຫ່ວາງເວລາ 5:00 – 7:00 ໂມງ ເປັນໄລຍະທີ່ລຳໄສ້ເລີ່ມເຮັດວຽກ ການດື່ມນົມສົ້ມໃນໄລຍະນີ້ຈຶ່ງເໝາະສົມທີ່ສຸດ.
  • ໄລຍະເວລາ 7:00 – 9:00 ໂມງເຊົ້າ ເປັນເວລາທີ່ກະເພາະອາຫານເລີ່ມເຮັດວຽກ ແລະ ຮ່າງກາຍຕ້ອງການພະລັງງານ ເພື່ອເອົາໄປໃຊ້ໃນກິດຈະວັດປະຈຳວັນ ໄລຍະເວລານີ້ຄວນດື່ມນົມພາສເຈີໄຣ.
  • ເວລາ 9:00 ເຊົ້າ ຖິງຕອນທ່ຽງ ເປັນໄລຍະເວລາທີ່ສະໝອງເລີ່ມຕ້ອງການ ການກະຕຸ້ນຢ່າງເຕັມທີ່ ການດື່ມໂຢເກິດໄຂມັນຕໍ່າ ຈະຊ່ວຍກະຕຸ້ນສະໝອງໄດ້ດີທີ່ສຸດ.
  • ເວລາທ່ຽງຈົນເຖິງ 15:00 ໂມງ ໃນເວລານີ້ການດື່ມນົມສົ້ມຈະໄປຊ່ວຍໃຫ້ລຳໄສ້ນ້ອຍຍ່ອຍ ແລະ ດູດຊຶມອາຫານໄດ້ດີຍິ່ງຂຶ້ນ.
  • ເວລາ 15:00 – 17:00 ໂມງ ເປັນໄລຍະເວລາການເຮັດວຽກຂອງພົກຍ່ຽວ ຄວນເລືອກດື່ມນົມສົ້ມອີກຄັ້ງ ເພື່ອໄປຊ່ວຍກະຕຸ້ນໃຫ້ພົກຍ່ຽວໄລ່ຂອງເສຍອອກຈາກຮ່າງກາຍໄດ້ດີຍິ່ງຂຶ້ນ.
  • ເວລາ 17:00 – 21:00 ໂມງ ເປັນໄລຍະເວລາຂອງການກະຕຸ້ນລະບົບໄຫລວຽນຂອງເລືອດ ແລະ ເຍື່ອຫຸ້ມຫົວໃຈ ຮ່າງກາຍກຳລັງຕ້ອງການວິຕາມິນ C ກັບວິຕາມິນ E ຫລາຍ, ແຕ່ໃນຂະນະດຽວກັນ ເຮົາກໍບໍ່ຄວນກິນອາຫານໃນເວລານີ້ຫລາຍເກີນໄປ.

ໄລຍະສຸດທ້າຍຂອງມື້ ຫລື ຕັ້ງແຕ່ເວລາ 21:00 ເຖິງ 23:00 ໂມງ ເປັນໄລຍະເວລາທີ່ຮ່າງກາຍຕ້ອງການຄວາມອົບອຸ່ນ ແລະ ທາດການຊຽມ ເພາະສະນັ້ນແລ້ວ ການດື່ມນົມອຸ່ນໆໃນເວລານີ້ຈຶ່ງເໝາະສົມທີ່ສຸດ ແລະ ເປັນໄລຍະເວລາທີ່ຮ່