6 ລາຍການອາຫານທີ່ຄວນຄິດໃຫ້ດີກ່ອນສັ່ງ ເພາະອາດທຳຮ້າຍສຸຂະພາບໂດຍບໍ່ຮູ້ຕົວ.

- ນຳ້ດື່ມ ພ້ອມປ່ຽງໝາກນາວ : ຫລາຍຄົນມັກເວລາທີ່ຮ້ານອາຫານເສີບເຄື່ອງດື່ມ ໂດຍມີປ່ຽນໝາກນາວຝານມາໃນຈອກ ເມື່ອດື່ມແລ້ວກໍບອກຕົນເອງວ່າຊື່ນໃຈ, ແຕ່ໃນຄວາມເປັນຈິງຕາມລາຍງານຂອງນິດຕະຍາສານເພື່ອສຸຂະພາບ ໄດ້ລອງທົດສອບປ່ຽງໝາກນາວ 76 ປ່ຽງ ຈາກຮ້ານອາຫານ 21 ຮ້ານ ພົບວ່າ 70% ຂອງໝາກນາວເຫລົ່ານັ້ນເຕັມໄປດ້ວຍແບັກທີເຣຍ ເນື່ອງຈາກໝາກນາວເຫລົ່ານັ້ນບໍ່ໄດ້ລ້າງເຮັດຄວາມສະອາດຢ່າງຖືກວິທີ.
- ສະປາເກັກຕີ້ພາສຕ້າ ທີ່ຕື່ມໄດ້ບໍ່ອັ້ນ : ເວລາເຫັນໂຄສະນາຂອງຮ້ານອາຫານພ້ອມກັບໂປຣໂມຊັນຕື່ມສະປາເກັດຕີ້ ຫລື ພາສຕ້າໄດ້ບໍ່ອັ້ນ ຫລື ສັ່ງ 1 ຈານ ແຖມອີກ 1 ຈານ ຕ້ອງພະຍາຍາມຫ້າມໃຈໄວ້ແດ່ ເພາະບັນດາອາຫານເສັ້ນທີ່ອຸດົມໄປດ້ວຍຄາໂບໄຮເດຣດນັ້ນມີຕົ້ນທຶນຕໍ່າ ແນ່ນອນວ່າຮ້ານອາຫານມັກເອົາມາເຮັດກຳໄລແບບທົບເຄິ່ງ ແລະ ຖ້າບໍລິໂພກໃນປະລິມານຫລາຍ ນຳ້ໜັກຈະຂຶ້ນໂດຍທີ່ທ່ານບໍ່ຮູ້ໂຕ.
- ຢ່າຫໍ່ອາຫານທີ່ເຫລືອກັບເມືອເຮືອນ ຖ້າທ່ານບໍ່ໄດ້ຈະກັບເຮືອນໂດຍກົງເລີຍ (ຖ້າຍັງຈະໄປແວ່ບ່ອນອື່ນກ່ອນ) : ສິ່ງໜຶ່ງທີ່ຕ້ອງຈື່ເອົາໄວ້ສຳລັບຄົນມັກກິນອາຫານນອກບ້ານແລ້ວກິນບໍ່ໝົດ ຕ້ອງຫໍ່ເມືອເປັນປະຈຳ ຄື ອາຫານທີ່ຖືກປຸງແຕ່ງສຸກແລ້ວຈະຢູ່ໃນອຸນຫະພູມທຳມະດາໄດ້ບໍ່ເກີນ 2 ຊົ່ວໂມງ ເມື່ອເປັນແບບນັ້ນຖ້າທ່ານຢາກຫໍ່ອາຫານກັບເຮືອນ ແລ້ວເອົາປະໄວ້ໃນລົດ ຫລື ໄປເຮັດຢ່າງອື່ນໂດຍທີ່ບໍ່ໄດ້ກັບເມືອເຮືອນທັນທີ ຂໍໃຫ້ຕັດໃຈ ບໍ່ເອົາເມືອຈະດີກ່ວາ ເພາະອາຫານເຫລືອຈາກນັ້ນອາດເຮັດໃຫ້ທ່ານເຈັບທ້ອງໄດ້.
- ເຄື່ອງດື່ມແບບເຕີມຟຣີຕະຫລອດ : ຖ້າເຄື່ອງດື່ມທີ່ ຣີຟິລ ຫລື ຕື່ມຟຣີຕະຫລອດນັ້ນເປັນກາເຟດຳກໍພໍຮັບໄດ້, ແຕ່ຖ້າຣີຟິລໂດຍນ້ຳອັດລົມ ຫລື ຊາຂຽວ ຂໍໃຫ້ຫລີກເວັ້ນ ເພາະນ້ຳອັດລົມ ຫລື ຊາຂຽວນັ້ນມີປະລິມານນ້ຳຕານຫລາຍ. ມີນັກວິໄຈເຄີຍຄຳນວນແລ້ວວ່າ ມີນ້ຳຕານຫລາຍເຖິງ 8 ບ່ວງຊາຕໍ່ຈອກ ຖ້າທ່ານຣີຟິລເຄື່ອງດື່ມ 2 – 3 ເທື່ອ ນັ້ນໝາຍເຖິງທ່ານກຳລັງນຳເອົານ້ຳຕານ 24 ບ່ວງຊາເຂົ້າສູ່ຮ່າງກາຍ.
- ນ້ຳອັດລົມປາສະຈາກນ້ຳຕານ : ພາບຄວາມຈຳຂອງໂຄສະນານ້ຳອັດລົມປາສະຈາກນ້ຳຕານ ໄດ້ຝັງຫົວຄົນທົ່ວໄປວ່າເປັນເຄື່ອງດື່ມສຳລັບຄົນທີ່ກຳລັງຄວບຄຸມນ້ຳໜັກ, ແຕ່ໃນຄວາມຈິງແລ້ວ ນ້ຳອັດລົມປາສະຈາກນ້ຳຕານບໍ່ໄດ້ເຮັດໃຫ້ທ່ານຄວບຄຸມນ້ຳໜັກໄດ້ແທ້. ຜົນການວິໄຈຈາກມະຫາວິທະຍາໄລເທັກຊັສ ລະບຸວ່າ ສານທີ່ໃຫ້ຄວາມຫວານໃນນ້ຳອັດລົມປາສະຈາກນ້ຳຕານນັ້ນ ບໍ່ສາມາດຕົວະສະໝອງເຮົາໄດ້ ແລະ ເຮັດໃຫ້ສະໝອງສັ່ງໃຫ້ຮ່າງກາຍຫາອາຫານແຊບໆຢ່າງອື່ນເພື່ອສະໜອງຕອບຄວາມຫວານທີ່ຮ່າງກາຍຕ້ອງການ ຈຶ່ງເປັນທີ່ມາຂອງຄົນທີ່ດື່ມນ້ຳອັດລົມປາສະຈາກນ້ຳຕານ ແລ້ວຕຸ້ຍຂຶ້ນ ບໍ່ຍອມຈ່ອຍລົງດັ່ງທີ່ຄິດ.
- ຍຳສະຫລັດເອີ້ນນ້ຳຍ່ອຍ : ຮ້ານອາຫານຫລາຍຮ້ານໃນປັດຈຸບັນນິຍົມເສີບຍຳສະຫລັດກ່ອນເສີບອາຫານຈານຫລັກ ເຊິ່ງເບິ່ງເປັນການບໍລິການທີ່ດີ, ແຕ່ໃນຄວາມເປັນຈິງແລ້ວ ຍຳສະຫລັດທີ່ເສີບກ່ອນອາຫານນັ້ນລາດນ້ຳຍຳມາແລ້ວ ລ້ວນແຕ່ໃຊ້ນ້ຳຍຳທີ່ມີກາລໍຣີຫລາຍ, ແຕ່ຖ້າທ່ານຢາກກິນຍຳສະຫລັດແທ້ໆ ກໍຂໍໃຫ້ສັ່ງຍຳສະຫລັດຕາມຄວາມຕ້ອງການຂອງທ່ານ ແລ້ວໃຫ້ທາງຮ້ານແຍກນ້ຳຍຳມາໃຫ້ ຈະເປັນທາງເລືອກທີ່ດີກ່ວາການກິນຍຳສະຫລັດທີ່ທາງຮ້ານເຮັດມາແບບພ້ອມເສີບມາໃຫ້.

