ເດ ເຄອາ ນັກເຕະແມນຢູ ຄົນຫລ້າສຸດບໍ່ຢູ່ໃນແຜນທີມຊາດສະເປນ

ດາບິດ ເດ ເຄອາ ຜູ້ຮັກສາປະຕູມືກາວຂອງ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງ ພຣີເມຍລີກ ອັງກິດ ກາຍເປັນນັກເຕະໃນສະໂມສອນແມນຢູອີກ 1 ຄົນ ທີ່ຫລ້າສຸດບໍ່ຕິດທີມຊາດສະເປນ ຫລັງບໍ່ມີຊື່ຢູ່ໃນແຜນ ຊຸດກຽມລົງເຕະອຸ່ນເຄື່ອງກັບ ແອລເບເນຍ ແລະ ໄອແລນ ໄລຍະທ້າຍມີນາ.

ເຖິງວ່າຈະບໍ່ໄດ້ລົງສະຫນາມໃຫ້ສະເປນມາຕັ້ງແຕ່ເດືອນຕຸລາປີ 2020 ແຕ່ ເດ ເຄອາ ກໍຈະມີຊື່ຕິດທີມຊາດມາຕະຫລອດ ແຕ່ເທື່ອນີ້ ຫລຸຍ ເອັນຣີເກ ຜູ້ຈັດການທີມຊາດສະເປນພັດບໍ່ໃສ່ຊື ເດ ເຄອາ ໃນທີມ ໂດຍຕັດສິນໃຈໃຊ້ ດາບິດ ຣາຢາ ມືກາວຂອງ ເບຣນຟອດ ທີ່ຍັງບໍ່ເຄີຍລົງຮັບໃຊ້ຊາດເລີຍໃນທຸກລະດັບເຂົ້າມາສຽບແທນ ຂະນະທີ່ໂຄຕາອີກ 2 ຄົນ ເປັນຂອງ ອູໄນ ຊິມອນ ຂອງສະໂມສອນ  ແອດເລຕິກ ບິລເບົາ ແລະ ໂຣເບີດ ຊານເຊສ ຂອງ ໄບຣຕັນ ແອນ ໂຮບ ອັນບຽນ.

ທັງນີ້ ຣາຢາ ທີ່ເກີດໃນບາເຊໂລນາ ມີບັນຫາບາດເຈັບເຂົ່າ ຈົນພາດການລົງສະຫນາມໃຫ້ ເບຣນຟອດ ໄປເຖິງ 14  ນັດໃນພຣີເມຍລີກ ລະດູການນີ້ ກ່ອນຈະກັບຄືນລົງສະຫນາມໃນເກມເສຍໃຫ້ ແມນເຊສເຕີ ຊິຕີ 0-2 ໃນວັນທີ 9 ກຸມພາ ທີ່ຜ່ານມາ ໂດຍບໍ່ເສຍປະຕູໄດ້ 5 ນັດ ຈາກການລົງຫລິ້ນໃນລີກ 15 ເກມໃຫ້ ເບຣນຟອດ ລະດູການນີ້.