ປະກອບຄໍາຄິດຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ເພື່ອແກ້ໄຂບາງບັນຫາທີ່ເຮັດໃຫ້ຂະບວນການສ້າງແຜນງົບປະມານມີຄວາມຊັກຊ້າ

ວັນທີ 8 ເມສາ 2022 ນີ້, ທີ່ແຂວງຫຼວງພະບາງ, ຄະນະຮັບຜິດຊອບຄົ້ນຄວ້າຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ, ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ກັບຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດຂຶ້ນ, ໂດຍການເປັນປະທານຂອງທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງໆຫຼວງພະບາງ, ໂດຍມີບັນດາທ່ານຜູ້ຕາງໜ້າຈາກຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນ ແລະ ພະແນກການເງິນທີ່ມາຈາກ 8 ແຂວງຄື: ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ວຽງຈັນ, ແຂວງຫຼວງພະບາງ ແລະ ຊ່ຽວຊານຈາກທະນາຄານພັດທະນາອາຊີເຂົ້າຮ່ວມ. ໂດຍພາຍໃຕ້ການສະໜັບສະໜູນໂຄງການປະຕິຮູບການຄຸ້ມຄອງການເງິນແຫ່ງລັດ-ຈາກກອງທຶນຊ່ວຍເຫຼືອລ້າຝ່າຍດຽວຂອງສະຫະພາບຢູໂຣບ ຜ່ານທະນາຄານໂລກ ແລະທະນາຄານພັດທະນາອາຊີ.

ໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ສະເໜີຄວາມເປັນມາ, ເຫດຜົນ, ຄວາມຈໍາເປັນໃນການຄົ້ນຄວ້າສ້າງຮ່າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ ໂດຍເນັ້ນໃຫ້ເຫັນເຖິງການສ້າງຮ່າງດຳລັດສະບັບນີ້ແມ່ນເພື່ອເປັນການຜັນຂະຫຍາຍຕາມເນື້ອໃນທີ່ໄດ້ບັນຍັດໄວ້ໃນກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ມາດຕາ 55 ແລະ ມາດຕາ 56 ປັບປຸງໃໝ່), ປັບປຸງວຽກງານການສ້າງແຜນງົບປະມານແຫ່ງລັດ ໄປຕາມທິດລວມຂອງການປັບປຸງວຽກງານງົບປະມານ ກໍ່ຄືສ້າງແຜນງົບປະມານໄລຍະກາງບົນພື້ນຖານຫຼັກວິທະຍາສາດສອດຄ່ອງກັບພື້ນຖານເສດຖະກິດ ແລະ ເອົາລາຍຮັບເປັນຕົວຕັ້ງໃນການສ້າງແຜນລາຍຈ່າຍ; ເປັນການຍົກສູງຄວາມຮັບຜິດຊອບຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງກັບວຽກງານການສ້າງແຜນງົບປະມານແຫ່ງລັດ, ເພື່ອເຮັດໃຫ້ວຽກງານການສ້າງແຜນງົບປະມານທັນຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ແທດເໝາະກັບສະພາບຄວາມເປັນຈິງ.

ພ້ອມທັງ, ແກ້ໄຂບາງບັນຫາທີ່ເຮັດໃຫ້ຂະບວນການສ້າງແຜນງົບປະມານມີຄວາມຊັກຊ້າ ແລະ ຊ່ວຍໃຫ້ວຽກງານການສ້າງແຜນງົບປະມານແຫ່ງລັດ ໄດ້ຈັດຕັ້ງປະຕິບັດໄປຕາມກົດໝາຍໄດ້ກໍານົດໄວ້ ໂດຍສະເພາະການສ້າງບົດສະເໜີແຜນງົບປະມານ, ວິທີການສ້າງແຜນງົບປະມານ, ຂັ້ນຕອນ ແລະ ການກໍານົດເວລາໃນການສ້າງແຜນງົບປະມານແຫ່ງລັດລວມທັງ ການກໍານົດຄວາມຮັບຜິດຊອບຂອງບັນດາຂະແໜງການທີ່ຕິດພັນ, ການສ້າງແຜນຢູ່ຂັ້ນແຂວງ ແລະ ອື່ນໆໃຫ້ມີຄວາມຊັດເຈນ, ສອດຄ່ອງຕົວຈິງ ແລະ ມີຄວາມຢືດຢຸ່ນ ຂຶ້ນກ່ອນເກົ່າ.

ສໍາລັບການອອກຄໍາແນະນໍາ ກ່ຽວກັບການສ້າງແຜນງົບປະມານແຫ່ງລັດ ທີ່ກະຊວງການເງິນໄດ້ກໍານົດອອກໃນແຕ່ລະປີຜ່ານມາ ຕໍ່ໄປນີ້ພາຍຫຼັງດໍາລັດສະບັບນີ້ໄດ້ຖືກຮັບຮອງປະກາດໃຊ້ແລ້ວການອອກຄໍາແນະນໍາກ່ຽວກັບການສ້າງແຜນງົບປະມານ ແມ່ນຈະໄດ້ອອກສະເພາະໃນກໍລະນີທີ່ລັດຖະບານມີການປ່ຽນແປງທາງດ້ານນະໂຍບາຍໃດໜຶ່ງເທົ່ານັ້ນ, ສ່ວນຂັ້ນຕອນ ແລະ ກໍານົດເວລາ ໃນການສ້າງແຜນງົບປະມານແມ່ນໃຫ້ປະຕິບັດໄປຕາມຫຼັກການລວມທີ່ໄດ້ກໍານົດໄວ້ໃນຮ່າງດຳລັດສະ ບັບນີ້, ສໍາລັບວິທີການ, ຂັ້ນຕອນ, ກໍານົດເວລາລະອຽດໃນການສ້າງແຜນງົບປະມານ ແມ່ນຈະໄດ້ກໍານົດສ້າງເປັນຄູ່ມືແນະນໍາເພີ່ມສະເພາະຕື່ມເພື່ອໃຫ້ສາມາດຈັດຕັ້ງປະຕິບັດເປັນເອກະພາບກັນ.

ພ້ອມນັ້ນ, ຄະນະວິຊາການກໍໄດ້ນໍາສະເໜີເນື້ອໃນລະອຽດຂອງຮ່າງດຳລັດເປັນແຕ່ລະມາດຕາ, ຊຶ່ງຜ່ານການປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາຕິດພັນກັບຄວາມຮັບຜິດຊອບຂອງແຕ່ລະຂະແໜງ ການເປັນຕົ້ນ: ດ້ານໂຄງສ້າງຂອງຮ່າງດໍາລັດ, ຕິດພັນກັບອົງປະກອບຂອງການສ້າງແຜນງົບປະມານແຫ່ງລັດ, ການສ້າງແຜນເປັນລາຍລະອຽດ,ການສ້າງແຜນງົບປະມານຢູ່ຂັ້ນແຂວງ; ຂັ້ນຕອນ ແລະ ກໍານົດເວລາໃນການສ້າງແຜນງົບປະມານແຫ່ງລັດ, ກໍານົດກອບເວລາຂອງແຕ່ລະຂັ້ນຕອນໃນຂະບວນການສ້າງແຜນງົບປະມານເປັນອັນລະອຽດ ໂດຍສະເພາະຄວາມຮັບຜິດຊອບໃນການແບ່ງຂອບເພດານລາຍຈ່າຍບໍລິຫານປົກກະຕິ ແລະ ລາຍຈ່າຍລົງທຶນຂອງລັດ ໄລຍະກາງ ໃຫ້ຫົວໜ່ວຍງົບປະມານແຫ່ງລັດຂັ້ນໜຶ່ງ ແລະ ຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານແຫ່ງລັດແຕ່ລະຂັ້ນ, ຊຶ່ງທີ່ປະຊຸມໄດ້ຕີລາຄາສູງຕໍ່ການປະກອບຄໍາຄິດຄໍາເຫັນຈາກຜູ້ເຂົ້າຮ່ວມຂອງແຕ່ລະພາກ ສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ຮ່າງດຳລັດມີຄວາມເປັນເອກະພາບ ໂດຍພື້ນຖານຈະໄດ້ນໍາໄປປັບປຸງບາງເນື້ອໃນໃຫ້ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງຂຶ້ນຕື່ມ ແລະ ໃຫ້ທັນສະເໜີຕໍ່ລັດຖະບານເພື່ອພິຈາລະນາໃນຂັ້ນຕອນຕໍ່ໄປໄວໆນີ້.