ທູເຄິລ ເສົ້າ ເມຍ ຍື່ນເລື່ອງຂໍຢ່າ ປິດສາກຊີວິດຄູ່ 13 ປີ

ໂທມັສ ທູເຄິລ ຜູ້ຈັດການທີມ ເຊລຊີ ພົບກັບມໍລະສຸມຊີວິດສົມລົດ ຫລັງຢູ່ກິນກັບພັນລະຍາມາ 13 ປີ ຫລັງທີມເສຍໃຫ້ ເບຣນຟອດ 1-4 ໃນເຕະບານພຣີເມຍລີກ ອັງກິດ.

ທູເຄິລ ຜູ້ຈັດການທີມຊາດເຢຍລະມັນ ອາຍຸ 48 ປີ ພວມປະເຊີນກັບມໍລະສຸມຊີວິດ ໂດຍຕົ້ນສັງກັດເອງກໍມີບັນຫາດ້ານການເງິນ ຊຳ້ບໍ່ຫນ່ຳຜົນງານຂອງເຊລຊີ ກໍຕົກຕ່ຳລົງ ຫລ້າສຸດພາທີມເສຍໃຫ້ເບຣຟອດ 1-4 ເຊິ່ງເປັນຄວາມເສຍໄຊໃຫ້ທີມທ້າຍຕາຕະລາງຄັ້ງທຳອິດນັບຕັ້ງແຕ່ປີ 1939 ເຮັດໃຫ້ມີ 59 ຄະແນນຄືເກ່ົາ ຄອງອັນດັບ 3 ນຳອາເຊນອລ ທີມອັນດັບ 4 ຢູ່ 5 ຄະແນນ ແຕ່ແຂ່ງຫລາຍກວ່າ 1 ນັດ.

ຫລ້າສຸດ ຄອບຄົວກໍພົບບັນຫາຊີວິດ ເມື່ອມີລາຍງານວ່າ ຊິສຊີ ພັນລະຍາທີ່ໃຊ້ຊີວິດຮ່ວມກັນມາ 13 ປີ ຍື່ນເລື່ອງຂໍຢ່າຮ້າງຢ່າງເປັນທາງການ ຫລັງພະຍາຍາມປະຄັບປະຄອງຄວາມສຳພັນ ໂດຍ ຊິສຊີ ເລືອກທີ່ຈະລາອອກຈາກອາຊີບພະນັກງານຂ່າວຫນັງສືພິມ ເພື່ອຕາມມາຢູ່ກັບ ທູເຄິລ ທີ່ຄອບແຮມ, ລອນດອນ ເມື່ອ 10 ເດືອນກ່ອນ ແຕ່ກໍບໍ່ສາມາດແກ້ໄຂບັນຫາລະຫວ່າງກັນໄດ້.

‘‘ ລະຫວ່າງເຮັດວຽກຢູ່ ປາຣີ ແຊັງ ແຊັກແມັງ ນັ້ນ ຊິສຊີ ຢູ່ເບື້ອງຫລັງໃນການຊ່ວຍໃຫ້ ທູເຄິລ ເຮັດວຽກໃນວົງການບານເຕະໄດ້ງ່າຍຂຶ້ນ ລາວເປັນຜູ້ຍິງທີ່ສະຫລາດຫລາຍ ແຕ່ ຊິສຊີ ແລະ ໂທມັສ ພະຍາຍາມ ຢ່າງທີ່ສຸດແລ້ວ ແຕ່ມັນບໍ່ມີທາງອອກໃດໃຫ້ທັງຄູ່ນອກຈາກການຢ່າຮ້າງ ເປັນເລື່ອງເສົ້າ ຕອນນີ້ ພວກເຂົາພວມຕົກລົງກັນເລື່ອງສິດການເບິ່ງແຍງລູກສາວ ແລະ ຄ່າເບິ່ງແຍງຕ່າງ ’’ ແຫລ່ງຂ່າວລາຍງານ.