ເຜີຍແຜ່, ແນະນໍາສິດ ແລະ ໜ້າທີ່ໃຫ້ວິສາຫະກິດເປົ້າໝາຍເຂົ້າໃນລະບົບ ອມພ ຢູ່ 3 ເມືອງໃນນະຄອນຫຼວງ

ວັນທີ 16-17 ມີນາ 2022 ນີ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ສົມທົບກັບສ່ວຍສາອາກອນ ປະຈຳ ນວ, ຫ້ອງການ-ການເງິນເມືອງ, ສ່ວຍສາອາກອນ ປະຈຳເມືອງ, ໄດ້ຈັດກອງປະຊຸມເຜີຍແຜ່, ແນະ ນຳສິດ ແລະ ໜ້າທີ່ໃຫ້ແກ່ວິສາຫະກິດເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ (ອມພ) ແລະ ຮັບຟັງການແນະນໍາກ່ຽວກັບການເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ, ການຂຶ້ນທະບຽນ, ການອະນຸຍາດພິມໃບເກັບເງິນຜ່ານເຄື່ອງບັນທຶກການຂາຍສິນຄ້າ-ບໍລິການ ແລະ ໂປຼແກມອື່ນໆ…ຢູ່ເມືອງສີໂຄດຕະບອງ, ເມືອງໄຊທານີ ແລະ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ສຳລັບຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2022 ນີ້, ທີ່ສະໂມສອນໃຫຍ່ສຳນັກງານປົກຄອງເມືອງສີໂຄດຕະບອງ, ໂດຍການເປັນປະທານຮ່ວມຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ, ມີຫົວໜ້າຫ້ອງການ-ການເງິນ, ມີຄະນະຮັບຜິດຊອບກອງປະຊຸມເຜີຍແຜ່ແນະນຳ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ ປະຈຳ ນວ, ສ່ວຍສາອາກອນ ປະຈຳເມືອງ, ພະນັກງານວິຊາການ ແລະ ຜູ້ອຳນວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດເຂົ້າຮ່ວມຫຼາຍກວ່າ 100 ຫົວໜ່ວຍ.

ສ່ວນຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມີນາ 2022 ນີ້, ທີ່ສະໂມສອນໃຫຍ່ສຳນັກງານປົກຄອງເມືອງສີສັດຕະນາກ, ໂດຍການເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ວິໄລກອນ ສູນດາລາ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງສີສັດຕະນາກ, ມີຫົວໜ້າຫ້ອງການ-ການເງິນ, ຄະນະຮັບຜິດຊອບຈັດກອງປະຊຸມເຜີຍແຜ່ແນະນຳ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ, ພະນັກງານນັກວິຊາການ ແລະ ຜູ້ອຳນວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດເຂົ້າຮ່ວມ.

ສ່ວນຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ມີນາ 2022 ນີ້, ທີ່ສະໂມສອນໃຫຍ່ສຳນັກງານປົກຄອງເມືອງໄຊທານີ, ໂດຍການເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ, ມີຫົວໜ້າຫ້ອງການ-ການເງິນ, ມີຫົວໜ້າພະແນກຄຸ້ມຄອງອາກອນມູນຄ່າເພີ່ມ ກົມສ່ວຍສາອາກອນ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ ປະຈຳ ນວ, ສ່ວຍສາອາກອນ ປະຈຳເມືອງ, ພະນັກງານນັກວິຊາການ ແລະ ຜູ້ອຳນວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດຫຼາຍກວ່າ 100 ຫົວໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່, ແນະນຳສິດ ແລະ ໜ້າທີ່ໃຫ້ແກ່ວິສາຫະກິດເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ (ອມພ) ຈາກນັກວິທະຍາກອນ ກົມສ່ວຍສາອາກອນ ກະຊວງການເງິນ, ຊຶ່ງຍົກໃຫ້ເຫັນກ່ຽວກັບສິດ, ໜ້າທີ່ຂອງຜູ້ດໍາເນີນທຸລະກິດທີ່ເຂົ້າໃນລະບົບລະບົບອາກອນມູນຄ່າເພີ່ມຕ້ອງໄດ້ປະຕິບັດ ເປັນຕົ້ນ:ການນຳໃຊ້ລະບົບບັນຊີ, ການນຳໃຊ້ໃບເກັບເງິນ, ການຍື່ນໃບແຈ້ງ-ມອບອາກອນປະເພດຕ່າງໆ (ຕາມໝວດສິນຄ້າ-ການບໍລິການ; ຕາມຮູບການ, ຮູບແບບ ແລະ ປະເພດວິສາຫະກິດ), ພ້ອມທັງຍົກໃຫ້ເຫັນຈຸດດີຂອງໃບຢັ້ງຢືນການເຂົ້າໃນລະບົບອາກອນມູນຄ່າເພີ່ມ, ລວມທັງການນຳໃຊ້ມາດຕະການໃນກໍລະນີຕ່າງໆ…ຖ້າບໍ່ໃຫ້ຄວາມຮ່ວມມືເປັນ ຕົ້ນແມ່ນການປັບໃໝ, ການປິດບໍລິສັດຊົ່ວຄາວ ແລະ ຖາວອນ ແລະ ບັນຫາອື່ນໆ.

ພ້ອມນັ້ນ, ຍັງໄດ້ຮັບຟັງການບັນຍາຍເຜີຍແຜ່ແນະນໍາໃຫ້ແກ່ວິສາຫະກິດເປົ້າໝາຍໃຫ້ເຂົ້າໃຈຄວາມໝາຍຂອງອາກອນມູນຄ່າເພີ່ມ, ອາກອນທີ່ມີຄວາມເປັນທໍາ, ຜູ້ຖືກມອບໝາຍ ຫຼື ຜູ້ເປັນຕົວແທນໃຫ້ແກ່ຂະແໜງສ່ວຍສາອາກອນຄິດໄລ່ເກັບອາກອນມູນຄ່າເພີ່ມ, ອາກອນປະເພດຕ່າງໆທີ່ຕ້ອງຈ່າຍ, ສິນຄ້າ-ການບໍລິການທີ່ໄດ້ຮັບການຍົກເວັ້ນອາກອນມູນຄ່າເພີ່ມ, ປະເພດທີ່ຖືກເສຍອາກອນມູນຄ່າເພີ່ມ ແລະ ປະເພດທີ່ຖືກເສຍອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້, ການນຳໃຊ້ລະບົບບັນຊີ, ການນຳໃຊ້ໃບເກັບເງິນ, ເງື່ອນໄຂຕ່າງໆທີ່ຈະໄດ້ຮັບໃບຢັ້ງຢືນການເຂົ້າລະບົບອາກອນມູນຄ່າເພີ່ມຈາກຂະແໜງສ່ວຍສາອາກອນ, ເຂົ້າໃຈວິທີການແຈ້ງມອບເງິນລວມທັງສິດ ແລະໜ້າທີ່ຂອງຜູ້ແຈ້ງມອບອາກອນມູນຄ່າເພີ່ມ ນໍາອີກດ້ວຍ.
ອີງໃສ່ການປະຕິບັດຕາມວະລະແຫ່ງຊາດ, ແຈ້ງການປ່ຽນແປງລະບົບການເສຍອາກອນແບບໃໝ່, ຄາດໝາຍ ແລະ ເປົ້າໝາຍວິສາຫະກິດທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມໃນທົ່ວປະເທດມີປະມານ 14.458 ພື້ນ ຖານ. ໃນນີ້, ນະຄອນຫຼວງວຽງຈັນມີປະມານ 7.497 ພື້ນຖານ.