ກະຊວງແຮງງານ ແລະ ສະຫວັດດີການ ເລັ່ງແກ້ໄຂອັດຕາວ່າງງານໃນລາວໃຫ້ຫລຸດລົງເຫລືອ 19,4%

ເມື່ອບໍ່ດົນມານີ້, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ລາຍງານໃຫ້ຮູ້ວ່າ ວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ອັດຕາການວ່າງງານຢູ່ລາວຈາກເມື່ອກ່ອນ 9,8% ເພີ່ມຂຶ້ນມາເປັນ 21,8% ໃນປີ 2021 ຜ່ານມາ, ແຕ່ມາຮອດປັດຈຸບັນ ທ່າອ່ຽງການຟື້ນຕົວດ້ານເສດຖະ ກິດຂອງປະເທດເລີ່ມດີຂຶ້ນ ເນື່ອງຈາກລັດຖະບານ ມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ບັນດາຫົວໜ່ວຍທຸລະກິດສ່ວນໃຫຍ່ໄດ້ກັບຄືນສູ່ຂະບວນການຜະລິດ ແລະ ການຈ້າງງານອີກຄັ້ັ້ງ ເຊິ່ງອີງຕາມການສໍາຫລວດເບື້ອງຕົ້ນເຫັນວ່າສະເພາະຂະແໜງການຜະລິດຢູ່ລາວ ມີຄວາມຕ້ອງການແຮງງານເກືອບ 2 ໝື່ນຄົນ, ສ່ວນຂະແໜງການອື່ນໆ ຍັງບໍ່ທັນມີຕົວເລກທີ່ຊັດເຈນເທື່ອ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນຈະສຸມໃສ່ການສໍາຫລວດ ແລະ ເກັບກໍາໃຫ້ໄດ້ຂໍ້ມູນລາຍລະອຽດກວ່າເກົ່າກ່ຽວກັບການວ່າງງານ, ຄຸນລັກສະນະຂອງການວ່າງງານ ແລະ ໂຄງສ້າງຂອງກຳລັງແຮງງານຢູ່ລາວ, ໄປພ້ອມກັນນີ້ ຈະຂຶ້ນທະບຽນແຮງງານ ເພື່ອຄວາມສະດວກໃນການຕິດຕາມການເຄື່ອນໄຫວຂອງຕະຫລາດແຮງງານ ກໍຄື ການເຂົ້າ-ອອກ ຫລື ການປະກອບອາຊີບຂອງແຮງງານ ເພື່ອນໍາເອົາຂໍ້ມູນເຫລົ່ານີ້ມາໃຊ້ເປັນແນວທາງໃນການແກ້ໄຂບັນຫາການວ່າງງານ, ລວມເຖິງການຂາດແຄນແຮງງານພາຍໃນປະເທດເຮົາ ເຊິ່ງທັງໝົດນີ້ແມ່ນໜ້າວຽກງານທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງຈັດຕັ້ງປະຕິບັດໃຫ້ສໍາເລັດພາຍໃນປີ 2022 ນີ້.
ສໍາລັບ ຈໍານວນແຮງງານທີ່ວ່າງງານຢູ່ລາວ, ອີງຕາມຂໍ້ມູນທີ່ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນໃນເດືອນພະຈິກ ປີ 2021 ຜ່ານມາ ໃຫ້ຮູ່ວ່າ:
ຈໍານວນແຮງງານທີ່ວ່າງງານຢູ່ລາວ ມີທັງໝົດ 496.000 ຄົນ, ເທົ່າກັບ 21,8%, ໃນຈໍານວນດັ່ງກ່າວນີ້, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຈະຮ່ວມກັບພາກສ່ວນກ່ຽວຂ້ອງ ແກ້ໄຂໃຫ້ຫລຸດລົງເຫລືອ 19,4% ພາຍໃນປີ 2022 ນີ້.

