ກຸ່ມກະບົດໄດ້ໂຈມຕີຄັງນ້ຳມັນໃນຊາອຸດິອາຣາເບຍ ເຊິ່ງຫ່າງຈາກສະໜາມແຂ່ງລົດເອຟວັນພຽງ 12 ກິໂລ

ເຫດການຕື່ນເຕັ້ນໄດ້ເກີດຂຶ້ນໃນລະຫວ່າງການຝຶກຊ້ອມການແຂ່ງຂັນລົດສູດໜຶ່ງຊິງແຊ້ມໂລກ 2022, ເຊິ່ງເປັນນັດທີ 2 ຂອງລະດູການທີ່ສະໜາມ ຊາອຸດິອາຣາເບຍ ກຣັງປີ ທີ່ເມືອງ ເຈດດາ ຊາອຸດິອາຣາເບຍ ໃນວັນທີ 25 ມີນາຜ່ານມາ, ຫຼັງເກີດເຫດລະເບີດຂຶ້ນຢູ່ບໍລິເວນໃກ້ຄຽງປ້ຳນ້ຳມັນ ອະຣາມໂກ ເຊິ່ງຫ່າງຈາກສະໜາມ ເຈດດາ ຄອມມິດ ເຊີກິດ ປະມານ 12 ກິໂລແມັດ, ເຊິ່ງຄາດວ່າຈະເປັນການໂຈມຕີຂອງພວກກະບົດ ຮູດິ.
ໂດຍກ່ອນຫນ້ານີ້, ໄດ້ມີການກະບົດຂອງກຸ່ມ ຮູດິ ໂຈມຕີສາງນ້ຳມັນແຫ່ງນຶ່ງໃນ ຊາອຸດິອາຣາເບຍ ກ່ອນຈະເກີດເຫດອີກເຄິ່ງໃນວັນສຸກຜ່ານມາ. ສົ່ງຜົນເຮັດໃຫ້ເກີດໄຟ ແລະ ຄວັນດຳຂະໜາດໃຫຍ່ຈົນສາມາດເຫັນໄດ້ຈາກໄລຍະໄກ ລວມເຖິງຍັງສາມາດເຫັນໄດ້ຈາກສະໜາມ ເຈດດາ ຄອມມິດ ເຊີກິດ, ອີກທັງນັກຂັບລົດຫຼາຍຄົນຍັງເວົ້າວ່າພວກເຂົາໄດ້ກິ່ນການເຜົາໄຫມ້ ເຖິງແມ່ນວ່າສະຖານທີ່ເກີດເຫດຢູ່ຫ່າງໄປ 12 ກິໂລແມັດ ໃນຂະນະທີ່ຖ້ຽວບິນເຂົ້າ ແລະ ອອກ ຈາກເມືອງ ເຈດດາ ມີການຊັກຊ້າ ຫຼື ກໍ່ຕ້ອງໄດ້ປ່ຽນເສັ້ນທາງ
ພະແນກຄຸ້ມຄອງການແຂ່ງຂັນ ຍັງລໍຖ້າຂໍ້ມູນເພີ່ມເຕີມກ່ຽວກັບເຫດການດັ່ງກ່າວຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ກ່ອນທີ່ຈະມີການຕັດສິນໃຈດໍາເນີນການໃດໆຕື່ມອີກ, ລວມທັງການຕັດສິນໃຈວ່າຈະຍົກເລີກການແຂ່ງຂັນທີ່ຈະຈັດຂຶ້ນໃນວັນອາທິດນີ້ຫຼືບໍ່?


