5 ສັນຍານອັນຕະລາຍ ລຳໄສ້ອາດກຳລັງມີບັນຫາ.

ວິທີສັງເກດອາການເຫລົ່ານີ້ວ່າອາດເປັນສັນຍານອັນຕະລາຍທີ່ບອກວ່າ ລຳໄສ້ຂອງທ່ານເລີ່ມມີບັນຫາແລ້ວ ເພາະສຸຂະພາບຂອງລຳໄສ້ກ່ຽວຂ້ອງກັບລະບົບອື່ນໆໃນຮ່າງກາຍຂອງເຮົາຫລວງຫລາຍກ່ວາທີ່ເຮົາຄິດ ທັງຮໍໂມນ, ກ້າມຊີ້ນ, ອາລົມ, ການນອນ ຖ້າລະບົບລຳໄສ້ເລີ່ມປັ່ນປ່ວນ ເຮັດວຽກຜິດປົກກະຕິ ກໍຈະສົ່ງຜົນກະທົບຕໍ່ລະບົບການເຮັດວຽກອື່ນໆຂອງຮ່າງກາຍນຳ ຈົນບາງເທື່ອເຮົາອາດຖືເບົາວ່າສາເຫດມາຈາກລຳໄສ້. ສາເຫດທີ່ລຳໄສ້ເຮົາເລີ່ມມີບັນຫາ ເລີ່ມມາຈາກອາຫານການກິນ ທີ່ສ່ວນຫລາຍແລ້ວມາຈາກແປ້ງ ແລະ ນຳ້ຕານ ທີ່ເປັນຄາໂບໄຮເດຣດດ້ານດ່ຽວ ທີ່ມີປະລິມານຫລາຍເກີນໄປ ເຊິ່ງອາດເຮັດໃຫ້ລະບົບຍ່ອຍເກີດຄວາມຜິດປົກກະຕິ ເຊັ່ນ : ຍື່ງທ້ອງ, ແໜ້ນທ້ອງ ແລະ ແບັກທີເຣຍທີ່ດີຕໍ່ລຳໄສ້ຂອງເຮົາທີ່ມີຢູ່ອາດຈະຫລຸດໜ້ອຍລົງ ແບັກທີເຣຍທີ່ບໍ່ດີຕໍ່ລຳໄສ້ເພີ່ມຫລາຍຂຶ້ນ. ນອກຈາກນີ້, ຄວາມເຄັ່ງຄຽດ – ການພັກຜ່ອນບໍ່ພຽງພໍ ກໍສົ່ງຜົນຕໍ່ລະບົບລຳໄສ້ຂອງເຮົາໄດ້ຄືກັນ.
- ເຈັບທ້ອງ, ຍື່ງທ້ອງ ເປັນໆເຊົາໆ : ຫາກມີອາການເຈັບທ້ອງ, ຍື່ງທ້ອງ ແລະ ມີອາການແບບນີ້ຢູ່ເລື້ອຍໆ ເປັນໆເຊົາໆ ອາດຈະນຶກວ່າຕົນເອງເປັນພະຍາດກະເພາະອາຫານອັກເສບ ແຕ່ຄວາມຈິງແລ້ວອາດຈະບໍ່ໄດ້ເປັນພະຍາດກະເພາະອາຫານອັກເສບສະເໝີໄປ ອາການເຈັບທ້ອງ, ຍື່ງທ້ອງ ເປັນໆເຊົາໆເກີດຂຶ້ນໄດ້ຈາກຫລາຍສາເຫດ ແຕ່ມາສະແດງອາການຢູ່ລຳໄສ້ຂອງເຮົາ ເຊັ່ນ : ການກິນອາຫານທີ່ມີແປ້ງ, ນຳ້ຕານ, ຄາໂບໄຮເດຣດຫລາຍເກີນໄປ, ອາຫານທີ່ມີການປຸງແຕ່ງຫລາຍເກີນໄປ ເຮັດໃຫ້ການຍ່ອຍອາຫານຜິດປົກກະຕິ ອາດເຮັດໃຫ້ເກີດອາການຍື່ງທ້ອງໄດ້ ສ່ຽງຕໍ່ການເປັນກົດໄຫລຍ້ອນ, ຍື່ງທ້ອງແໜ້ນທ້ອງຫລາຍກ່ວາປົກກະຕິ. ດັ່ງນັ້ນ, ການກິນອາຫານທີ່ເປັນຄາໂບໄຮເດຣດໃຫ້ໜ້ອຍລົງ ຫລື ເລືອກຄາໂບໄຮເດຣດຊ້ອນ ເຊັ່ນ : ເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ, ເຂົ້າໜົມປັງໂຮຫວີດ, ປຸງແຕ່ງອາຫານໜ້ອຍໆ ກໍຈະຊ່ວຍຫລຸດອາການເຈັບທ້ອງ, ຍື່ງທ້ອງ ເປັນໆເຊົາໆໄດ້ແດ່.
- ນຳ້ໜັກຂຶ້ນ-ລົງຫລາຍຜິດປົກກະຕິ : ນຳ້ໜັກຫລາຍຂຶ້ນ ຫລື ຫລຸດລົງຜິດປົກກະຕິໂດຍທີ່ບໍ່ໄດ້ກິນຫລາຍ ຫລື ໜ້ອຍລົງໄປກ່ວາເກົ່າ, ກິດຈະວັດປະຈຳວັນຄືເກົ່າທຸກຢ່າງ ອາດມີສາເຫດມາຈາກພຶດຕິກຳການກິນທີ່ບໍ່ເໝາະສົມ ໃນກໍລະນີທີ່ນຳ້ໜັກຫລາຍຂຶ້ນຜິດປົກກະຕິ ອາດບໍລິໂພກອາຫານທີ່ມີນຳ້ຕານຫລາຍເກີນໄປ, ການດູດຊຶມຂອງລຳໄສ້ອ່ອນແອລົງ, ກິນແລ້ວລຳໄສ້ບໍ່ໄດ້ດູດຊຶມສານອາຫານດີໆໄປໃຊ້ກັບຮ່າງກາຍ ແຕ່ຂັບຖ່າຍອອກໝົດ ເຮັດໃຫ້ເກີດອາການຫິວສານອາຫານ ແລະ ສານອາຫານທີ່ຮ່າງກາຍມັກໂຫຍຫາໃນອາການນີ້ກໍຄື ຄາໂບໄຮເດຣດ ແລະ ອາຫານຫວານໆນັ້ນເອງ. ໃນຄົນທີ່ນຳ້ໜັກຫລຸດລົງຢ່າງໄວວາ ອາດເກີດຈາກແບັກທີເຣຍໃນລຳໄສ້ຜິດປົກກະຕິ ເຮັດໃຫ້ການດູດຊຶມສານອາຫານອ່ອນແອລົງຄືກັນ ເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານໜ້ອຍລົງເລື້ອຍໆ ເຊິ່ງອາດສົ່ງຜົນໃຫ້ເກີດອາການຂາດສານອາຫານໃນໄລຍະຍາວໄດ້ ຈົນອາດສ່ຽງເລືອດຈາງ ຍ້ອນຂາດທາດເຫລັກຈາກການດູດຊຶມທີ່ບໍ່ດີ.
- ມີບັນຫາການນອນ : ລະບົບລຳໄສ້ອາດເຮັດໃຫ້ລະບົບການເຮັດວຽກຂອງຮໍໂມນບາງຊະນິດໃນຮ່າງກາຍຜິດປົກກະຕິໄດ້ ເຊັ່ນ : ຮໍໂມນຊີໂຣໂທນິນ ທີ່ຄວບຄຸມເວລາໃນການນອນຫລັບຂອງຮ່າງກາຍ ຫາກຮໍໂມນຊະນິດນີ້ມີຄວາມຜິດປົກກະຕິ ຫລາຍເກີນໄປ ຫລື ໜ້ອຍເກີນໄປ ກໍເຮັດໃຫ້ການນອນຫລັບຂອງເຮົາຍາກຫລາຍຂຶ້ນ, ນອນບໍ່ຄ່ອຍຫລັບ, ນອນຫລັບບໍ່ແຈບ ເປັນຕົ້ນ.
- ເກີດອາການທົນກິນອາຫານບໍ່ໄດ້ ຫລື (Food Tolerance) : ໝາຍເຖິງອາການທີ່ເຮົາບໍ່ສາມາດຮັບອາຫານເຂົ້າຮ່າງກາຍໄດ້ ຮ່າງກາຍບໍ່ສາມາດຍ່ອຍອາຫານຊະນິດນັ້ນໄດ້, ບໍ່ສາມາດດູດຊຶມສານອາຫານນັ້ນໆເຂົ້າໄປໃນຮ່າງກາຍໄດ້, ມີແກ໊າຈາກການຍ່ອຍອາຫານຫລາຍ ເຮັດໃຫ້ເຈັບທ້ອງຊຳ້ເຮື້ອ, ຍື່ງທ້ອງ, ປຸ້ນທ້ອງ, ແໜ້ນທ້ອງ, ບໍ່ສະບາຍທ້ອງ, ເຈັບທ້ອງ, ປວດຮາກ ໂດຍເກີດຈາກໃນລຳໄສ້ມີແບັກທີເຣຍທີ່ບໍ່ດີຕໍ່ຮ່າງກາຍຫລາຍເກີນໄປ, ແບັກທີເຣຍທີ່ດີຕໍ່ຮ່າງກາຍມີໜ້ອຍເກີນໄປ ເຮັດໃຫ້ລຳໄສ້ບໍ່ສາມາດຍ່ອຍອາຫານທີ່ເຮົາກິນເຂົ້າໄປໄດ້ ບໍ່ວ່າອາຫານເຫລົ່ານັ້ນຈະດີ ແລະ ມີປະໂຫຍດຫລາຍປານໃດກໍຕາມ. ສາມາດແກ້ໄຂບັນຫານີ້ໄດ້ໂດຍການພະຍາຍາມກິນອາຫານທີ່ມີພຣີໄບໂອຕິກຈາກທຳມະຊາດ ເຊັ່ນ : ໂຢເກິດ, ກິມຈິ, ຖົ່ວໝັກ ເຊິ່ງຈະຊ່ວຍເພີ່ມໂປຣໄບໂອຕິກ ຫລື ແບັກທີເຣຍທີ່ດີຕໍ່ຮ່າງກາຍໃຫ້ແກ່ລຳໄສ້.
- ຜິວໜັງອັກເສບ : ເມື່ອລຳໄສ້ຢູ່ໃນສະພາບອັກເສບ, ລຳໄສ້ຈະເກີດຮູນ້ອຍໆທີ່ເຮົາເບິ່ງບໍ່ເຫັນ ເຮັດໃຫ້ສານອາຫານ ຫລື ໂປຣຕິນທີ່ເຮົາກິນເຂົ້າໄປຮົ່ວອອກມາ ໂປຣຕິນທີ່ຮົ່ວອອກມາຈະໄປເຮັດປະຕິກິລິຍາກັບຜິວໜັງ ຈົນເຮັດໃຫ້ເກີດອາການແພ້ໄດ້ ອາດເຮັດໃຫ້ເກີດຝົດຜື່ນແດງ ດັ່ງນັ້ນ ໃຜທີ່ເປັນຕຸ່ມຝົດຜື່ນຜິວໜັງຕະຫລອດ ອາດຕ້ອງເບິ່ງນຳວ່າມີບັນຫາລຳໄສ້ຮ່ວມນຳຫລືບໍ່.
- ແນວໃດກໍຕາມ, ເພື່ອຄວາມຖືກຕ້ອງໃນການປິ່ນປົວ ເມື່ອມີອາການຜິດປົກກະຕິ ຄວນເຂົ້າຮັບການກວດກັບທ່ານໝໍຢ່າງລະອຽດ ເພື່ອຫາວິທີປິ່ນປົວທີ່ກົງຈຸດຕໍ່ໄປ.

