ບາງອາຫານທີ່ທຳລາຍຜິວໜັງຫລອດເລືອດຢ່າງຮຸນແຮງ

ໃນຜິວໜັງຫລອດເລືອດຈະມີແຊນຢູ່ ເມື່ອແຊນຖືກທຳລາຍລົງໄປເທື່ອລະໜ້ອຍ ໃນຜິວໜັງຫລອດເລືອດຈະເກີດຜັງຜືດຂຶ້ນ ແລະ ເຮັດໃຫ້ຫລອດເລືອດຄ່ອຍໆຕີບຫລາຍຂຶ້ນເທື່ອລະໜ້ອຍຄືກັນ ເມື່ອໃດກໍຕາມທີ່ຫລອດເລືອດຕີບຫລາຍກ່ວາ 75% ນັ້ນໝາຍຄວາມວ່າຮ່າງກາຍກຳລັງເກີດອັນຕະລາຍ ຫາກເປັນຫລອດເລືອດສະໝອງ ສ່ຽງອຳມະພາດ ຫາກເປັນຫລອດເລືອດຫົວໃຈສ່ຽງຫົວໃຈຂາດເລືອດ ຫາກເປັນຫລອດເລືອດທີ່ໄປຫລໍ່ລ້ຽງໝາກໄຂ່ຫລັງ ສ່ຽງໝາກໄຂ່ຫລັງວາຍຊຳ້ເຮື້ອ. ດັ່ງນັ້ນ ການຫລີກເວັ້ນອາຫານທີ່ເພີ່ມຄວາມສ່ຽງໃນການທຳລາຍຜິວໜັງຫລອດເລືອດ ຈຶ່ງເປັນການຫລຸດຄວາມສ່ຽງພະຍາດຮ້າຍ ເຊັ່ນ : ຫລອດເລືອດສະໝອງຕີບ,​ ຫລອດເລືອດຫົວໃຈຕີບ, ອຳມະພາດ,  ຫົວໃຈຂາດເລືອດ ລວມໄປເຖິງພະຍາດໝາກໄຂ່ຫລັງ. ອາຫານ 5 ຊະນິດທີ່ແພດລະບຸວ່າ ສາມາດທຳລາຍຜິວໜັງຫລອດເລືອດໄດ້ຢ່າງໄວວາ ແລະ ເປັນອາຫານທີ່ຄົນລາວນິຍົມກິນຫລາຍເກີນໄປ ໄດ້ແກ່ :

  1. ອາຫານແປຮູບ : ອາຫານແປຮູບ ຫລື ອາຫານທີ່ຜ່ານຂະບວນການຕ່າງໆ ອາຫານທີ່ມີການຜະລິດເພື່ອລອກລຽນແບບຊີ້ນສັດ ເຊັ່ນ : ຊີ້ນທຽມ, ໝູທຽມ ລວມເຖິງອາຫານຮົມຄັວນຕ່າງໆ ເຊັ່ນ : ໄສ້ກອກຮົມຄັວນ, ໂບໂລນ່າ, ແຮັມ, ເບຄັອນ, ອາຫານແປຮູບທຳລາຍແຊນຜິວໜັງຫລອດເລືອດ ແລະ ຍັງສົ່ງຜົນໄປຍັງສ່ວນອື່ນໆຂອງຮ່າງກາຍນຳອີກ ເຊັ່ນ : ແຊນສະໝອງ, ແຊນໄຂມັນ, ແຊນຕັບ ລວມເຖິງລະບົບການເຜົາຜານໃນຮ່າງກາຍນຳ.
  2. ເຄື່ອງດື່ມ 3 IN 1 : ​ກາ​ເຟ, ໂກ​ໂກ້ ແລະ ເຄື່ອງ​ດື່ມ 3 IN 1 ຕ່າງໆທີ່ມີສ່ວນປະສົມຂອງຄຣີມທຽມ ເຊິ່ງຄຣີມທຽມມີຜົນຕໍ່ແຊນຕ່າງໆຂອງຫລອດເລືອດ ລວມທັງເຮັດໃຫ້ຮ່າງກາຍສ່ຽງອາການດື້ອິນຊູລິນ ກໍ່ໃຫ້ເກີດພະຍາດຕ່າງໆຕາມມາຫລວງຫລາຍ ທັງພະຍາດທີ່ກ່ຽວກັບສະໝອງ, ຫົວໃຈ, ຫລອດເລືອດ, ໝາກໄຂ່ຫລັງ ແລະ ເມື່ອໃດທີ່ເກີດອາການດື້ອິນຊູລິນດົນໆ ອາດສ່ຽງພະຍາດເບົາຫວານ ແລະ ຕາມມາໂດຍນຳ້ຕານຫລາຍ, ໄຂມັນ,​ ພະຍາດໝາກໄຂ່ຫລັງ ແລະອື່ນໆ ສາມາດກິນໄດ້ ແຕ່ຢ່າກິນດົນໆ ຫລື ຫລາຍຈົນເກີນໄປ.
  3. ໝີ່ເຄິ່ງສຳເລັດຮູບ : ເປັນອາຫານປະເພດ ultra-processed food ເປັນອາຫານທີ່ຜ່ານຂະບວນການຕ່າງໆຫລວງຫລາຍ ເປັນອາຫານທີ່ມີແປ້ງ ແລະ ນຳ້ຕານແຝງຫລາຍ ລວມເຖິງແປ້ງນົວຈຳນວນຫລາຍ ອາດສ່ຽງມີອາການດື້ອິນຊູລິນ ເຮັດໃຫ້ລະບົບເຜົາຜານໃນຮ່າງກາຍເຮັດວຽກໄດ້ບໍ່ດີພຽງພໍ, ຫລອດເລືອດມີບັນຫາ,​ ແຊນຕ່າງໆໃນຮ່າງກາຍເກີດການອັກເສບ ແລະ ເມື່ອໃດກໍຕາມທີ່ແຊນໃນຜິວໜັງຫລອດເລືອດເກີດການອັກເສບຕະຫລອດ ອາດສ່ຽງຫລອດເລືອດຕີບ ຫລື ຕັນໄດ້.​ ສຳລັບຄາບອາຫານລາຄາຖືກທີ່ກິນໄລຍະທ້າຍເດືອນ ຄວນຫລີກເວັ້ນໝີ່ເຄິ່ງສຳເລັດຮູບ ແລ້ວກິນໄຂ່ຕົ້ມກັບຜັກອື່ນໆແທນ.
  4. ຜົງຝຸ່ນຊົງດື່ມຫລຸດນຳ້ໜັກ – ອາຫານເສີມຕ່າງໆ : ຜົງຝຸ່ນຊົງຫລຸດນຳ້ໜັກ ອາຫານເສີມ ລວມເຖິງຜົງຝຸ່ນໂປຣຕິນເພື່ອການຫລຸດນຳ້ໜັກ – ອາຫານທີ່ມາໃນຮູບແບບຜົງຝຸ່ນ ເປັນ ultra-processed food ເປັນອາຫານແປຮູບສູງ ເຊິ່ງເຮັດໃຫ້ຜິວໜັງຫລອດເລືອດເກີດການອັກເສບ ແລະ ເກີດຫລອດເລືອດຕີບຕັນໄດ້ ແລະ ຍັງກະຕຸ້ນການເກີດຂອງອິນຊູລິນ ສ່ຽງທີ່ຈຳເຮັດໃຫ້ເກີດອາການດື້ອິນຊູລິນ, ສ່ຽງເປັນເບົາຫວານ, ຄວາມດັນເລືອດສູງ,​ ໄຂມັນສູງ,​ ພະຍາດໝາກໄຂ່ຫລັງ ແລະ ພະຍາດອັນຕະລາຍອື່ນໆຕາມມາໄດ້.
  5. ນຳ້ໝາກໄມ້, ນຳ້ອັດລົມ ລວມເຖິງນຳ້ອັດລົມ 0 ກາລໍຣີ : ເປັນອັນຕະລາຍຕໍ່ຮ່າງກາຍ ໂດຍນຳ້ໝາກໄມ້ ແລະ ນຳ້ອັດລົມມີນຳ້ຕານຫລາຍ ອາດເຂົ້າໄປກະຕຸ້ນການຫລັ່ງອິນຊູລິນໃນຮ່າງກາຍໄດ້. ສ່ວນນຳ້ອັດລົມ 0 ກາລໍຣີ ຫລື ສູງທີ່ບໍ່ມີນຳ້ຕານ,​ ແຕ່ມີສານໃຫ້ຄວາມຫວານແທນນຳ້ຕານ ກໍສາມາດກະຕຸ້ນການຫລັ່ງຂອງອິນຊູລິນໄດ້ຄືກັນ ເຮັດໃຫ້ຮ່າງກາຍສ່ຽງຕໍ່ອາການດື້ອິນຊູລິນ,​ ສ່ຽງເປັນເບົາຫວານ, ລະບົບເຜົາຜານເຮັດວຽກບໍ່ມີປະສິດທິພາບ, ຄວາມດັນເລືອດສູງ, ໄຂມັນສູງ ໄປຈົນເຖິງພະຍາດໝາກໄຂ່ຫລັງໄດ້ຄືກັນ.