ລວຍໄດ້ແທ້ ພຽງແຕ່ມີ 10 ຂໍ້ນີ້

ຈາກ ແຈັກ ໝ່າ ຜູ້ກໍ່ຕັ້ງບໍລິສັດ E-Commerce ດັ່ງ Alibaba.

  1. ຢາກໄດ້ມັນແທ້ໆຕ້ອງລົງມືເຮັດ ບໍ່ແມ່ນມີແຕ່ເວົ້າໄປແຕ່ລະມື້.
  2. ຢ່າຮີບຮ້ອນກັບຜົນຕອບແທນ ຄວາມສຳເລັດບໍ່ໄດ້ມາຈາກ 1 ເທື່ອທີ່ເຮັດດີທີ່ສຸດ, ແຕ່ມາຈາກ 1 ໃນ 100 ເທື່ອທີ່ເຮັດດີທີ່ສຸດ.
  3. ຢ່າເສຍຄວາມເປັນໂຕເອງ, ຢ່າພະຍາຍາມເອົາໃຈທຸກຄົນ ຫລື ພະຍາຍາມເຮັດໃຫ້ທຸກຄົນຍອມຮັບ ຈົນສູນເສຍຄວາມເປັນໂຕເອງໄປ, ແຕ່ໃຫ້ເຮັດຕາມສັນຊາດຕະຍານຂອງຕົນເອງ.
  4. ຢ່າລືມອະນາຄົດ, ຢ່າຈົມຢູ່ກັບວຽກເກົ່າໆຈົນລືມອະນາຄົດທີ່ດີກ່ວານີ້, ລອງວາງແຜນອະນາຄົດຂອງໂຕເຮົາເອງ ວ່າຈະພັດທະນາໄປໄດ້ແນວໃດແດ່.
  5. ຢ່າຍອມຈຳນົນ, ຫ້າມຍອມຮັບສິ່ງທີ່ພົບໃນທຸກໆມື້ ແລະ ບໍ່ພັດທະນາ ຫລື ປັບປ່ຽນຫຍັງເລີຍ ໃຊ້ຊີວິດແບບເກົ່າໆ.
  6. ຢ່າຟັງຄົນອື່ນຫລາຍກ່ວາຕົນເອງ ສິ່ງທີ່ຂີ້ຮ້າຍທີ່ສຸດໃນການທຳລາຍດ້ານດີຂອງຕົນເອງກໍຄື ການຟັງຄຳເວົ້າລົບໆຈາກຄົນອື່ນ ແລ້ວທ່ານກໍເຊື່ອວ່າມັນເປັນແບບນັ້ນແທ້ໆ.
  7. ຢ່າກຽດຄ້ານ, ເຮົາຕ້ອງຄິດເຖິງອະນາຄົດສະເໝີວ່າ ເຮົາຍອມທີ່ຈະເຮັດວຽກໜັກໃນຕອນນີ້ ເພື່ອທີ່ອີກຊ່ວງຊີວິດທີ່ເຫລືອ ເຮົາຈະບໍ່ຕ້ອງເຮັດວຽກອີກຕໍ່ໄປ.
  8. ຢ່າຢ້ານຄວາມລົ້ມເຫລວ, ຫລາຍຄົນມັກມີຄວາມຄິດທີ່ວ່າ ການທີ່ເຮົາເຮັດຫຍັງແລ້ວມັນລົ້ມເຫລວ ແມ່ນ ເສຍເວລາ, ແຕ່ບໍ່ເຄີຍຄິດວ່າ ການທີ່ບໍ່ໄດ້ເຮັດຫຍັງເລີຍຕ່າງຫາກທີ່ມັນເສຍເວລາ.
  9. ຢ່າມີຂໍ້ອ້າງ, ຄົນເຮົາສ່ວນຫລາຍມັກຫາຂໍ້ອ້າງໃຫ້ຕົນເອງ ເພື່ອທີ່ຈະບໍ່ເຮັດ, ແຕ່ບໍ່ເຄີຍຫາຫົນທາງເພື່ອໃຫ້ຕົນເອງປະສົບຄວາມສຳເລັດ.
  10. ຢ່າປິດຕົນເອງ, ການເຂົ້າສັງຄົມ ແລະ ຂໍຄຳແນະນຳຈາກຄົນທີ່ປະສົບຄວາມສຳເລັດໄປແລ້ວ ຈະເຮັດໃຫ້ເຮົາໄປເຖິງເປົ້າໝາຍໄດ້ງ່າຍກ່ວາ ແລະ ໄວກ່ວາການທີ່ເຮົາລອງເຮັດຫຍັງຄົນດຽວ.