ເປີດ 30 ອັນດັບ ນັກເຕະຄ່າເມື່ອຍຕໍ່ປີສູງທີ່ສຸດໃນ 5 ລີກຢູໂຣບ

ເປີດເຜີຍ 30 ອັນດັບນັກເຕະລາຍໄດ້ສູງທີ່ສຸດໃນ 5 ລີກຢູໂຣບ ໂດຍ ເນມາ ນັກເຕະທີມຊາດບຣາຊິລ ແລະ ປາຣີ ແຊັງ ແຊັກແມັງ ຄວ້າແຊ໊ມຄ່າເມື່ອຍສູງສຸດໃນເວລານີ້ ທີ່ 48 ລ້ານຢູໂຣ/ປີ.

‘‘ ມາກາ ’’ ສື່ໃນສະເປນຮວບຮວມຂໍ້ມູນຄ່າເມື່ອນັກເຕະໃນ 5 ລີກດີທີ່ສຸດຂອງຢູໂຣບ ເຊິ່ງປະກອບດ້ວຍ ພຣີເມຍລີກ ອັງກິດ, ບຸນເດສລີກາ ເຢຍລະມັນ, ລີກເອິງ ຝຣັ່ງ, ເຊເຣຍອາ ອິຕາລີ ແລະ ລາລີກາ ສະເປອນ ແລະ ຜົນປາກົດວ່ານັກເຕະຈາກ ປາຣີສ ແຊັງ ແຊັກແມັງ ຄອງອັນດັບ 1 ແລະ 2 ຕາມລຳດັບ. ໂດຍ ເນມາ ມີຄ່າເມື່ອຍຕໍ່ປີສູງທີ່ສຸດເຖິງ 48,996,000 ຢູໂຣຕໍ່ປີ ຕາມມາດ້ວຍ ລີໂອເນລ ເມສຊີ ຫມູ່ຮ່ວມຊາດຊາວອາເຈນຕີນາ ທີ່ຮັບຢູ່ 40,500,000 ຢູໂຣຕໍ່ປີ.

ອັນດັບ 3 ເປັນຂອງ ແກເຣັດ ເບລ ນັກເຕະຂອງ ເຣອັນ ມາດຣິດ ໄດ້ຮັບຢູ່ທີ່ 34,000,000 ຢູໂຣຕໍ່ປີ ສ່ວນ ຄຣິສຕຽນໂນ ໂຣນັລໂດ ນັກເຕະຊຸບເປີສະຕາອາຍຸ 36 ປີ ໄດ້ຮັບຈາກແມນຢູ ຢູ່ທີ່ 31,560,000 ຢູໂຣຕໍ່ປີ ເຊິ່ງເປັນນັກເຕະພຣີເມຍລີກ ອັງກິດ ທີ່ມີຄ່າເມື່ອຍສູງສຸດໃນເວລານີ້ ແລະ ອັນດັບ 5 ໄດ້ແກ່ ເອເດັນ ອາຊາ ຂອງ ເຣອັນ ມາດຣິດ ໄດ້ຮັບຢູ່ 30,000,000 ຢູໂຣຕໍ່ປີ.

ສະຫລຸບ 30 ອັນດັບນັກເຕະຄ່າເມື່ອຍສູງທີ່ສຸດຂອງ 5 ລີກຢູໂຣບ ມີດັ່ງນີ້ :

  1. ເນມາ (ປາຣີສ ແຊັງ-ແຊັກແມັງ) 48,996,000 ຢູໂຣຕໍ່ປີ
  2. ລີໂອເນລ ເມສຊີ (ປາຣີສ ແຊັງ-ແຊັກແມັງ)  40.500,000 ລ້ານຢູໂຣຕໍ່ປີ
  3. ແກເຣັດ ເບລ (ເຣອັນ ມາດຣິດ) 34,000,000 ຢູໂຣຕໍ່ປີ
  4. ຄຣິສຕຽນໂນ ໂຣນັລໂດ (ແມນເຊສເຕີ ຢູໄນເຕັດ)  31,560,000 ຢູໂຣ ຕໍ່ປີ
  5. ເອເດັນ ອາຊາ (ເຣອັນ ມາດຣິດ) 30,000,000 ຢູໂຣ ຕໍ່ປີ
  6. ຄີລຽນ ເອັມບັບເປ (ປາຣີ ແຊັງ ແຊັກແມັງ) 26.4 ລ້ານຢູໂຣຕໍ່ປີ
  7. ເຄວິນ ເດິບຣອຍ (ແມນເຊັສເຕີ ຊິຕີ້) 24,720,000 ຢູໂຣຕໍ່ປີ.
  8. ຄາຣິມ ເບນເຊມາ (ເຣອັນ ມາດຣິດ) 24,000,000 ຢູໂຣຕໍ່ປີ
  9. ດາບິດ ເດ ເຄອາ (ແມນເຊສເຕີ ຢູໄນເຕັດ) 23,300,000 ຢູໂຣຕໍ່ປີ
  10. ໂຣເບີດ ເລວານດອບສະກີ (ບາເຢິນ ມິວນິກ) 23,000,000 ຢູໂຣຕໍ່ປີ
  11. ເຊີຄີໂອ ບຸສເກສ (ບາເຊໂລນາ) 23,000,000 ຢູໂຣຕໍ່ປີ
  12. ໂທນີ ໂຄຣສ (ເຣອັນ ມາດຣິດ) 22,000,000 ຢູໂຣຕໍ່ປີ
  13. ຈາດອນ ຊານໂຊ (ແມນເຊສເຕີ ຢູໄນເຕັດ) 21,700,000 ຢູໂຣຕໍ່ປີ
  14. ຣາຟາເອລ ວາຣານ (ແມນເຊສເຕີ ຢູໄນເຕັດ) 21,133,000 ຢູໂຣຕໍ່ປີ
  15. ໂລເມນູ ລູກາກູ (ເຊລຊີ) 20.300,000 ຢູເອີໂຣຕໍ່ປີ
  16. ອອງຕວນ ກຣີສມັນ (ແອັດເລຕີໂກ ມາດຣິດ) 20,000,000 ຢູໂຣຕໍ່ປີ
  17. ມານູເອລ ນອຍເອີ (ບາເຢິນ ມິວນິກ) 20,000,000 ຢູໂຣຕໍ່ປີ
  18. ຣີຣອຍ ຊາເນ (ບາເຢິນ ມິວນິກ) 20,000,000 ຢູໂຣຕໍ່ປີ
  19. ໂທມັສ ມຸລເລີ (ບາເຢິນ ມິວນິກ) 20,000,000 ຢູໂຣຕໍ່ປີ
  20. ໂຢຊົວ ຄິມມິດ (ບາເຢິນ ມິວນິກ) 20,000,000 ຢູໂຣຕໍ່ປີ
  21. ຈໍດີ ອັນບາ (ບາເຊໂລນາ) 20,000,000 ຢູໂຣຕໍ່ປີ
  22. ຢານ ໂອບລັກ (ແອັດເລຕີໂກ ມາດຣິດ) 20,000,000 ຢູໂຣຕໍ່ປີ
  23. ດາວິດ ອະລາບາ (ເຣອັນ ມາດຣິດ) 20,000,000 ຢູໂຣຕໍ່ປີ
  24. ລູກາ ໂມດຣິດ (ເຣອັນ ມາດຣິດ) 20,000,000 ຢູໂຣຕໍ່ປີ
  25. ແຈັກ ກຣີລິດ (ແມນເຊສເຕີ ຊິຕີ້) 18.600,000 ຢູໂຣຕໍ່ປີ
  26. ຣາຮິມ ສະເຕີລິງ (ແມນເຊສເຕີ ຊິຕີ້) 18.600,000 ຢູໂຣຕໍ່ປີ
  27. ເອັນໂກໂຣ ກອງເຕ (ເຊລຊີ) 18,000,000 ຢູໂຣຕໍ່ປີ
  28. ປອລ ປັອກບາ (ແມນເຊສເຕີ ຢູໄນເຕັດ) 18,000,000 ຢູໂຣຕໍ່ປີ
  29. ລູກາ ເຮີນານເດ (ບາເຢິນ ມິວນິກ) 18,000,000 ຢູໂຣຕໍ່ປີ
  30. ລີອອນ ໂກເຣດກາ (ບາເຢິນ ມິວນິກ) 18,000,000 ຢູໂຣຕໍ່ປີ