ຣັສເຊຍ ບໍ່ສົນຖືກປິດກັ້ນ ຂໍສະແດງຈຸດຢືນຊີງສິດເຈົ້າພາບ ຢູໂຣ 2028 ແລະ 2032

ຣັສເຊຍ ບໍ່ຫວັ່ນໄຫວເຖິງຈະຖືກປິດກັ້ນຈາກຢູຟາ ສະແດງເຈດຈຳນົງຂໍຮ່ວມຊີງສິດເຈົ້າພາບຢູໂຣ 2028 ແລະ 2032 ໂດຍຕ້ອງຍາດແຍ່ງກັບກຸ່ມຊາດສະຫະຣາຊະອານາຈັກ, ຕຸຣະກີ ແລະ ອິຕາລີ.

ສຳລັບ ຣັສເຊຍ ຖືກສັງຄົມໂລກສະແດງການຕໍ່ຕ້ານ ຈາກກໍລະນີທີ່ປະທານາທິບໍດີ ວະລາດີເມຍ ປູຕິນ ອອກຄຳສັ່ງໃຫ້ກອງກຳລັທະຫານເຮັດສົງຄາມຮຸກຮານຢູເຄຣນ ຈົນເຮັດໃຫ້ທີມຊາດຣັສເຊຍຖືກຢູຟາ ແລະ ສະຫະພັນບານເຕະນາໆຊາດ (ຟີຟາ) ສັ່ງຫ້າມບໍ່ໃຫ້ເຂົ້າຮ່ວມທັງຫມົດ.

ແນວໃດກໍຕາມ ຫລ້າສຸດ ຢູຟາ ຢືນຢັນວ່າ ຣັສເຊຍ ສະແດງເຈດຈຳນົງຂໍຮ່ວມຊີງສິດການເປັນເຈົ້າພາບຢູໂຣ ທັງ 2 ຄັ້ງ ເຊັ່ນດຽວກັບຕຸຣະກີ ຂະນະທີ່ ສະຫະຣາຊະອານາຈັກ ລວມຕົວກັບໄອແລນ ຂໍຊີງສິດປີ 2028 ແລະ ອິຕາລີ ຮ່ວມຊີງສິດປີ 2032.

ຖະແຫລງຈາກຢູຟາ ລະບຸວ່າ : ‘‘ ສະຫະຣາຊະອານາຈັກກັບໄອແລນ ຮ່ວມກັນສະເຫນີຕົວຂໍ້ເປັນເຈົ້າພາບຈັດຢູໂຣ 2028, ຣັສເຊຍ ແລະ ຕຸຣະກີ ສົນໃຈຈັດຢູໂຣ 2028 ຫລື 2032 ຢ່າງໃດຢ່າງຫນຶ່ງ ຂະນະທີ່ອິຕາລີ ຕັ້ງໃຈຂໍ້ຈັດຢູໂຣ 2032 ການເລືອກເຈົ້າພາບຢູໂຣ ທັງ 2 ຄັ້ງນີ້’’ຈະເກີດຂຶ້ນເດືອນກັນຍາ 2023.