ລັດຖະມົນຕີ ກະຊວງ ຖວທ ເນັ້ນ ຖວທ ແຂວງອັດຕະປືພັດທະນາແຫລ່ງທ່ອງທ່ຽວໃຫ້ໂດດເດັ່ນ

ວັນທີ 5 ເມສາ 2022 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນໃຫ້ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງພະແນກ ຖວທ ແຂວງອັດ ຕະປື ໂດຍສະເພາະຄະນະນໍາພະແນກດັ່ງກ່າວໃຫ້ເພີ່ມທະວີການສຶກສາອົບຮົມການເມືອງ ແນວຄິດສະມາ ຊິກພັກ-ພະນັກງານລັດຖະກອນ ເພື່ອເຂົ້າໃຈແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍຄືມະຕິຄໍາສັງຕ່າງໆທີ່ຂັ້ນເທິງວາງອອກ.

ຂະນະດຽວກັນກໍໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ກະທັດຮັດຮັບປະກັນຄຸນນະພາບ ເພື່ອການຫັນປ່ຽນຢ່າງແຂງແຮງຂອງວຽກງານ, ເພີ່ມທະວີການຕິດ ຕາມກວດກາວຽກງານ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນທັງເອົາໃຈໃສ່ໂຄສະນາບັນດາກົດໝາຍ ແລະ ນິ ຕິກໍາໃນຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຢ່າງກວ້າງຂວາງ ແລະ ທົ່ວເຖິງ, ເພີ່ມທະວີການຄຸ້ມຄອງສື່ສັງຄົມອອນລາຍ ທີ່ໂຄສະນາຕ້ານແນວທາງນະໂຍບາຍຂອງພັກ-ລັດໃຫ້ດີ, ເອົາໃຈໃສ່ປົກປັກຮັກສາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວັດທະນະທໍາທ່ອງຖິ່ນໃຫ້ເຄື່ອນໄຫວຢ່າງແຂງແຮງ, ພັດທະນາບັນດາແຫຼ່ງທ່ອງທ່ຽວໃຫ້ໂດດເດັ່ນ ເພື່ອກຽມຮອງຮັບນັກທ່ອງທ່ຽວ ພາຍຫຼັງສະພາບການຂອງພະຍາດໂຄວິດ-19 ຫລຸດຜ່ອນລົງ.