ຣັສເຊຍ ກຽມຫນີໂທດຢູຟາ ຍ້າຍມາຢູ່ກັບ ເອເອຟຊີ

ສື່ໃນຣັສເຊຍລາຍງານຂ່າວວ່າ ສະຫະພັນບານເຕະຣັສເຊຍ ກຽມລາ ຢູຟາ ຫລັງຖືກໂທດຫ້າມຈາກກໍລະນີສົງຄາມ ຫັນມາຢູ່ກັບ ເອເອຟຊີ ໃນທະວີບເອເຊຍແທນ.

ສື່ທ້ອງຖິ່ນໃນປະເທດຣັສເຊຍ ລາຍງານຂ່າວວ່າ ສະຫະພັນບານເຕະຣັສເຊຍ ພວມພິຈາລະນາເລື່ອງການອອກຈາກການເປັນສະມາຊິກຂອງສະຫະພັນບານເຕະຢູໂຣບ (EUFA)  ເພື່ອເຂົ້າສັງກັດ ສະມາຄົມບານເຕະແຫ່ງເອເຊຍ (AFC) ຫລັງຖືກໂທດຫ້າມກ່ຽວຂ້ອງບານເຕະຈາກບານຢູໂຣບໃນທຸກລະດັບ ເນື່ອງຈາກທີ່ກອງທັບຣັສເຊຍຍົກທັບຮຸກຮານຢູເຄຣນ ໂດຍເວັບໄຊ Championat ໄດ້ເປີດເຜີຍວ່າ ຕອນນີ້ບຸກຄົນທີ່ຢູ່ໃນລະດັບສູງພິຈາລະນາເຖິງຂໍ້ດີ ແລະ ຂໍ້ເສຍໃນເລື່ອງດັ່ງກ່າວ ຫາກເກີດຂຶ້ນແທ້ ທີມຊາດຣັສເຊຍ ຈະຍ້າຍມາແຂ່ງຮອບຄັດເລືອກບານໂລກກັບທີມທະວີບເອເຊຍ ລວມທັງສະໂມສອນ ກໍມາແຂ່ງຂັນໃນລາຍການຂອງ AFC ແຊ໊ມປຽນລີກ ແທນ.

ສ່ວນ ອັງເດຣ ແຄນເຊລສະກີ ອະດີດປີກແມນເຊສເຕີ ຢູໄນເຕັດ ແລະ ທີມຊາດຣັສເຊຍ ກ່າວເຖິງເລື່ອງນີ້ວ່າ ‘‘ ຂ້ອຍບໍ່ຮູ້ວ່າມັນຈະເກີດຂຶ້ນແທ້ບໍ່ ແຕ່ບໍ່ຄິດວ່າຢູຟາຈະລົງໂທດຣັສເຊຍຢ່າງຈິງຈັງ ເຖິງວ່າເຮົາຍັງມີຫວັງ ແຕ່ທຸກຢ່າງພັດຕ່າງຈາກເກົ່າ ຖ້າຣັສເຊຍມີຂ່າວກັບສະຫະພັນບານເຕະເອເຊຍ ແລ້ວເປັນຫຍັງມັນຈະເກີດຂຶ້ນບໍ່ໄດ້ ? ຂ້ອຍເຄີຍເຮັດວຽກໃນເອເຊຍ ເຄີຍຫລິ້ນໃນຊາອຸດິອາຣະເບຍ ມັນຄົງຫນ້າສົນໃຈທີ່ຈະໄດ້ເບິ່ງຣັສເຊຍກັບຊາອຸດິອາຣະເບຍໃນເຂດເອເຊຍ ’’.

ແນວໃດກໍຕາມ ໃນເລື່ອງນີ້ຍັງເປັນພຽງລາຍງານຂ່າວ ເຊິ່ງໃນທາງປະຕິບັດຕ້ອງມີອີກຫລາຍຂັ້ນຕອນໃນການພິຈາລະນາ ການໂຍກຍ້າຍຈຶ່ງຈະເກີດຂຶ້ນໄດ້ແທ້.

ທັງນີ້ ເຄີຍຊາດທີ່ຍ້າຍຈາກ ຢູຟາ ມາ ເອເອຟີ ແລ້ວ ນັ້ນຄື ອິດສະຣາເອລ ແລະ ຄາຊັກສະຖານ ໃນປີ 1991 ແລະ 2002.