ໂມເດິນາ ຕັດໜ້າ ໄຟເຊີ ຍື່ນຂໍອະນຸມັດວັກຊີນເຂັມ 4 ໃຫ້ຄົນອາຍຸ 18 ປີຂຶ້ນໄປໃນອາເມລິກາ

ໂມເດິນາ ອິງ ຍື່ນຄຳຮ້ອງຕໍ່ເອັຟດີເອອາເມລິກາ ອະນຸມັດວັກຊີນກະຕຸ້ນເຂັມທີ 2 ຫລື ວັກຊີນເຂັມທີ 4 ສຳລັບປະຊາກອນຊ່ວງອາຍຸ 18 ປີຂຶ້ນໄປ ຫລັງໄຟເຊີຫາກໍຂໍອະນຸມັດສະເພາະຜູ້ສູງອາຍຸ.
ບໍລິສັດໂມເດິນາ ຜູ້ຜະລິດວັກຊີນຕ້ານໂຄວິດລາຍໃຫຍ່ຂອງໂລກ ຍື່ນຂໍອົງການອາຫານ ແລະ ຢາແຫ່ງຊາດຂອງອາເມລິກາ ຫລື ເອັຟດີເອ ອະນຸມັດການສັກວັກຊີນປ້ອງກັນໂຄວິດ-19 ເຂັມກະຕຸ້ນເຂັມທີ 2 ຫລື ວັກຊີນເຂັມ 4 ສຳລັບປະຊາກອນໄວຜູ້ໃຫຍ່ທຸກຄົນ ຫລື ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ຫລັງຈາກເມື່ອບໍ່ດົນມານີ້ ບໍລິສັດໄຟເຊີ ຫາກໍຍື່ນຄຳຮ້ອງໄປຫາອົງການອາຫານ ແລະ ຢາແຫ່ງຊາດອາເມລິກາ ໃຫ້ອະນຸມັດກໍລະນີສຸກເສີນສຳລັບວັກຊີນປ້ອງກັນໂຄວິດ-19 ເຂັມກະຕຸ້ນເຂັມທີ 2 ສຳລັບປະຊາຊົນທີ່ມີອາຍຸ 65 ປີຂຶ້ນໄປ ທ່າມກາງການລະບາດຮຸນແຮງໃນຫລາຍພື້ນທີ່ຂອງໂລກ ແລະ ມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງ.
ໂດຍໂມເດິນາໄດ້ລະບຸວ່າ: ພວກເຂົາຍື່ນຄຳຮ້ອງບົນພື້ນຖານຂອງຂໍ້ມູນທີ່ຫາກໍມີການເຜີຍແຜ່ໃນອາເມລິກາ ແລະ ອິດສະລາແອນ ຫລັງພົບການລະບາດຂອງເຊື້ອກາຍພັນໂອມິຄຣອນ ເພື່ອປ້ອງກັນຜູ້ຕິດເຊື້ອທີ່ມີອາການຮຸນແຮງ ຫລື ເສຍຊີວິດຈາກໂຄວິດ-19.
ຂະນະທີ່ທຳນຽບຂາວເລີ່ມມີການເຄື່ອນໄຫວທີ່ຈະໃຫ້ສະພາຄອງເກຣດອະນຸມັດງົບປະມານສຸກເສີນຮີບດ່ວນ ເພື່ອໃຫ້ລັດຖະບານກາງນຳໄປໃຊ້ໃນການຈັດຊື້ຈັດຫາວັກຊີນປ້ອງກັນໂຄວິດ-19 ເພື່ອສຳຮອງເພີ່ມຕື່ມ ແລະ ເປັນການກຽມຄວາມພ້ອມຖ້າຈະຕ້ອງມີການສັກວັກຊີນກະຕຸ້ນໃຫ້ປະຊາຊົນໃນມໍ່ໆນີ້.
ອ້າງອີງ: NBCnews.

