ປີ 2021 ມູນຄ່າການຄ້າລາວ-ຫວຽດນາມ ບັນລຸມູນຄ່າການຄ້າສອງຝ່າຍ 1,37 ຕື້ ໂດລາ

ປີ 2021 ຜ່ານມາເຖິງວ່າພົບສະພາບການແພ່ລະບາດຂອງພະຍາດໂຄວິດ-19, ແຕ່ຍອດມູນຄ່າການຄ້າສອງປະເທດລາວ-ຫວຽດນາມ ຍັງເຕີບໂຕແບບກ້າວກະໂດດ ເຊິ່ງບັນລຸ 1,37 ຕື້ ໂດລາສະຫະລັດ ເພີ່ມຂຶ້ນກວ່າ 33% ທຽບໃສ່ ປີ 2020.

ໃນບົດລາຍງານຂອງຄະນະໂຄສະນາອົບຮົມສູນກາງພັກ ຊີ້ໃຫ້ເຫັນວ່າ: ສຳລັບວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວແຕ່ປີ 1989 ເຖິງປັດຈຸບັນມີ 417 ໂຄງການ ມູນຄ່າ 4,3 ຕື້ ໂດລາສະຫະລັດ, ໃນນີ້ ສສ ຫວຽດນາມ ລົງທຶນ 100% ມີ 287 ໂຄງການ ມູນຄ່າ 3,5 ຕື້ໂດລາສະຫະລັດ ແລະ ການລົງທຶນຮ່ວມທຸລະກິດ 122 ໂຄງການ ມູນຄ່າ 622 ລ້ານ ໂດລາສະຫະລັດ, ຈັດຢູ່ລຳດັບທີ 3 ໃນ 54 ປະເທດ ແລະ ເຂດແຄວ້ນທີ່ລົງທຶນຢູ່ລາວ.

ສ່ວນການຄ້າ, ລາວ ແລະ ຫວຽດນາມ ໄດ້ສືບຕໍ່ປະຕິບັດກົນໄກບູລິມະສິດຜ່ອນຜັນອັດຕາພາສີຂາເຂົ້າເຊິ່ງກັນ ແລະ ກັນສຳລັບສິນຄ້າທີ່ມີແຫລ່ງກຳເນີດຈາກແຕ່ລະປະເທດທັງ ສືບຕໍ່ສົມທົບກັນຄົ້ນຄວ້າເປີດກວ້າງລາຍການບັນດາປະເພດສິນຄ້າທີ່ໄດ້ຮັບອັດຕາພາສີຂາເຂົ້າ 0%.

ບົດລາຍງານດັ່ງກ່າວ ລະບຸຕື່ມວ່າ: ລັດຖະບານສອງປະເທດ ໄດ້ພົວພັນຮ່ວມມືດ້ານເສດຖະກິດຮ່ວມກັນຢ່າງແໜ້ນແຟ້ນ ໂດຍໄດ້ແລກປ່ຽນຂໍ້ມູນຂ່າວສານການສ້າງແຜນຜັນຂະຫຍາຍກົນໄກ, ນະໂຍບາຍການພັດທະນາເສດຖະກິດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ ມາລົງທຶນຢູ່ລາວໃນຂົງເຂດຕ່າງໆ ນັບມື້ຂະຫຍາຍຕົວ.