ເນັ້ນ 6 ບັນຫາຕົ້ນຕໍ ໃຫ້ຂະແໜງ ອຸດສະຫະກຳ ແລະ ການຄ້າ ເອົາໃຈໃສ່ແກ້ໄຂ ແລະ ຈັດຕັ້ງປະຕິບັດ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມ ໃນໂອກາດເຂົ້າຮ່ວມ ກອງປະຊຸມປະຈຳປີ 2021 ຂະແໜງການອຸດສາ ຫະກຳ ແລະ ການຄ້າ ວັນທີ 25 ມີນາ 2022 ນີ້, ໂດຍໄດ້ເນັ້ນໃຫ້ຂະແໜງດັ່ງກ່າວເອົາໃຈໃສ່ 6 ບັນຫາສຳຄັນຄື:
1. ໃຫ້ປັບປຸງກົນໄກການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆ ພາຍໃນກະຊວງ, ໃນຍຸກປັດຈຸບັນ
2. ການຄ້າເອເລັກໂຕຣນິກ ຖືວ່າເປັນຊ່ອງທາງຂອງຍຸກສະໄໝ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ຄົ້ນຄິດ ຄົ້ນຫາວິທີທີ່ດີ ໃນການຄຸ້ມຄອງ ແລະ ສົ່ງເສີມ, ປະຕິບັດໃຫ້ໄປໃນທິດທາງດຽວກັນ;
3. ໃຫ້ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ, ລະບຽບການບໍລິຫານຄຸ້ມຄອງຂອງລັດເຮົາ ທີ່ຍັງກົດໜ່ວງຖ່ວງດຶງການເຄື່ອນ ໄຫວທຸລະກິດການຜະລິດ ແລະ ການບໍລິການ.
4. ການສ້າງລະບຽບການ ແລະ ກົນໄກບໍລິຫານຄຸ້ມຄອງ ຕ້ອງໄປຕາມທິດລວມຂອງພັກ ຕ້ອງກະທັດຮັດ, ໂປ່ງໃສ, ບໍ່ມີຫລາຍຂັ້ນຫລາຍຂອດ, ແຕ່ມີຄວາມຮັດກຸມ, ແບ່ງສິດ ແລະ ຄວາມຮັບຜິດຊອບໃຫ້ຈະແຈ້ງຂາດຕົວ ລະຫວ່າງ ສູນກາງກັບທ້ອງຖິ່ນ;
5. ສືບຕໍ່ແກ້ໄຂບັນຫາ ແລະ ຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ, ການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສໍາຄັນ, ເຮັດໃຫ້ຕໍ່ເນື່ອງ, ປົກກະຕິ ແລະ ແກ້ໄຂໄດ້ບັນຫາ ແລະ ບັນຫາການເຊື່ອມໂຍງເສດຖະກິດກັບສາກົນ ເຊິ່ງເປັນໜຶ່ງໃນແຜນວຽກຂອງມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ຕ້ອງໄດ້ເອົາໃຈໃສ່ກວດກາຄືນການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາ, ຂໍ້ຕົກລົງວ່າດ້ວຍການໃຫ້ບູລິມະສິດທາງດ້ານອັດຕາພາສີ ແລະ ການຄ້າ, ດ້ານການຄ້າລະຫວ່າງສອງຝ່າຍ, ພາກພື້ນ ແລະ ຫລາຍຝ່າຍ ແນໃສ່ເຈລະຈາບັນຫາການຄ້າຊາຍແດນ ກັບປະເທດເພື່ອນມິດຍຸດທະ ສາດ (ຈີນ, ຫວຽດນາມ) ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ເພື່ອໃຫ້ຜະລິດຕະ ພັນກະສິກໍາທີ່ເປັນທ່າແຮງ ຂອງປະຊາຊົນລຽບຕາມຊາຍແດນມີຕະຫລາດຮອງຮັບທີ່ແນ່ນອນ
6. ໃຫ້ສືບຕໍ່ສ້າງບາດກ້າວບຸກທະລຸ ດ້ານການພັດທະນາຊັບພະຍາກອນມະນຸດ ໂດຍຖືເອົາການກໍ່ສ້າງບຳລຸງ ຍົກລະດັບໃຫ້ແກ່ຖັນແຖວພະນັກງານ ເປັນວຽກສຳຄັນຈຸດສຸມ ເພື່ອສ້າງໃຫ້ໄດ້ພະນັກງານຫລັກແຫລ່ງ, ສືບທອດປ່ຽນແທນ ຢ່າງເປັນລະບົບຕໍ່ເນື່ອງ.
ນອກຈາກ 6 ບັນຫາໃຫຍ່ແລ້ວ, ການຫັນເປັນທັນສະໄໝ ແລະ ຫັນເປັນເສດຖະກິດດີຈີຕອນ ຖືວ່າເປັນທ່າແຮງທີ່ສຳຄັນ ສຳລັບການພັດທະນາ ໂດຍສະເພາະ ຂະແໜງອຸດສາຫະກຳ ແລະ ການຄ້າ. ສະນັ້ນ, ໃນຊຸມປີຕໍ່ໜ້າ ກະຊວງ ອຸດສາຫະກຳ ແລະ ການຄ້າ ຕ້ອງເອົາໃຈໃສ່ຫັນການຄຸ້ມຄອງມະຫາພາກ ວຽກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄປຕາມທິດຫັນເປັນທັນສະໄໝ ໂດຍການນຳໃຊ້ລະບົບເອເລັກໂຕຣນິກ ເຂົ້າມາຊ່ວຍໃນການຄຸ້ມຄອງບໍລິຫານໃຫ້ຫລາຍຂຶ້ນ. ພ້ອມກັນນີ້, ຂະແໜງການດັ່ງກ່າວ ຕ້ອງໄດ້ເປັນເຈົ້າການປະສານງານ ແລະ ຮ່ວມມືກັບຂະແໜງການອື່ນໆທີ່ກ່ຽວຂ້ອງໃຫ້ໃກ້ຊິດກວ່າເກົ່າ ໃນການເອື້ອອຳນວຍ, ຊຸກຍູ້ສົ່ງເສີມພາກສ່ວນທຸລະກິດ ແລະ ຕ້ອງໄດ້ແກ້ໄຂສອງບັນຫາໄປພ້ອມກັນຄື: ລັດ ຕ້ອງຕັ້ງໜ້າຊ່ວຍທຸລະກິດ ແລະ ທຸລະກິດກໍຕ້ອງຊ່ວຍລັດແທ້ໆ ເພື່ອພ້ອມກັນເຂັ້ມແຂງ, ສົ່ງເສີມໃຫ້ບັນດາວິສາຫະກິດມີການຈັດຕັ້ງສັງກັດ ຕາມພື້ນທີ່, ຕາມສາຂາ ຫລື ຂະແໜງທຸລະກິດຂອງຕົນເປັນກຸ່ມ, ເປັນສະມາຄົມ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຂັ້ນແຂວງ.

