ນັກເຕະແມນຢູ ເລືອກຜູ້ຈັດການທີມບໍ່ກົງກັນ

ສື່ອັງກິດລາຍງນາວ່າ ນັກເຕະແມນເຊສເຕີ ສຽງແຕກໃນການເລືອກໃຫ້ ເອຣິກ ເທນ ຮາກ ຫລື ເມົາຣີຊີໂອ ໂປເຊັດຕີໂນ ເຂົ້າມາເຮັດຫນ້າທີ່ເປັນຜູ້ຈັດການທີມຖາວອນຄົນໃຫມ່.

ສຳລັບ ແມນເຊສເຕີ ຢູໄນເຕັດ ພວມຕາມຫາຜູ້ຈັດການທີມຄົນໃຫມ່ ເຊິ່ງຄາດວ່າຈະມີການແຕ່ງຕັ້ງຢ່າງເປັນທາງການໃນລະດູການນີ້ ໂດຍມີ ຕົວເລືອກຄື ເອຣິກ ເທນ ຮາກ ຜູ້ຈັດການທີມ ອາແຈັກ ອຳເຕີດຳ ແລະ ເມົາຣີຊີໂອ ໂປເຊັດຕີໂນ ຜູ້ຈັດການທີມ ປາຣີສ ແຊັງ ແຊັກແມັງ.

ແນວໃດກໍຕາມກ່ອນຫນ້ານີ້ ເທເລກຣາຟ ສື່ຊັ້ນນຳຂອງອັງກິດລາຍງານວ່າ ເທນ ຮາກ ຄືຜູ້ຈັດການທີມທີ່ມີພາສີດີທີ່ສຸດໃນການເຂົ້າມາເຮັດຫນ້າທີ່ເປັນຜູ້ຈັດການທີມຂອງ ແມນເຊສເຕີ ຢູໄນເຕັດ ຄົນໃຫມ່ ຫລັງສ້າງຄວາມປະທັບໃຈກ່ຽວກັບປັດສະຍາ ແລະ ວິິໄສທັດທີ່ມີຕໍ່ສະໂມສອນໃນການສຳພາດຮອບທຳອິດ.

ແຕ່ຫລ້າສຸດ ແມນເຊສເຕີ ອິຟນິງ ນິວ ສື່ທ້ອງຖິ່ນໃນເມືອງ ເປີດເຜີຍວ່າ ຂະນະນີ້ນັກເຕະ ແມນຢູ ມີການແບ່ງຝັ່ງໃນການເລືອກຜູ້ຈັດການທີມຄົນໃຫມ່ ໂດຍບາງສ່ວນກໍຮູ້ສຶກຕື່ນເຕັ້ນທີ່ຈະໄດ້ ເທນ ຮາກ ມາຄຸມທີມ.

ແຕ່ການລາຍງານເພີ່ມຕື່ມວ່າ ມີຜູ້ຫລິ້ນລະດັບຊຸບເປີສະຕາຂອງທີມ ຢາກໄດ້ ໂປເຊັດຕີໂນ ມາເປັນຜູ້ຈັດການທີມຫລາຍກວ່າ ເນື່ອງຈາກເບິ່ງວ່າ ເທນ ຮາກ ຍັງບໍ່ແມ່ນຄົນທີ່ເຫມາະສົມກັບຕຳແຫນ່ງດັ່ງກ່າວ.