ຍຸດທະສາດຂອງການຄວບຄຸມໃໝ່ໃນ 5 ຂົງເຂດວຽກງານຫຼັກ

ໃນຖະແຫລງຂ່າວປະຈຳວັນທີ 4 ເມສາ 2022 ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວບາງຕອນວ່າ: ເພື່ອເຮັດໃຫ້ການຄວບຄຸມການລະບາດພະຍາດໂຄວິດ-19 ຍຸດຕິລົງພາຍໃນປີນີ້ ອົງການອະນາໄມຟລກໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກປະຕິບັດຍຸດທະສາດຂອງການຄວບຄຸມໃໝ່ໃນ 5 ຂົງເຂດວຽກງານຫຼັກຄື:
- ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ກວດຫາເຊື້ອພະຍາດ
- ເພີ່ມທະວີການສັກຢາວັກຊີນໃຫ້ທົ່ວເຖີງ ລວມເຖີງການປະຕິບັດມາດຕະການທາງດ້ານສັງຄົມ ແລະ ການມີສ່ວນຮ່ວມຂອງຊຸມຊົນ
- ເອົາໃຈໃສ່ປີ່ນປົວຄຸ້ມຄອງກໍລະນີ ໃຫ້ຫາຍດີ ເພື່ອບໍ່ໃຫ້ມີການເສຍຊີວິດ
- ເອົາໃຈໃສ່ສະໜອງອຸປະກອນ ແລະ ຢາໃຫ້ທຸກຄົນໄດ້ທົ່ວເຖີງ
- ການໂຕ້ຕອບການລະບາດອາດຈະປັບປ່ຽນຈາກໂໝດໂຕ້ຕອບເຫດການສຸກເສີນມາເປັນການຄວບຄຸມການຕິດເຊື້ອພະຍາດທາງລະບົບຫາຍໃຈໃນໄລຍະຍາວ.

