67 ປີເເຫ່ງການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ

ພາຍຫລັງສ້າງຕັ້ງພັກປະຊາຊົນປະຕິວັດລາວຂຶ້ນ ກໍຜະເຊີນສິ່ງທ້າທາຍອັນໜັກໜ່ວງເປັນຕົ້ນພື້ນຖານເສດ ຖະກິດ-ສັງຄົມບໍ່ທັນມີຫຍັງ, ຖານທີ່ໝັ້ນການປະຕິວັດລາວຕົ້ນຕໍຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກ ຫລີກ. ເວລາດຽວກັນ ເຖິງວ່າຈັກກະພັດອາເມລິກາ ເພີ່ມທະວີການຮຸກຮານຢູ່ອິນດູຈີນກໍຄືປະເທດເຮົາຢ່າງໂຫດຮ້າຍປ່າເຖື່ອນ, ແຕ່ພັກເຮົາກໍສາມາດນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ພິລະອາດຫານ ແລະ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ.

ໄລຍະແຕ່ປີ 1955-1975 ພັກເຮົາໄດ້ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງແຫ່ງກ້ອນກໍາລັງຮ່ວມສໍາພັນສູ້ຮົບລະຫວ່າງປະຊາຊົນ 3 ປະເທດລາວ, ຫວຽດນາມ ແລະ ກໍາປູເຈຍແລະ ກໍາລັງແຮງຂອງຍຸກສະໄໝສາມາດຜາບແພ້ຍຸດທະສາດການຮຸກຮານຂອງຈັກກະພັດອາເມລິກາເປັນລໍາດັບ. ໄດ້ນໍາພາກໍາລັງ ການປະຕິວັດທັບມ້າງກົນອຸບາຍກໍ່ສົງຄາມກາງເມືອງຂອງຈັກກະພັດອາເມລິກາທີ່ແນໃສ່ດັບສູນກໍາລັງຮັກຊາດ ແລະ ກໍາລັງປະຕິວັດພາໄປເຖິງການເຊັນສັນຍາວຽງຈັນປີ 1957 ສ້າງຕັ້ງລັດຖະບານປະສົມແຫ່ງຊາດຄັ້ງທີ I ຂຶ້ນໂດຍການເຂົ້າຮ່ວມຂອງແນວລາວຮັກຊາດ; ແນວລາວຮັກຊາດໃນຖານະເປັນພັກການ ເມືອງໜຶ່ງທີ່ຖືກຕ້ອງກົດໝາຍໄດ້ອອກເຄື່ອນໄຫວຢ່າງເປີດເຜີຍ, ໃນນັ້ນໜັງສືພິມ “ລາວຮັກຊາດ” ເປັນກະບອກສຽງຂອງພັກໄດ້ອອກເຜີຍແຜ່ໃນທົ່ວປະເທດ; ກໍາລັງປະຕິວັດ, ລະບົບການຈັດຕັ້ງຂອງພັກ ແລະ ຮາກຖານການເມືອງຂອງການປະຕິວັດໄດ້ຂະຫຍາຍອອກໄປສູ່ທຸກບໍລິເວນຊົນນະບົດຕະຫລອດຮອດເຂດກວດກາຂອງສັດຕູ. ໄດ້ເດັດດ່ຽວຫັນທິດການຕໍ່ສູ້ຢ່າງທັນການ, ປຸກລະດົມທົ່ວປວງຊົນລາວບັນດາເຜົ່າລຸກຮືຂຶ້ນ, ຊຸກຍູ້ການຕໍ່ສູ້ທາງການທະຫານ ແລະ ການເມືອງພ້ອມໆກັນຢ່າງແຂງແຮງໃນທົ່ວປະເທດ, ປະຕິ ບັດການຮ່ວມສໍາພັນຢ່າງຮອບດ້ານກັບກໍາລັງເປັນກາງຮັກຊາດ ແລະ ສວຍໃຊ້ທ່າຖືກກົດໝາຍຂອງລັດຖະ ບານເປັນກາງຢ່າງສຸດຂີດ ທັງສະດຸ້ງໄວຕໍ່ທຸກສະຖານະການໂດຍການກໍາແໜ້ນທ່າແຮງ ແລະ ກໍາລັງທັງປະລິມານ ແລະ ຄຸນນະພາບ ສາມາດເຮັດໃຫ້ພາລະກິດປະຕິວັດມີບາດກ້າວຂະຫຍາຍຕົວຢ່າງໄວວາໂດຍ ສະເພາະກໍາລັງປະກອບອາວຸດປະຕິວັດໄດ້ຂະຫຍາຍຕົວຢ່າງແຂງແຮງ ສາມາດປົດປ່ອຍດິນແດນ ແລະ ພົນລະເມືອງໄດ້ສອງສ່ວນສາມໃນທົ່ວປະເທດ ເຮັດໃຫ້ເຂດປົດປ່ອຍຕິດລຽນຕໍ່ແດນກັນແຕ່ເໜືອຕະຫລອດໃຕ້ ຊຶ່ງປະກອບມີຫລາຍບໍລິເວນຍຸດທະສາດສໍາຄັນ.
ໄຊຊະນະດັ່ງກ່າວນັ້ນໄດ້ບັງຄັບໃຫ້ຈັກກະພັດອາເມລິກາຕ້ອງຍອມເຊັນສັນຍາເຊີແນວໃນວັນທີ 23 ກໍລະ ກົດ ປີ 1962 ຮັບຮູ້ຄວາມເປັນເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຮັບຮູ້ລັດຖະບານປະສົມແຫ່ງຊາດທີ່ໄດ້ສ້າງຕັ້ງຂຶ້ນຄັ້ງທີ 2, ສັນຍາເຊີແນວປີ 1962 ກ່ຽວກັບລາວເປັນໄຊຊະນະສໍາຄັນທາງການທະຫານ, ການເມືອງ ແລະ ການຕ່າງປະເທດ, ເປັນຂີດໝາຍ ແຫ່ງການຂະຫຍາຍຕົວໃໝ່ທີ່ມີລັກສະນະກະໂດດຂັ້ນ ແລະ ມີຄວາມໝາຍປະຫວັດສາດຂອງກໍາລັງປະຕິ ວັດ ໄດ້ເຮັດໃຫ້ສົງຄາມພິເສດຂອງຈັກກະພັດອາເມລິກາຢູ່ລາວ ປະລາໄຊຄັ້ງທີ 2. ໄລຍະແຕ່ປີ 1964- 1973 ເປັນໄລຍະທີ່ຈັກກະພັດອາເມລິກາເພີ່ມທະວີສົງຄາມພິເສດ ຮຸກຮານປະເທດເຮົາຂຶ້ນສູ່ລະດັບສູງສຸດ. ພ້ອມນັ້ນ ກໍເປັນໄລຍະທີ່ພັກເຮົາໄດ້ປຸກລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາຍົກສູງຄວາມຕັດສິນໃຈໃນຍຸດທະສາດຕີເອົາຊະນະຈັກກະພັດອາເມລິກາ ແລະ ລູກມືທຸກກໍລະນີ; ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະປະ ຊາຊົນລາວ ສາ ມາດຕີເອົາຊະນະການບຸກໂຈມຕີບຽດຢຶດຂອງສັດຕູທັງໝົດ ເປັນຕົ້ນບັ້ນຮົບນໍ້າບາກ, ຜາຖີ່ (ປີ 1968 ), ບັ້ນຮົບທົ່ງໄຫຫີນຊຽງຂວາງ (ປີ 1970 ), ບັ້ນຮົບລາມເຊິນ719 (ປີ 1971 ) ສາມາດທັບມ້າງໄດ້ຍຸດທະສາດ “ສົງຄາມພິເສດຂອງຈອນເຊີນ” ແລະ ຍຸດທະສາດ “ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ” ໃຫ້ຖືກປະລາໄຊລົງດ້ວຍບາດກ້າວໜຶ່ງທີ່ສໍາຄັນ ເຮັດໃຫ້ກໍາລັງປະຕິວັດເຕີບໃຫຍ່ຂະຫຍາຍຕົວຕື່ມອີກ, ເຂດປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກວ້າງຕິດຈອດກັນແຕ່ເໜືອຮອດໃຕ້ກວມເອົາເຂດຍຸດທະສາດທີ່ສໍາຄັນຕ່າງໆວຽກງານທຸກດ້ານໄດ້ ຮັບການປັບປຸງກໍ່ສ້າງ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆເຮັດໃຫ້ເຂດປົດປ່ອຍເປັນຄືລັດໜຶ່ງຂອງປະເທດ

ຍ້ອນຖືກປະລາໄຊທາງການທະຫານຢ່າງໜັກໜ່ວງຢູ່ຫລາຍບັ້ນຮົບ ແລະ ປະຊາຊົນຢູ່ຫລາຍທ້ອງຖິ່ນໄດ້ ລຸກຂຶ້ນຕໍ່ສູ້ທາງການເມືອງຢ່າງເປັນຂະບວນການ ແລະ ຕໍ່ເນື່ອງ, ຈັກກະພັດອາເມລິກາ ແລະ ລູກມືຂອງ ມັນຈໍາຕ້ອງໄດ້ຍອມເຊັນສັນຍາວຽງຈັນໃນວັນທີ 21 ກຸມພາ 1973 ຊຶ່ງເປັນການຟື້ນຟູສັນຕິພາບ ແລະປະ ຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວຄັ້ງທີ 3; ສັນຍາວຽງຈັນ 1973 ໄດ້ເຮັດໃຫ້ສົງຄາມຢູ່ລາວທີ່ແກ່ ຍາວເປັນເວລາເກືອບ 20 ປີສິ້ນສຸດລົງ. ນີ້ເປັນໄຊຊະນະທີ່ມີຄວາມໝາຍຍຸດທະສາດ ແລະ ສ້າງເງື່ອນ ໄຂໃໝ່ທີ່ສໍາຄັນທີ່ສຸດ ເພື່ອພາການປະຕິວັດເຮົາກ້າວຂຶ້ນຍາດເອົາໄຊຊະນະອັນສົມບູນ.

ປີ 1973-1975ຈາກການກໍາແໜ້ນສະພາບແວດລ້ອມພາຍນອກໂດຍສະເພາະຂະບວນການຕໍ່ສູ້ປົດປ່ອຍ ຊາດຂອງການປະຕິວັດໃນໂລກ, ເວົ້າລວມຂອງສອງປະເທດອ້າຍນ້ອງຫວຽດນາມ-ກໍາປູເຈຍເວົ້າສະເພາະໄດ້ຮັບໄຊຊະນະເປັນກ້າວໆ. ວັນທີ 17 ເມສາ 1975 ແນວໂຮມເອກະພາບກໍາປູເຈຍສາມາດປົດປ່ອຍທົ່ວປະເທດ; ວັນທີ 30 ເມສາ 1975 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ; ໄຊຊະນະອັນໃຫຍ່ຫລວງ ແລະ ສະຫງ່າງາມຂອງສອງປະເທດອ້າຍນ້ອງ ໄດ້ເຮັດໃຫ້ຍຸດທະສາດສົງຄາມລ່າເມືອງຂຶ້ນເເບບໃໝ່ຂອງຈັກກະພັດອາເມລິກາລົ້ມລະລາຍຢ່າງສິ້ນເຊີງຢູ່ 2 ປະເທດນີ້ແລະ ສົ່ງຜົນກະທົບໂດຍກົງຕໍ່ການປະຕິວັດຢູ່ປະເທດເຮົາ. ໂດຍກໍາແໜ້ນເອົາກາລະໂອກາດປະຫວັດສາດອັນດີ “ພັນປີ ມີເທື່ອໜຶ່ງ” ຕົ້ນເດືອນ 5 ປີ 1975 ກົມການເມືອງສູນກາງພັກເຮົາໄດ້ຕົກລົງຢຶດອໍານາດການປົກ ຄອງໃນທົ່ວປະເທດດ້ວຍ 3 ບາດຄ້ອນຍຸດທະສາດ “ການລຸກຮືຂຶ້ນຂອງປະຊາຊົນ, ການໜູນໜີບຂອງກໍາລັງປະກອບອາວຸດປະຕິວັດ ແລະ ການລຸກຮືຂຶ້ນແຍກອອກຂອງທະຫານຝ່າຍວຽງຈັນມາຮ່ວມກັບກໍາລັງປະ ຕິວັດ” ເພື່ອກ້າວຂຶ້ນຍາດເອົາໄຊຊະນະສົມບູນໃນຂອບເຂດທົ່ວປະເທດ. ຜ່ານການຈັດຕັ້ງປະຕິບັດນະໂຍ ບາຍ 3 ບາດຄ້ອນຍຸດທະສາດຂອງກົມການເມືອງສູນກາງພັກໃນໄລຍະສັ້ນໆຮອດຕົ້ນເດືອນ 9 ປີ 1975 ທົ່ວປະເທດ ໄດ້ປະກາດລຶບລ້າງອໍານາດການປົກຄອງເກົ່າທັງໝົດ ແລະສ້າງຕັ້ງອໍານາດການປົກຄອງປະຕິ ວັດຂຶ້ນແທນໃນຂອບເຂດທົ່ວປະເທດ. ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໂດຍການປະຕິບັດທິດຊີ້ນໍາຂອງພັກ ” ບົວບໍ່ຊໍ້ານໍ້ າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ “.

ໄຊຊະນະອັນເປັນເຫດການປະຫວັດສາດດັ່ງກ່າວນັ້ນ ໄດ້ເປັນຂີດໝາຍແຫ່ງການສໍາເລັດການປະຕິວັດຊາດ-ປະຊາທິປະໄຕຢ່າງສົມບູນ ແລະ ໄດ້ໄຂສັງກາດໃໝ່ທີ່ຮຸ່ງເຮືອງສົດໃສທີ່ສຸດໃນປະຫວັດສາດຂອງຊາດລາວ, ໄລຍະທີ່ປະຊາຊົນລາວບັນດາເຜົ່າເປັນເຈົ້າປະເທດຊາດ, ເປັນເຈົ້າຊະຕາກໍາຂອງຕົນຢ່າງແທ້ຈິງ, ກ້າວຂຶ້ນສູ່ເສັ້ນທາງອັນສະຫວ່າງສະໄຫວຂອງລັດທິສັງຄົມນິຍົມພາຍໃຕ້ການນໍາພາຂອງພັກປະຊາ ຊົນ ປະຕິວັດລາວ.