ສີລັງກາຜະເຊີນບັນຫາ ຂາດເຂີນນ້ຳມັນຢ່າງໜັກ

ທາງການສີລັງກາສັ່ງກອງທັບສົ່ງທະຫານໄປປະຈຳປ້ຳນ້ຳມັນຫລາຍຮ້ອຍແຫ່ງ ໃນວັນທີ 22 ມີນານີ້ ເພື່ອຊ່ວຍເບິ່ງແຍງການຈຳໜ່າຍເຊື້ອໄຟ ຫລັງລາຄາສິນຄ້າອຸປະໂພກ-ບໍລິໂພກສຳຄັນເພີ່ມສູງຂຶ້ນກະທັນຫັນ ແລະ ເກີດສະພາບຂາດເຂີນ ສົ່ງຜົນໃຫ້ປະຊາຊົນຕ້ອງຢືນລຽນແຖວຊື້ນ້ຳມັນຫລາຍຊົ່ວໂມງ.
ວັນທີ 22 ມີນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະເທດເກາະທາງເໜືອຂອງມະຫາສະໝຸດອິນເດຍກຳລັງຕໍ່ສູ້ກັບວິກິດແລກປ່ຽນເງິນຕາຕ່າງປະເທດ ເຊິ່ງເຮັດໃຫ້ລັດຖະບານສີລັງກາຕ້ອງຕັດສິນໃຈຫລຸດຄ່າເງິນ ແລະ ສົ່ງຜົນກະທົບຕໍ່ການຊຳລະໜີ້ສິນຄ້ານຳເຂົ້າຈຳເປັນເຊັ່ນ: ອາຫານ, ຢາ ແລະ ເຊື້ອໄຟ ແລະ ລັດຖະບານຕ້ອງຫັນໜ້າເຈລະຈາຂໍກູ້ເງິນຈາກກອງທຶນການເງິນສາກົນ (IMF).
ການຕັດສິນໃຈສົ່ງທະຫານໄປປະຈຳຢູ່ຕາມປ້ຳນ້ຳມັນ ເກີດຂຶ້ນຫລັງຈາກປະຊາຊົນສູງອາຍຸ 3 ຄົນ ລົ້ມເສຍຊີວິດ ຂະນະຢືນລຽນແຖວຖ້າຊື້ນ້ຳມັນ ທ່າມກາງອາກາດຮ້ອນ.
ພົນຈັດຕະວາ ນິລັນທາ ເປຣມຣັດ ໂຄສົກກອງທັບບົກສີລັງກາ ກ່າວໃນວັນທີ 22 ມີນາວ່າ: ກອງທັບສົ່ງທະຫານໄປປະຈຳຢູ່ຕາມປ້ຳນ້ຳມັນທຸກແຫ່ງ ຢ່າງໜ້ອຍແຫ່ງລະ 2 ຄົນ ເພື່ອຊ່ວຍເບິ່ງການຈຳໜ່າຍເຊື້ອໄຟ ຫລັງມີການຮ້ອງຮຽນຈາກປະຊາຊົນຈຳນວນຫລາຍ ກ່ຽວກັບການກັກຕຸນນ້ຳມັນ ແລະ ການຈຳໜ່າຍທີ່ບໍ່ມີປະສິດທິພາບ. ເຖິງຢ່າງໃດກໍຕາມ, ທະຫານທີ່ສົ່ງໄປຈະບໍ່ກ່ຽວຂ້ອງກັບການຄວບຄຸມຝູງຊົນ.
ຄວາມເຄັ່ງຕຶງຈາກສະພາບຂາດເຂີນສິນຄ້າໂພກກະພັນພື້ນຖານ ເຮັດໃຫ້ເກີດຄວາມຮຸນແຮງໃນວົງກວ້າງ ຈາກການແກ່ງແຍ້ງກັນຊື້ນ້ຳມັນເຊື້ອໄຟ ແລະ ສິນຄ້າຈຳເປັນອື່ນໆ.
ຕຳຫລວດເຜີຍວ່າ: ຊາຍຄົນໜຶ່ງຖືກແທງດ້ວຍມີດເສຍຊີວິດ ໃນວັນທີ 21 ມີນາ ຫລັງຜິດຖຽງກັບໂຊເຟີລົດໂດຍສານ 3 ລໍ້ ແລະ ອາທິດຜ່ານມາ ຊາຍສູງອາຍຸ 3 ຄົນ ລົ້ມລົງເສຍຊີວິດ ຂະນະລຽນແຖວຖ້າຊື້ນ້ຳມັນຢູ່ປ້ຳແຫ່ງໜຶ່ງ ທ່າມກາງແສງແດດແຮງກ້າ.

