ກູຕິນໂຢ ມີຄວາມສຸກອີກຄັ້ງ ຫຼັງຫວນຄືນ ພຣີເມຍລີກ ພ້ອມເອີ້ນຟອມເກັ່ງກັບວິນລາໄດ້ສຳເລັດ

ກັບມາເກີດໃໝ່ “ຄູຕິນໂຢ” ເປີດໃຈໃກ້ຄືນຟອມເກັ່ງໃນສະໄໝຢູ່ພຣີເມຍລີກກັບລິເວີພູລ

ຟິລິເປ້ ຄູຕິນໂຢ ເຄີຍໄດ້ຮັບການຍອມຮັບວ່າເປັນຫນຶ່ງໃນຜູ້ນັກເຕະທີ່ດີທີ່ສຸດຄົນໜຶ່ງໃນເອີຣົບ ເມື່ອຄັ້ງທີ່ຫຼີ້ນໃຫ້ກັບ “ຫົງແດງ” ລິເວີພູລ, ແຕ່ເສັ້ນສະທາງຊີວິດຂອງເຂົາກັບຕົກຕ່ຳລົງເມື່ອຍ້າຍໄປຮ່ວມທີມ “ເຈົ້າບຸນທຸ່ມ” ບາເຊໂລນາ ໃນເດືອນມັງກອນ 2018 ດ້ວຍຄ່າຕົວ 142 ລ້ານປອນ (6.3 ຕື້ບາດ) ສົ່ງຜົນໃຫ້ເຂົາຕັດສິນໃຈຍ້າຍກັບລີກທີ່ຕົນເອງແຈ້ງເກີດອີກຄັ້ງ ໃນຊ່ວງເປີດຕະຫຼາດຊື້ຂາຍນັກເຕະເດືອນມັງກອນ. ໂດຍຍ້າຍດ້ວຍສັນຍາຢືມຕົວກັບ “ສິງຜະງາດ” ແອສຕັນ ວິນລາ

ຄູຕິນໂຢ ເປີດໃຈກັບ Globo Esporte ວ່າ: “ຂ້ອຍມີຄວາມຊົງຈໍາທີ່ສວຍງາມກັບ ລິເວີພູລ ທີ່ ແອນຟີວ ຂ້ອຍມີຄວາມສຸກຫຼາຍ. ແຕ່ຕອນນີ້ຂ້ອຍກໍາລັງເລີ່ມຕົ້ນຊີວິດໃຫມ່ກັບ ແອສຕັນ ວິນລາ, ຂ້ອຍກັບມາມີຄວາມສຸກອີກເທື່ອຫນຶ່ງ. ຫຼັງ​ຈາກ​ທີ່​ຂ້ອຍບໍ່​ສາ​ມາດ​ເຮັດຜົນງານໄດ້ດີໃນ​ປະ​ເທດ​ອັງ​ກິດ ​ເຊັ່ນ​ດຽວ​ກັນ​ກັບ​​ອີ​ຕາ​ລີ, ສະ​ເປນ ​ແລະ ​ເຢຍ​ລະ​ມັນ.”

“ມັນຍາກທີ່ຈະເວົ້າວ່າເປັນຫຍັງຢູ່ ແຄັມນູ ຂ້ອຍບໍ່ສາມາດຫຼິ້ນໄດ້. ບາງທີມັນອາດຈະເປັນຍ້ອນການບາດເຈັບຂອງຂ້ອຍ. ຄົນອື່ນອາດຈະບໍ່ຮູ້ວ່າມັນເຈັບປວດຫຼາຍປານໃດ. ແຕ່ຂ້ອຍຕ້ອງຟື້ນຕົວ ແລະ ເບິ່ງແຍງຮ່າງກາຍຂອງຂ້ອຍໃນຕອນເຊົ້າ, ຕອນບ່າຍ, ແລະ ກາງຄືນ.”

“ຕອນນີ້ເຖີງເວລາທີ່ຈະກ້າວໄປຂ້າງໜ້າ ດ້ວຍຄວາມເຄົາລົບ ແລະ ເປັນມືອາຊີບສະເໝີ. ຂ້ອຍຂອບໃຈບາເຊໂລນາທີ່ເຊື່ອຜົນງານຂອງຂ້ອຍ. ແລະ ຂ້ອຍຮູ້ສຶກຂອບໃຈທີ່ໄດ້ປົກປ້ອງສະໂມສອນທີ່ມີປະຫວັດສາດມາຫຼາຍ.”