ຜິດຫວັງໜັກ! ແຟນບານໄນຈີເຣຍ ກໍ່ເຫດອາລະວາດ ພັງສະໜາມ ແລ່ນໄລ່ນັກເຕະ ຫຼັງຈາກທີ່ອົດໄປບານໂລກ 2022 ຮອບສຸດທ້າຍ

ແຟນບານອິນຊີມໍລະກົດ ພາກັນແລ່ນເຂົ້າສະໜາມໄລ່ນັກເຕະ ແລະ ທຳລາຍສະໜາມ ຫຼັງຈາກທີ່ເສຍອົດໄປບານໂລກ 2022
ແຟນບານທີມຊາດໄນຈີເຣຍ ຜິດຫວັງໜັກທີ່ທີມອົດໄປຮອບສຸດທ້າຍບານໂລກ 2022 ຈົນເຖີງຂັ້ນທຳລາຍສະໜາມກິລາແຫ່ງຊາດ ອາບູຈານາຊັ່ນແນລ ສະເຕດ້ຽມ ຈົນເສຍກາຍໜັກ
“ອິນຊີມໍລະກົດ” ເປີດບ້ານສະເໝີກັບ ການາ 1-1 ໃນການແຂ່ງຂັນບານເຕະໂລກ 2022 ຮອບຄັດເລືອກ ໂຊນອາຟຣິກາ ຮອບ Play-off ນັດ 2, ແຕ່ຕ້ອງເປັນຝ່າຍແພ້ຕາມກົດຂອງປະຕູທີມຢາມ ສົ່ງຜົນໃຫ້ອົດໄປລຸຍບານໂລກຮອບສຸດທ້າຍເປັນຄັ້ງທຳອິດໃນຮອບ 16 ປີ.
ຫຼັງຈົບເກມດັ່ງກ່າວ ແຟນບານທ້ອງຖິ່ນຈຳນວນຫຼາຍຍັງອາລົມຄ້າງບຸກລົງສະໜາມເພື່ອໄລ່ນັກເຕະທັງທີມຕົນເອງ ແລະ ທີມຢາມ ຈົນນັກເຕະຈົນຕ້ອງແລ່ນໜີຕະພຶດຕະພື.
Scenes from the stadium after the Nigeria vs Ghana game#NGAGHA pic.twitter.com/LycbfHOw6V
— DrackInfo Media (@drackinfo) March 29, 2022

