ອາຫານແປຮູບ ກິນຢ່າງເໝາະສົມປອດໄພຕໍ່ຮ່າງກາຍ

ອາຫານແປຮູບ ກິນຢ່າງເໝາະສົມປອດໄພຕໍ່ຮ່າງກາຍ.
ອາຫານແປຮູບມັກມີໄຂມັນ ແລະ ໂຊດຽມຫລາຍ, ແຕ່ຫາກເລືອກກິນໃຫ້ຖືກວິທີ ກໍສາມາດກິນໄດ້ຢ່າງປອດໄພ. ອາຫານແປຮູບມີຈຸດເດັ່ນໃນການຖະໜອມຮັກສາຄຸນນະພາບອາຫານ, ຜ່ານຂະບວນການຜະລິດທີ່ໄດ້ມາດຕະຖານ, ປອດໄພ, ອຳນວຍຄວາມສະດວກຮັບໃຊ້ວິຖີຊີວິດໃນຍຸກປັດຈຸບັນໄດ້ດີ ເຊິ່ງແນະນຳວ່າໃຫ້ກິນຢ່າງເໝາະສົມ, ມີຄວາມຫລາກຫລາຍ, ຄົບ 5 ໝວດ ແລະ ອ່ານສະຫລາກໂພຊະນາການຢູ່ຜະລິດຕະພັນ ເພື່ອສຸຂະພາບທີ່ສຸດ.
ການແປຮູບອາຫານ ເປັນຂັ້ນຕອນ ແລະ ວິທີການໃນການປ່ຽນແປງວັດຖຸດິບທີ່ເປັນຊີ້ນສັດ, ຜັກ, ໝາກໄມ້ ໂດຍໃຊ້ວິທີຕ່າງໆ ເຊັ່ນ : ການໃຊ້ຄວາມຮ້ອນ, ຄວາມເຢັນ, ການເຮັດແຫ້ງ, ການໃຊ້ນຳ້ຕານ, ການສາຍລັງສີ ເປັນຕົ້ນ ເພື່ອຖະໜອມອາຫານ, ເຮັດໃຫ້ມີກິ່ນ ແລະ ລົດຊາດດີຂຶ້ນ ລວມທັງການຕື່ມສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍໄດ້ນຳອີກ ເຊິ່ງອົງການອາຫານ ແລະ ກະເສດແຫ່ງສະຫະປະຊາຊາດ FAO ໄດ້ແບ່ງປະເພດຂອງອາຫານແປຮູບຕາມລະບົບ The NOVAF Food Classification System ອອກເປັນ 4 ກຸ່ມ ໄດ້ແກ່ :
- ອາຫານບໍ່ຜ່ານຂະບວນການ (Unprocessed Foods) : ຫລື ຜ່ານຂະບວນການພຽງເລັກໜ້ອຍ (Minimally processed foods) ສ່ວນຫລາຍເປັນການຕັດແຕ່ງເອົາພາກສ່ວນທີ່ບໍລິໂພກບໍ່ໄດ້ອອກ ຫລື ຜ່ານການບົດ, ແຍກສ່ວນ, ກອງ, ຂົ້ວ, ຕົ້ມ, ໝັກ, ການເຮັດແຫ້ງ, ການພາສເຈີໄຣ, ການແຊ່ເຢັນ, ແຊ່ແຂງ, ບັນຈຸໃນພາຊະນະ ຫລື ບັນຈຸພັນສູນຍາກາດ ເພື່ອຮັກສາຄຸນນະພາບ ຄົງຄວາມສົດຂອງອາຫານຕາມທຳມະຊາດ.
- ອາຫານຜ່ານຂະບວນການໂດຍໃຊ້ເຄື່ອງປຸງ (Processed culinary ingredients) : ເຊັ່ນ ນຳ້ມັນ, ເນີຍ, ນຳ້ຕານ ແລະ ເກືອ ເພື່ອກຽມປຸງອາຫານໃນຄົວເຮືອນ.
- ອາຫານຜ່ານຂະບວນການ (Processed Foods) : ເປັນອາຫານແປຮູບໂດຍໃຊ້ນຳ້ມັນ, ນຳ້ຕານ ຫລື ເກືອ ເປັນສ່ວນປະສົມ ແລະ ວິທີການຖະໜອມອາຫານ ໂດຍການດອງ, ການຮົມຄັວນ, ການບົ່ມ ເພື່ອໃຫ້ສ່ວນປະສົມຊຶມເຂົ້າໄປໃນອາຫານ ແລະ ປ່ຽນແປງທຳມະຊາດຂອງອາຫານ ເຊັ່ນ : ຜັກ-ໝາກໄມ້ບັນຈຸກະປ໋ອງ, ປາກະປ໋ອງ, ແຮັມ, ເບຄັອນ.
- ອາຫານທີ່ຜ່ານຂະບວນການສູງ (Ultra-processed Foods) : ໃຊ້ຂະບວນການຜະລິດທາງອຸດສາຫະກຳທີ່ໄດ້ມາດຕະຖານ ເປັນຜະລິດຕະພັນທີ່ຫລາກຫລາຍຮູບແບບ ແລະ ຊ່ວຍຍືດອາຍຸໃນການເກັບຮັກສາໄດ້ດົນຂຶ້ນ ເຊັ່ນ : ໄສ້ກອກ, ອາຫານກິນຫລິ້ນ (Snacks), ອາຫານແຊ່ແຂງ, ມາກາຣີນ, ກະແລັມ ແລະ ຜະລິດຕະພັນເຂົ້າໜົມອົບ ເປັນຕົ້ນ.
- ປະໂຫຍດຂອງອາຫານແປຮູບ : ການແປຮູບອາຫານມີປະໂຫຍດຫລວງຫລາຍ ເຊັ່ນ : ການທຳລາຍສານທີ່ເປັນພິດໃນອາຫານ, ຊ່ວຍຖະໜອມອາຫານ ເຮັດໃຫ້ມີກິ່ນ ແລະ ລົດຊາດທີ່ດີຂຶ້ນ, ສາມາດຈຳໜ່າຍ ແລະ ຂົນສົ່ງໄດ້ສະດວກຂຶ້ນ, ຕອບໂຈດຜູ້ບໍລິໂພກຍຸກໃໝ່ໄດ້ເປັນຢ່າງດີ ແລະ ຂະບວນການແປຮູບອາຫານໃນອຸດສາຫະກຳ ໝັ້ນໃຈເຖິງມາດຕະຖານ ແລະ ຄວາມປອດໄພ.
- ກິນອາຫານແປຮູບແນວໃດໃຫ້ປອດໄພຕໍ່ສຸຂະພາບ ? ເພື່ອໃຫ້ໝັ້ນໃຈວ່າບໍລິໂພກອາຫານແປຮູບແລ້ວ ບໍ່ເຮັດໃຫ້ຮັບປະລິມານນຳ້ຕານ, ໄຂມັນ, ໂຊດຽມ ເກີນຄວາມຕ້ອງການ ຈຶ່ງຄວນປະຕິບັດດັ່ງນີ້ :
- ອ່ານສະຫລາກໂພຊະນາການໃຫ້ໝັ້ນໃຈກ່ອນທຸກເທື່ອວ່າ ບໍ່ມີສ່ວນປະກອບທີ່ເປັນເກືອ, ນຳ້ຕານ ຫລື ໄຂມັນໃນປະລິມານຫລາຍເກີນໄປ ຫລື ເບິ່ງສັນຍະລັກໂພຊະນາການ ທາງເລືອກສຸຂະພາບ ຫລື Healthier Choice ເປັນສັນຍະລັກທີ່ສະແດງວ່າຜະລິດຕະພັນອາຫານນັ້ນໄດ້ຜ່ານເກນການພິຈາລະນາແລ້ວວ່າ ມີປະລິມານນຳ້ຕານ, ໄຂມັນ ແລະ ໂຊດຽມທີ່ເໝາະສົມ, ການຫລຸດຫວານ, ມັນ, ເຄັມ ເປັນການຫລຸດປັດໄຈສ່ຽງຕໍ່ການເກີດພະຍາດທີ່ບໍ່ຕິດຕໍ່ຊຳ້ເຮື້ອ.
- ກິນອາຫານແປຮູບຮ່ວມກັບອາຫານອື່ນໆ ເຊັ່ນ : ໃສ່ຊີ້ນສັດ ແລະ ຜັກລົງໄປໃນຕົ້ມໝີ່ ເປັນຕົ້ນ.
- ຫລຸດການຊົດນຳ້ແກງ ແລະ ເຄື່ອງປຸງຕ່າງໆ ເຊັ່ນ : ນຳ້ຊ໊ອດໝາກເລັ່ນ, ນຳ້ຊ໊ອດຖົ່ວເຫລືອງ ເພື່ອຫລຸດການບໍລິໂພກໂຊດຽມຫລາຍເກີນໄປ.
- ບໍ່ຄວນກິນອາຫານແປຮູບຫລາຍຈົນເກີນໄປ ຄວນເລືອກກິນອາຫານໃຫ້ຫລາກຫລາຍ ຄົບ 5 ໝວດ.
- ອອກກຳລັງກາຍເປັນປະຈຳ, ພັກຜ່ອນໃຫ້ພຽງພໍ ເພື່ອສຸຂະພາບແຂງແຮງປອດພະຍາດ ເພື່ອສຸຂະພາບທີ່ດີ ຫ່າງໄກຈາກຄວາມເຈັບປ່ວຍ.

