ເບັກແຮມ ກຽມລ່າ 4 ດາວດັງຮ່ວມທີມ ໄມອາມີ

ເດວິດ ເບັກແຮມ ເຈົ້າຂອງທີມ ອິນເຕີ ໄມອາມີ ກຽມມີໂຄງການໃຫຍ່ ຫລັງຕົກເປັນຂ່າວກຽມວາງແຜນໄລ່ລ່າ 4 ດາວດັງລະດັບໂລກ ເພື່ອເຂົ້າມາເສີມທີມໃນລະດູການໜ້າ.

ທັງນີ້ 4 ນັກເຕະດັ່ງກ່າວປະກອບໄປດ້ວຍ ລີໂອເນລ ເມສຊີ ດາວດັງຊາວອາເຈນຕີນາ ທີ່ປັດຈຸບັນຫລິ້ນໃຫ້ກັບ ປາຣີ ແຊັງ ແຊັກແມັງ ທີ່ຕອນນີ້ຊີວິດໃນເມືອງຫລວງຂອງຝຣັ່ງຈະໄປໄດ້ບໍ່ສວຍງາມ.

ນອກຈາກນີ້ຍັງມີອະດີດນັກເຕະລີເວີພູລ ຄື ຫລຸຍ ຊົວເຣສ ດາວຍິງຊາວອຸຣຸໄກວ ທີ່ຫລິ້ນໃຫ້ກັບ ແອດເລຕີໂກ ມາດຣິດ ສ່ວນອີກ 2 ເຊີຄີໂອ ບຸສເກສ ແລະ ຄໍດີ ອັລບາ ຈາກບາເຊໂລນາ.