ຍົນໂເຍສານ Boing 737 ຂອງສາຍການບິນ China Easthern ປະສົບອຸບັດເຫດມີຜູ້ໂດຍສານ 133 ຄົນ

ຂ່າວສານ CCTV ລາຍງານວັນທີ 21 ມີນາ 2022 ນີ້ວ່າ: ຍົນໂດຍສານ Boing 737 ຂອງສາຍການບິນ China Eathern ຖ້ຽວບິນ MU 5735 ບັນທຸກຜູ້ໂດຍສານ 133 ຄົນ ປະສົບອຸບັດເຫດໃນເມືອງອູໂຈ ເຂດ ກວ່າງຊີຈ້ວງ ທາງຕາເວັນຕົກສຽງໃຕ້ຂອງຈີນ.
ຖ້ຽວບິນດັ່ງກ່າວເດີນທາງອອກຈາກສະໜາມບິນຄຸນໝິງ ມົນທົນຢຸນນານ ທາງຕາເວັນຕົກສຽງໃຕ້ ເວລາ 13:15 ນາທີ ຕາມເວລາທ້ອງຖິ່ນ ແລະ ມຸ່ງນ້າໄປເມືອງກວາງໂຈ ມົນທົນກວາງຕຸ້ງ ທາງຕອນໃຕ້ແຕ່ເກີດອຸບັດເຫດກາງທາ.
ເບື້ອງຕົ້ນສື່ທ້ອງຖິ່ນລາຍງານເຫດເຄື່ອງບິນຕົກວ່າມີເຫດໄຟໄໝ້ລຸກລາມຢູ່ພື້ນທີ່ພູເຂົາ ສ່ວນທາງການຍັງບໍ່ຢືນຢັນຈຳນວນຜູ້ເສຍຊີວິດ.

