ບັນດາສະມາຊິກອາຊຽນ ຄົ້ນຄວ້າ-ພິ ຈາລະນາ ຫລາຍເອກະສານສຳຄັນ

ໃນວາລະກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 27 ແລະ ກອງປະຊຸມປິ່ນອ້ອມ ທີ່ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2022 ພາຍໃຕ້ການເປັນປະທານຂອງ ຣາຊະອານາຈັກກຳປູເຈຍ, ບັນດາຜູ້ແທນປະເທດສະມາຊິກອາຊຽນ ໄດ້ພ້ອມກັນຄົ້ນຄວ້າ ແລະພິຈາລະນາ ບັນດາເອກະສານທີ່ສຳຄັນ ເພື່ອສະເໜີໃຫ້ຜູ້ນຳອາຊຽນຮັບຮອງ ແລະ ຮັບຊາບ ທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 40 ແລະ 41.
ບັນດາເອກະສານສຳຄັນດັ່ງກ່າວ ປະກອບມີ ຖະແຫລງການ ວ່າດ້ວຍ ສົ່ງເສີມບົດບາດກິລາໃນການສ້າງປະຊາຄົມອາຊຽນ ແລະການບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ຖະແຫລງການ ວ່າດ້ວຍ ການເສີມຂະຫຍາຍເອກະລັກອາຊຽນ ໂດຍຜ່ານການປົກປັກຮັກສາກິລາ ແລະ ເກມຫລິ້ນພື້ນເມືອງ ໃນໂລກາວິວັດ; ຖະແຫລງການຜູ້ນຳອາຊຽນວ່າດ້ວຍ ປີຊາວໜຸ່ມອາຊຽນ 2022; ຖະ ແຫລງການອາຊຽນ ວ່າດ້ວຍການໂອນສິດອຸດໜູນປະກັນສັງຄົມ ສຳລັບແຮງງານເຄື່ອນຍ້າຍໃນອາ ຊຽນ; ຖະແຫລງການອາຊຽນ ວ່າດ້ວຍການສ້າງອະນາຄົດໃຫ້ມີຄວາມຍືນຍົງ, ເປີດກວ້າງ ແລະ ເຂັ້ມແຂງດ້ວຍຕົນເອງເພີ່ມຂຶ້ນ ເພື່ອປົດລ໋ອກຜູ້ປະກອບການທຸລະກິດແມ່ຍິງໃນອາຊຽນ; ປະຕິບັດງານພາກພື້ນອາຊຽນ ວ່າດ້ວຍ ສັນຕິພາບ ແລະ ຄວາມໝັ້ນຄົງຂອງແມ່ຍິງ; ຖະແຫລງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ທີ່ຈະສະເໜີຕໍ່ກອງປະຊຸມລັດພາຄີ ຕໍ່ແຜນງານສົນທິສັນຍາສະຫະປະຊາຊາດ ດ້ານການປ່ຽນແປງດິນຟ້າອາກາດ ຄັ້ງທີ 27; ແຜນແມ່ບົດອາຊຽນ ວ່າດ້ວວຍ ການພັດທະນາຊົນນະບົດ; ຖະແຫລງການວ່າດ້ວຍການຫັນປ່ຽນລະບົບການສຶກສາ ເຂົ້າສູ່ດີຈີຕອນທົ່ວອາຊຽນ ແລະ ຖະແຫລງການຜູ້ນຳອາຊຽນ ວ່າດ້ວຍການຢຸດຕິຄວາມບໍ່ສະເໝີພາບ ແລະ ການຕິດ ຕາມເພື່ອຢຸດຕິພະຍາດເອດ ໃນປີ 2030.
ສ່ວນບັນດາເອກະສານ ເພື່ອຮັບຊາບທີ່ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 40 ແລະ 41 ມີຄື: ເປີດຄືນ, ຟື້ນຟູ ແລະ ເຂັ້ມແຂງດ້ວຍຕົນເອງໃນວຽກງານການສຶກສາ; ຄູ່ມືຂອງບັນດາປະເທດສະມາຊິກອາຊຽນ; ຄູ່ມືພາກພື້ນ ກ່ຽວກັບບົດບາດນັກສັງຄົມສົງເຄາະ ແລະ ໜ່ວຍງານການບໍລິການທາງສັງຄົມສົງເຄາະ ເພື່ອເພີ່ມທະວີການປົກປ້ອງທາງສັງຄົມ; ແນວຄິດລິເລີ່ມສູນວັດທະນະທໍາ ແລະ ອຸດສາຫະກຳຫົວຄິດປະດິດສ້າງອາຊຽນ; ຖະແຫລງການສຽມຣຽບ ວ່າດ້ວຍ ການສົ່ງເສີມ ແລະ ຮອງຮັບ ປະຊາຄົມອາຊຽນ ເພື່ອສະໜັບສະໜູນເສດຖະກິດວັດທະນະທຳ ແລະ ຫົວຄິດປະດິດສ້າງ; ແຜນປະຕິບັດງານ ສຳລັບການລຶບລ້າງການສຽດສີເດັກໃນອາຊຽນ; ແຜນງານຍຸດທະສາດອາຊຽນ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍ; ແຜນຈັດຕັ້ງປະຕິບັດ ແລະ ຍຸດທະສາດ ການປ່ຽນແປງດິນຟ້າອາ ກາດອາຊຽນ 2022-2030; ແຜນງານກິລາອາຊຽນ 2021-2025; ແຜນຮ່ວມມືອາຊຽນ-ສະຫະພັນບານເຕະສາກົນ 2021-2022; ຖະແຫລງການຮ່ວມຂອງລັດຖະມົນຕີກິລາອາຊຽນ ວ່າດ້ວຍພື້ນຖານທີ່ໝັ້ນແກ່ນຂອງນັກກິລາອາຊຽນ ທີ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້; ຂອບການຮ່ວມມືອາຊຽນ ກ່ຽວກັບ ແຜນຄາດຄະເນການຄຸ້ມຄອງໄພພິບັດ; ຄູ່ມືປະຕິບັດງານໃນຂອບການຮ່ວມມືພາກພື້ນອາຊຽນ ວ່າດ້ວຍ ການປົກປ້ອງ, ບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງທຸກຄົນໃນການຄຸ້ມຄອງໄພພິບັດ ແລະ ບົດລາຍງານສິ່ງແວດລ້ອມອາຊຽນ ຄັ້ງທີ 6.
อาจเป็นรูปภาพของ 2 คน และ ข้อความ
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ຄວນຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຄວາມພະຍາຍາມ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອກະກຽມຄວາມພ້ອມ ແລະ ຄວາມສາມາດໃນການຕອບໂຕ້ກັບເຫດການສຸກເສີນທາງດ້າສາທາລະນະສຸກ ໃນປັດຈຸບັນ ແລະ ອະນາຄົດ; ອາຊຽນ ຈະຕ້ອງເພີ່ມທະວີການຮ່ວມມື ກ່ຽວກັບຄວາມປອດໄພທາງດ້ານສາທາລະນະສຸກ ແລະ ຄວາມສະຖຽນໃນການສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ໃຫ້ແກ່ປະຊາ ຊົນຢ່າງທັນການ ກ່ຽວກັບການຍົກສູງສະຕິລະວັງຕົວຈາກພະຍາດໂຄວິດ-19 ແລະ ຊະນິດອື່ນໆ, ຮັບປະກັນ ແລະ ສະໜອງການປິ່ນປົວ ແລະ ການສັກຢາວັກຊີນໃຫ້ແກ່ປະຊາຊົນ ລວມທັງອຸປະກອນທາງການແພດ ເພື່ອສ້າງຄວາມເຂັ້ມແຂງໃນພາກພື້ນຂຶ້ນຕື່ມ ໃນທ່າມກາງການແຜ່ລະບາດໃນທົ່ວໂລກ ແລະ ຄວາມບໍ່ແນ່ນອນທາງດ້ານເສດຖະກິດ.
ນອກນີ້, ອາຊຽນ ຄວນຮັກສາທ່າແຮງ ເພື່ອເພີ່ມທະວີການຮ່ວມມື ແລະ ການປະສານງານເພື່ອສ້າງຄວາມສາມາດ, ການພັດທະນຊັບພະຍາກອນມະນຸດ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ແລະ ການກະກຽມຄວາມພ້ອມ ເພື່ອຮັບມືກັບສິ່ງທ້າທາຍໃໝ່ທາງສິ່ງແວດລ້ອມ ແລະ ເຫດການສຸກເສີນ; ອາຊຽນ ຄວນສືບຕໍ່ກຳນົດ ແລະ ຈັດສັນໃຫ້ລະອຽດຕໍ່ບັນດາເອກະສານ ແລະ ຂໍ້ລິເລີ່ມ ທີ່ໄດ້ຖືກຮັບຮອງແລ້ວ ແນໃສ່ເພີ່ມທະວີການສ້າງຂີດຄວາມສາມາດຂອງປະຊາຊົນອາຊຽນ ໂດຍຜ່ານການຈັດຕັ້ງກິດຈະກຳຕ່າງໆຂອງອາຊຽນ ໂດຍສະເພາະແມ່ນການເພີ່ມທະວີການໄປມາຫາສູ່ຂອງປະຊາຊົນອາຊຽນ ໃຫ້ກັບມາສູ່ສະພາບປົກກະຕິໂດຍໄວ.