3 ດາວດັງອິຕາລີ ອາດອຳລາທີມຊາດ ຫລັງບໍ່ສາມາດພາທີມໄປບານໂລກ 2022

ສື່ອິຕາລີ ລາຍງານວ່າ ລໍເຣນໂຊ ອິນເຊເຢ, ຊິໂຣ ອິມໂມບິເລ ແລະ ຈໍຈິນໂຢ 3 ນັກເຕະທີມຊາດອິຕາລີ ເລີ່ມບໍ່ມີກຳລັງໃຈ ກຽມຈະໂບກມືອຳລາທີມຊາດ ຫລັງພາທີມບໍ່ສາມາດຜ່ານເຂົ້າໄປຫລິ້ນໃນບານໂລກ 2022 ຮອບສຸດທ້າຍ ທີ່ປະເທດກາຕາໄດ້.
ສຳລັບ ອິຕາລີ ພາດທ່າເສຍໃຫ້ ມາຊິໂດເນຍເຫນືອ 0-1 ໃນການແຂ່ງຂັນເຕະບານໂລກ 2022 ເຂດຢູໂຣບ ເພລອອບ ຮອບຮອງຊະນະເລີດ ສາຍ C ເຮັດໃຫ້ພາດໂຄຕາໄປລຸຍບານໂລກ ຮອບສຸດທ້າຍ 2 ສະໄຫມຕິດຕໍ່ກັນ ຫລັງຈາກຜິດຫວັງມາແລ້ວໃນປີ 2018 ແລະ ຕາມລາຍງານຫລ້າສຸດ ລະບຸວ່າ ທັງ 3 ຄົນ ອອກຈາກສູນເກັບຕົວທີມຊາດໄປແລ້ວເມື່ອວັນເສົາທີ່ຜ່ານມາ ເຖິງຈະມີຕາຕະລາງອຸ່ນເຄື່ອງກັບ ຕຣຸກີ ໃນວັນອັງຄານທີ 29 ມີນານີ້ກໍຕາມ ເຊິ່ງການຕັດສິນໃຈຂອງທັງ 3 ຄົນ ເບິ່ງຄືເປັນການສົ່ງສັນຍານເຖິງຄວາມຜິດຫວັງ ແລະ ອາດເຖິງຂັ້ນພິຈາລະນາເຊົາຫລິ້ນທີມຊາດໃນອະນາຄົດອັນໃກ້.
ທັງນີ້ ອິນຊິນເຢ ແລະ ຈໍຈິນໂຢ ມີບັນຫາເລື່ອງຜົນງານການຫລິ້ນກັບຕົ້ນສັງກັດນາໂປລີ ແລະ ເຊລເຊລຊີ ໃນລະດູການນີ້ ຂະນະທີ່ ອິມໂມບິເລ ກໍມີບັນຫາບໍ່ເຫມາະສົມກັບທິດທາງຂອງ ໂຣແບໂຕ ມັນຊິນີ ຜູ້ຈັດການທີມອິຕາລີ ແລະ ທັງ 3 ຄົນກໍຖືກແຟນບານວິຈານຢ່າງຫນັກກັບຜົນງານການຫລິ້ນນັດທີ່ຜ່ານມາ.

