ສະຕາໂທລະຄົມ ພ້ອມນໍາລະບົບດິຈິຕອລ ສູ່ການບໍລິການຂອງການບິນລາວ

ວັນທີ 16 ມີນາ 2022 ທີ່ສຳນັກງານໃຫຍ່ບໍລິສັດສະຕາໂທລະຄົມ, ທ່ານ ບຸນມີ ມາລາວົງ ຮອງຜູ້ ອຳ ນວຍການໃຫຍ່ ບໍລິສັດສະຕາໂທລະຄົມ ແລະ ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU)ເພື່ອສຶກສາຄວາມເປັນໄປໄດ້ການຮ່ວມມືທຸລະກິດ ແລະ ສະໜອງເຕັກໂນໂລຊີຂໍ້ມູນຂ່າວສານໂດຍທ່ານ ລິວ ແມ໋ງ ຮ່າ ຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມພ້ອມດ້ວຍຄະນະນຳ ແລະ ພະນັກງານສອງຝ່າຍເຂົາຮ່ວມ.
ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມກ່າວວ່າ : ບໍລິສັດພວກເຮົາມີເຄື່ອງໝາຍການຄ້າ ຢູນີເທວ ແລະ ພາຍຫຼັງສ້າງຕັ້ງຂຶ້ນມາເປັນເວລາ 13 ປີ ໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງລະບົບເຄືອຂ່າຍໂທລະຄົມມະນາຄົມທີ່ນຳໃຊ້ເຕັກໂນໂລຊີທັນສະໄໝຂອງໂລກໃນທົ່ວປະເທດ,ການບໍລິການໂທລະຄົມ ແລະ ການສື່ສານໄປທົ່ວເຖິງປະຊາຊົນລາວເຂດຫ່າງໄກສອກຫຼີກ ໂດຍຍຶດໝັ້ນວິໄສທັດຮັບໃຊ້ປະຊາຊົນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ປະຊາຊົນມີສ່ວນຮ່ວມ.

ຢູນີເທວພວກເຮົາຍາມໃດກໍຖືເອົາການພັດທະນາຕົນເອງເປັນໜ້າທີ່ສຳຄັນ ຈົນສາມາດຍົກລະດັບມາຢູ່ແຖວໜ້າໂດຍພື້ນທີ່ສັນຍານປົກຄຸມກວ້າງຂວາງ, ລະບົບເຄືອຂ່າຍໃຫຍ່ທີ່ສຸດ ແລະ ຮັບໃຊ້ລູກຄ້າຫຼາຍທີ່ສຸດຂອງສປປ ລາວ.
ໃນຍຸກປະຕິວັດອຸດສາຫະກຳ 4.0 ພວກເຮົາຢັ້ງຢືນວ່າ: ຢູນີເທວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງເປັນທາງການ ແລະ ກຽມພ້ອມຈະກາຍເປັນບໍລິສັດເຕັກໂນໂລຊີ ແລະ ການສື່ສານທີ່ນຳໜ້າໃນການປະຕິວັດຫັນເປັນດິຈິຕອລຂອງປະເທດ, ນຳເອົາລະບົບດິຈິຕອລເຂົ້າສູ່ການດຳລົງຊີວິດຂອງປະຊາ ຊົນທັງຈະພົວພັນຮ່ວມມືກັບລັດຖະບານ, ລັດວິສາຫະກິດໂດຍສະເພາະລັດວິສາຫະກິດການບິນລາວ ເປັນອັນດັບໜຶ່ງ.
ສຳລັບບົດບັນທຶກຄວາມເຂົ້າໃຈ ລະບຸດັ່ງນີ້G
1. ສຶກສາຄົ້ນຄວ້ານຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານຂອງລັດວິສາຫະກິດການບິນລາວ ເພື່ອຫັນປ່ຽນການເຮັດວຽກເປັນແບບດິຈິຕອລໄດ້ຫຼາຍຂຶ້ນ
2. ສຶກສາຄົ້ນຄວ້າການຈອງປີ້ຍົນ ແລະ ຊຳລະຄ່າບໍລິການຕ່າງໆຜ່ານ U-money
3. ສຶກສາຜະລິດຕະພັນ, ແລກປ່ຽນສື່ໂຄສະນາຜ່ານສະເພາະຊ່ອງທາງຂອງສອງຝ່າຍ
4. ສຶກສາ, ແລກປ່ຽນບຸກຄະລາກອນຂອງສອງຝ່າຍກ່ຽວກັບ call center ແລະ ການປະຊາສຳພັນລູກຄ້າໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງບໍລິສັດສະຕາໂທລະຄົມຈຳກັດ
5. ສຶກສາວຽກອື່ນໆທີ່ເຫັນວ່າເກີດປະໂຫຍດຕໍ່ສອງຝ່າຍ ແລະ ສັງຄົມ

