5 ຫົວໜ່ວຍຂອງລັດຫັນເປັນກຸ້ມຕົນເອງ ຄຸ້ມຄອງງົບປະມານໄດ້ 151 ຕື້ກີບ ແລະ ປີ 2022 ໃຫ້ໄດ້ 244 ຕື້ກີບ

ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມຕີລາຄາຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານ ເຮັດທົດລອງຫັນຫົວໜ່ວຍກຸ້ມຕົນເອງ ທາງດ້ານງົບປະມານ 5 ຫົວໜ່ວຍໃນ ວັນທີ 14 ມີນາ 2022 ຜ່ານມານີ້ວ່າ:
ການຈັດຕັ້ງປະຕິບັດເຮັດທົດລອງຫັນກຸ້ມຕົນເອງທາງດ້ານງົບປະມານຂອງ 5 ຫົວໜ່ວຍທີ່ໄດ້ຮັບການຕົກລົງແຕ່ງຕັ້ງໄລຍະຜ່ານມາ (ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກປາກປ່າສັກ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ ແລະ ໂຮງໝໍເຊດຖາທິຣາດ), ເປັນວຽກງານໜຶ່ງທີ່ສຳຄັນທີ່ພັກ ແລະ ລັດຖະບານ ໄດ້ກຳນົດໃຫ້ເປັນວຽກງານບູລິມະສິດຂອງຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງທີ່ຈະຕ້ອງໄດ້ສູ້ຊົນ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອສ້າງໃຫ້ບັນດາຫົວໜ່ວຍງົບປະມານດັ່ງກ່າວ ມີການຫັນປ່ຽນໃນການປະຕິບັດງົບປະມານທີ່ຄ່ອງຕົວ ແລະ ກ້າວໄປສູ່ການກຸ້ມຕົນເອງໃຫ້ຫຼາຍຂຶ້ນ, ມີການປະຢັດມັດທະຍັດ, ໃຊ້ງົບປະມານຢ່າງມີປະສິດທິຜົນ, ມີຄວາມວ່ອງໄວໃນການບໍລິຫານງົບປະມານ, ການຈັດຊື້-ຈັດຈ້າງໃນວົງເງິນທີ່ກຳນົດ ແລະ ກ້າວໄປສູ່ການກຸ້ມຕົນເອງໃນບັນດາພາກລາຍຈ່າຍຫຼາຍຂຶ້ນຕື່ມ.
ຈຳນວນຫົວໜ່ວຍທີ່ເຮັດທົດລອງວຽກງານດັ່ງກ່າວອາດຈະບໍ່ທັນຫຼາຍ ແລະ ບົດຮຽນບາງດ້ານໃນການຫັນກຸ້ມຕົນເອງບໍ່ທັນສູງ ບໍ່ທັນມີຕົວແບບທີ່ເປັນມາດຖານໃນຂອດຈັດຕັ້ງປະຕິບັດ, ແຕ່ກໍເຫັນວ່າ 5 ຫົວໜ່ວຍຄຸ້ມຄອງງົບປະມານສູງເຖິງ 151 ຕື້ກີບ ສຳລັບປີ 2021 ແລະ ສູງເຖິງ 244 ຕື້ກີບ ໃນປີ 2022 ຫຼື ເພີ່ມຂຶ້ນປະມານ 62% ທຽບໃສ່ປີ 2021 (ບໍ່ລວມງົບປະມານປົກກະຕິທີ່ລັດສະໜອງໃຫ້).

