ເຊລຊີ ໄດ້ເຈົ້າຂອງໃຫມ່ແລ້ວ ກຽມເປີດຕົວຢ່າງເປັນທາງການໃນເດືອນເມສານີ້

ມີລາຍງານວ່າ ໄດ້ມີການຕົກລົງຊື້-ຂາຍ ສະໂມສອນ ເຊລຊີ ເປັນທີ່ຮຽບຮ້ອຍແລ້ວ ແລະ ຄາດວ່າຈະເປີດຕົວພາຍໃນເດືອນເມສານີ້.
ພາຍຫລັງທີ່ ໂຣມັນ ອັຟບຣາໂມວິດ ມະຫາເສດຖີຊາວຣັສເຊຍ ເຈົ້າຂອງສະໂມສອນ ເຊລຊີ ຖືກກະແສສັງຄົມກົດດັນຢ່າງຫນັກຈາກການເປັນຄົນສະໜິດຂອງ ວະລາດີເມຍ ປູຕິນ ຜູ້ນຳຂອງຣັສເຊຍ ທີ່ສັ່ງເຮັດສົງຄາມໃນຢູເຄຣນເວລານີ້ ຈົນເຮັດໃຫ້ເຈົ້າຂອງທີມເຊລຊີ ຕ້ອງຕັດສິນໃຈປະກາດຂາຍສະໂມສອນອັນເປັນທີ່ຮັກຂອງລາວເພື່ອບໍ່ໃຫ້ໄດ້ຮັບຜົນກະທົບໄປນຳ.
ຫລ້າສຸດ ເດລີ ເມລ ສື່ຊື່ດັງຂອງອັງກິດລາຍງານວ່າ ຈາກ 9 ກຸ່ມທຶນທີ່ຍື່ນຂໍ້ສະເຫນີຊື້ໃຫ້ພິຈາລະນາເປັນເຈົ້າຂອງໃຫມ່ເຊລຊີ ມີຂໍ້ມູນເປີດເຜີຍວ່າ ໄດ້ມີການຕັດສິນຫາເຈົ້າຂອງໃຫມ່ເປັນທີ່ຮຽບຮ້ອຍແລ້ວ ໄດ້ພິຈາລະນາກ່ອນ ຈຶ່ງຈະສາມາດຊື້ຂາຍຢ່າງເປັນທາງການໄດ້.
ເຊິ່ງມີຂໍ້ມູນເປີດເຜີຍວ່າ ເຖິງຈະໄດ້ຜູ້ຊະນະແລ້ວ ແຕ່ຕ້ອງເຮັດການສົ່ງເລື່ອງໃຫ້ລັດຖະບານອັງກິດ ເພື່ອອະນຸຍາດໃຫ້ມີການຊື້ຂາຍຢ່າງເປັນທາງການ ແລະຄາດວ່າ ຫລັງ 18 ເມສານີ້ ຈະມີການປະກາດຢ່າງເປັນທາງການເຈົ້າຂອງທີມໃຫມ່ ແລະ ຫລັງຈາກນັ້ນສະໂມສອນຈະໄດ້ຮັບອິດສະລະພາບຈາກການຖືກຫ້າມເລື່ອງຕ່າງໆ ຈາກທັງ ຣັດຖະບານອັງກິດ ແລະ ພຣີເມຍລີກ ແລະຈະເປັນການປິດສາກ 19 ປີ ໃນຍຸກຂອງ ອັຟບຣາໂມວິດ ນຳອີກ.

