ປກສ ບໍ່ແກ້ວຢຶດຢາບ້າ 11 ລ້ານກວ່າເມັດ ແຕ່ຍັງຈັບເຈົ້າຂອງຢາບໍ່ທັນໄດ້

ອີງຕາມຂ່າວໜັງສືພິມຄວາມສະຫງົບ ລາຍງານວ່າ: ໃນວັນທີ 17 ມີນາ 2022 ກອງບັນຊາການ ປກສ ເມືອງຫ້ວຍຊາຍ ໄດ້ກວດກາລົດຮຸນໄດສີຟ້າ (ບໍ່ມີປ້າຍທະບຽນ) ທີ່ຂັບເຂົ້າຈອດຢູ່ໃນຕະຫຼາດບ້ານນ້ຳເກິ່ງໃໝ່ ເມືອງຕົ້ນເຜິ້ງ ລັກສະນະບັນທຸກເປົ້າສີຂາວສີ່ລ່ຽມ, ມີຜ້າແສສີດໍາປົກ ແລະ ມີຜູ້ຊາຍສອງຄົນແລ່ນອອກຈາກລົດຄັນດັ່ງກ່າວເຂົ້າໄປໃນບ້ານນ້ຳເກິ່ງໃໝ່ ຈຶ່ງພົບວ່າ ລົດຄັນດັ່ງກ່າວ ຂົນຢາບ້າ ຈຳນວນ 48 ເປົ້າ ມີຈຳນວນ 5.960 ມັດ ເທົ່າກັບ 11,920.000 ເມັດ ມີນ້ຳໜັກ 1.288 ກິໂລກຣາມ.

ປັດຈຸບັນ ກອງບັນຊາການ ປກສ ແຂວງບໍ່ແກ້ວ ພວມດຳເນີນການສືບສວນ-ສອບສວນຫາແຫຼ່ງທີ່ໄປ-ທີ່ມາຂອງຢາເສບຕິດດັ່ງກ່າວ ແລະ ກຸ່ມແກ້ງໃນການຂົນສົ່ງຢາຄັ້ງນີ້.

ຖ້າມີລາຍລະອຽດເພີ່ມຕື່ມຈະຂລາຍງານໃຫ້ຊາບຫຼັງ.