ສິງກະໂປກຽມຮັບນັກທ່ອງທ່ຽວ ສັກວັກຊີນຄົບຖ້ວນໂດຍບໍ່ຕ້ອງກັກຕົວ ເລີ່ມ 1 ເມສານີ້

ນັບແຕ່ວັນທີ 1 ເມສານີ້ ນັກເດີນທາງຈາກຕ່າງປະເທດທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບຖ້ວນ ສາມາດເດີນທາງເຂົ້າສິງກະໂປໄດ້ ໂດຍບໍ່ຕ້ອງກັກຕົວອີກຕໍ່ໄປ.

ວັນທີ 24 ມີນາ 2022,​ ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ລີຊຽນລຸງ ປະກາດວ່າ: ນັບແຕ່ວັນທີ 1 ເມສານີ້ ນັກເດີນທາງຈາກຕ່າງປະເທດທີ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຄົບແລ້ວ ສາມາດເດີນທາງເຂົ້າປະເທດໄດ້ໂດຍບໍ່ຈຳເປັນຕ້ອງເຂົ້າສູ່ມາດຕະການກັກຕົວ ແລະ ບໍ່ຕ້ອງຜ່ານການກວດແບບແອນຕິເຈນ ຢູ່ດ້ານຄວບຄຸມພະຍາດຂອງສະໜາມບິນ ເມື່ອເດີນທາງມາເຖິງ.

ເຖິງຢ່າງໃດກໍຕາມ, ທຸກຄົນຕ້ອງສະແດງຫລັກຖານຢືນຢັນການສັກວັກຊີນ ແລະ ຜົນກວດຄັດກອງ ເພື່ອຢືນຢັນການປອດພະຍາດກ່ອນອອກເດີນທາງເທົ່ານັ້ນ.

ສ່ວນຂອງການຫລຸດຜ່ອນມາດຕະການຄວບຄຸມທາງສັງຄົມໃນປະເທດນັ້ນ ຈະມີຜົນນັບແຕ່ວັນທີ 29 ມີນານີ້ ໂດຍການລວມກຸ່ມໃນສະຖານທີ່ສາທາລະນະ ເພີ່ມຈາກ 5 ຄົນ ເປັນ 10 ຄົນ, ການເພີ່ມໂກຕາການເຮັດວຽກພາຍໃນສຳນັກງານເປັນ 75% ເຊັ່ນດຽວກັບການຈັດງານຂະໜາດໃຫຍ່ທີ່ສາມາດຮອງຮັບຜູ້ເຂົ້າຮ່ວມໄດ້ເພີ່ມເປັນ 75%.

ກ່ຽວກັບການໃສ່ຜ້າປິດປາກ-ດັງນັ້ນ, ຜູ້ນຳສິງກະໂປ ກ່າວວ່າ: ຍັງຂໍການຮ່ວມມືໃຫ້ໃສ່ເມື່ອຢູ່ໃນສະຖານທີ່ຄັບແຄບ ແລະ ສະຖານທີ່ປິດ ຖ້າເປັນສະຖານທີ່ສາທາລະນະເຊິ່ງຢູ່ກາງແຈ້ງສາມາດເລືອກໄດ້ວ່າຈະໃສ່ ຫລື ບໍ່ໃສ່.