ເອີຣົບ ຍັງສັ່ງຊື້ອາຍແກັສຈາກ ຣັດເຊຍ ຢ່າງປົກກະຕິ

ຕາມຂ່າວຈາກ ລອນດອນ, ວັນທີ1ເມສາ 2022 ນີ້ວ່າ: ອາຍແກັສ ຈາກຣັດເຊຍຍັງໄຫລເຂົ້າປະເທດ ໃນເອີຣົບຕາມປົກກະຕິ.
ຂະນະທີ່ ອາຍແກັສ ໃນເອີຣົບຍັງຄົງປັບຂຶ້ນລາຄາຢ່າງຕໍ່ເນື່ອງເພາະທຸລະກິດຕ່າງໆວິຕົກກາງວົນ ຖ້າຫາກຣັດເຊຍຈະຢຸດຈ່າຍອາຍແກັສຖ້າຫາກບໍ່ຈ່າຍເປັນສະກຸນເງິນຣູບ ຂອງຣັດເຊຍ.
ປັດຈຸບັນ, ທໍ່ສົ່ງອາຍແກັສຈາກຣັດເຊຍ ໄປເອີຣົບ 2 ໃນ 3 ທໍ່ຫລັກຍັງຄົງຈ່າຍອາຍແກັສຕາມປົກກະຕິປະກອບດ້ວຍ Nord Stream 1 ຂ້າມທະເລbaltic ແລະ ທໍ່ທີ່ເຂົ້າໄປໃນ ສະໂລວາກິ(Slovakia).
ຂ່າວຈາກ: ຂປລ

