ສະວີເດນໄຟຂຽວໃຊ້ “ຢາຕ້ານໂຄວິດ-19” ຊະນິດໃໝ່ຈາກ “ແອສຕຣາເຊເນກາ”

ວັນທີ 30 ມີນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ໜ່ວຍງານຜະລິດຕະພັນທາງການແພດແຫ່ງສະວີເດນ ຢືນຢັນກັບສຳນັກຂ່າວຊິນຕົວວ່າ: ຢາປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຊະນິດໃໝ່ຈາກແອສຕຣາເຊເນກາ ໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນສະວີເດນແລ້ວ.
ເມື່ອບໍ່ດົນມານີ້, ອີວູຊິລ (Evushield) ໄດ້ຮັບອະນຸຍາດໃຫ້ນຳໃຊ້ໃນກຸ່ມຄົນທີ່່າງກາຍມີການປ້ອງກັນພະຍາດໂຄວິດ-19 ໃນລະດັບບໍ່ໜ້າເພິ່ງພໍໃຈເຖິງວ່າສັກວັກຊີນແລ້ວ ເນື່ອງຈາກປັດໄຈພະຍາດປະຈຳຕົວເຊັ່ນ: ຜູ້ເປັນມະເຮັງທີ່ປິ່ນປົວດ້ວຍຢາເຄມີບຳບັດ, ຜູ້ຟອກໄຕ, ຜູ້ໃຊ້ຢາກົດພູມຕ້ານທານຫລັງປູກຖ່າຍອະໄວຍະວະ ແລະ ຜູ້ເປັນພະຍາດຕ່າງໆເຊັ່ນ: ພະຍາດປອກປະສານເສື່ອມແຂງ ແລະ ພະຍາດຂໍ້ອັກເສບຣູມາຕອຍ.
ທ່ານ ແອນນາ-ລີນາ ອິງວໍ ປະທານກິດຈະການກຸ່ມປະເທດນໍດິກ ແລະ ສະວີເດນຂອງແອສຕຣາເຊເນກາ ຖະແຫລງຂ່າວວ່າ: ຊາວສະວີເດນຫລາຍພັນຄົນຍັງບໍ່ສາມາດກັບໄປໃຊ້ຊີວິດປະຈຳວັນຕາມປົກກະຕິ ທັງທີ່ມີວັກຊີນ, ພວກເຂົາບໍ່ສາມາດພົບປະຍາດພີ່ນ້ອງ ຫລື ຮ່ວມກິດຈະກຳທາງສັງຄົມໄດ້.
ສ່ວນແອສຕຣາເຊເນກາເຜີຍວ່າ: ກຸ່ມຜູ້ມີພູມຕ້ານທານບົກພ່ອງຈຳນວນ 3 ລ້ານຄົນ ໃນສະຫະພາບເອີຣົບ ຈະໄດ້ຮັບຜົນປະໂຫຍດຈາກຢາອີວູຊິລ ເຊິ່ງຈະໃຫ້ຜ່ານການສັກເຂົ້າກ້າມຊີ້ນ 2 ຄັ້ງ ໂດຍຢາປະກອບມີແອນຕິບໍດີສອງຊະນິດທີ່ຈະໄປຈັບກັບໂປຣຕີນໜາມຂອງເຊື້ອໄວຣັສໂຄວິດ ເພື່ອປ້ອງກັນເຊື້ແພ່ເຂົ້າສູ່ເຊລ ແລະ ເພີ່ມຈຳນວນ.
ທັງນີ້, ການທົດລອງໄລຍະ 3 ເຜີຍວ່າ: ຢາອີວູຊິລຫລຸດຄວາມສ່ຽງການເປັນພະຍາດໂຄວິດ-19 ລົງ 77% ແລະ ສ້າງການປ້ອງກັນຢ່າງໜ້ອຍ 6 ເດືອນ. ອີກທັງມີປະສິດທິພາບປ້ອງກັນເຊື້ອໄວຣັສໂຄໂຣນາຊະນິດກາຍພັນ ສາຍພັນໂອມິຄຣອນ ສາຍພັນຍ່ອຍບີເອ.2 ເຊິ່ງຂຶ້ນແທ່ນເປັນສາຍພັນຫລັກທີ່ແພ່ລະບາດໃນຫລາຍປະເທດເອີຣົບນຳອີກ.
ສຳນັກງານສາທາລະນະສຸກສະວີເດນເຜີຍໃນອາທິດກ່ອນວ່າ: ການຈັດລຳດັບພັນທຸກຳຂອງຕົວຢ່າງ 93% ໃນສະວີເດນນັ້ນເຊື່ອມໂຍງກັບສາຍພັນຍ່ອຍບີເອ.2 ຂອງໂອມິຄຣອນ ໂດຍມາຮອດປັດຈຸບັນສະວີເດນກວດພົບຜູ້ຕິດເຊື້ອໂຄວິດ-19 ສະສົມປະມານ 2,48 ລ້ານຄົນແລ້ວ.

