ຮ່ວມເປັນເຈົ້າການເບິ່ງແຍງເດັກຕໍ່າກວ່າ 12 ປີ ດ້ວຍຄວາມຮັບຜິດຊອບສູງ.

ດັ່ງທີ່ທ່ານຮູ້ນໍາກັນແລ້ວວ່າ ການເບິ່ງແຍງລ້ຽງດູລູກເຕົ້້າດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ແມ່ນເປັນພັນທະໜຶ່ງຂອງພໍ່ແມ່ ຫຼື ຜູ້ປົກຄອງເດັກໂດຍສະເພາະແມ່ນເດັກທີ່ມີອາຍຸຕໍ່າກວ່າ 12 ປີທັງນີ້ກໍ່ເພື່ອຫຼີກລ້ຽງການໃຊ້ແຮງງານເດັກທີ່ຜິດກົດໝາຍຊຶ່ງອາດເຮັດໃຫ້ເປັນຜົນສະທ້ອນຕໍ່ສະພາບເສດຖະກິດ, ວັດທະນະທໍາ ແລະ ສັງຄົມຂອງປະເທດເຮົາ.
ໃນສັງຄົມລາວປະຈຸບັນ ໂດຍສະເພາະແມ່ນຢູ່ໃນຕົວເມືອງໃຫຍ່, ບັນດາທ່ານອາດຈະເຫັນເດັກຊາຍ ແລະ ເດັກຍິງທີ່ເຮັດວຽກຢູ່ຕາມຮ້ານອາຫານ, ຮ້ານກິນດື່ມ, ຮ້ານຂົນສົ່ງສິນຄ້າ, ປໍ້ານໍ້າມັນ ຫຼື ຢູ່ຕາມເຮືອນບຸກຄົນ. ພວກເຂົາເຫຼົ່ານັ້ນອອກຈາກບ້ານມາດ້ວຍຫຼາຍແນວຄວາມຄິດທີ່ແຕກຕ່າງກັນເຊັ່ນ: ບາງຄົນຄິດວ່າ ເຂົາໃຫຍ່ພໍທີ່ຈະສາມາດອອກໄປຮຽນຮູ້, ໄປເອົາປະສົບການ,ໄປຮັບຈ້າງຫາເງິນເພື່ອລ້ຽງຊີບຕົນເອງ ແລະ ເພື່ອແບ່ງເບົາພາລະຂອງພໍ່ແມ່ຜູ້ປົກຄອງ; ແຕ່ກໍຍັງມີເດັກຈໍານວນໜຶ່ງທີ່ຖືກພໍ່ແມ່ບັງຄັບໃຫ້ອອກໂຮງຮຽນ ແລະ ອອກເຮືອນໄປ ເພື່ອຫາເງິນສົ່ງໃຫ້ພໍ່ແມ່ ແລະ ຜູ້ມີພະຄຸນ ທັງໆທີ່ເຂົາຍັງບໍ່ເຖິງເກນອາຍຸທີ່ສາມາດເຮັດວຽກ ຕາມທີ່ໄດ້ກໍານົດໃນກົດໝາຍແຮງງານ.
ຂ້າພະເຈົ້າໄດ້ມີໂອກາດລົມກັບນາງນ້ອຍຜູ້ໜຶ່ງອາຍຸ 12 ປີຢູ່ ເມືອງປາກກະດິງ, ແຂວງບໍລິຄໍາໄຊ. ຊຶ່ງລາວເຄີຍເຮັດວຽກຢູ່ປໍ້າມັນແຫ່ງໜຶ່ງເປັນເວລາ 3 ປີ, ລາວເປັນລູກກໍາພ້າ, ພໍ່ຕາຍແຕ່ຕອນອາຍຸລາວໄດ້2 ປີປາຍ.ຈາກນັ້ນ, ແມ່ຂອງລາວກໍໍໄດ້ແຕ່ງງານກັບພໍ່ໃໝ່ ແລະ ມີລູກສາວນໍາກັນອີກຄົນໜຶ່ງ. ດ້ວຍການຊ່ວຍເຫຼືອຂອງແມ່ເຖົ້າຊຶ່ງມີອາຊີບເຮັດນາ ແລະ ຕໍ່າຫູກ ຈຶ່ງສາມາດສົ່ງເສີມໃຫ້ລາວໄດ້ຮຽນຈົບຊັ້ນປະຖົມ ແລະ ຮຽນຕໍ່ມັດທະຍົມຕອນຕົ້ນ,ແຕ່ພໍຂຶ້ນຊັ້ນມັດທະຍົມ ປີທີ 2,ແມ່ເຖົ້າລາວໄດ້ເສຍຊີວິດ ແລະ ແມ່ຂອງລາວກໍ່ໄດ້ໃຫ້ອອກໂຮງຮຽນ ເພື່ອໄປເຮັດວຽກຢູ່ປໍ້າມັນແຫ່ງໜຶ່ງຊຶ່ງຫ່າງໄກຈາກບ້ານເກີດ.
ຢູ່ທີ່ປໍ້ານໍ້າມັນ,ຕອນກາງເວັນ ລາວເປັນຜູ້ຂາຍນໍ້າມັນດ້ວຍການບີບໃສ່ລົດແຕ່ລະຄັນ, ບາງມື້ກະບີບໃສ່ຖັງ 20 ລິດແລ້ວຍົກຂຶ້ນໃສ່ລົດໃຫ້ຜູ້ມາຊື້ນໍາອີກ. ໃນຕອນແລງ ຫຼັງຈາກປິດປໍ້າແລ້ວ, ລາວຕ້ອງໄດ້ຊ່ວຍເຈົ້າຂອງປໍ້າເພື່ອແຕ່ງຢູ່ຄົວກິນ, ລ້າງຖ້ວຍບ່ວງ ແລະ ເຮັດວຽກເຮືອນການຊານອື່ນໆນໍາອີກ.ລາວເຂົ້້ານອນເດິກທຸກຄືນ ແລະ ກໍຕື່ນແຕ່ 4 ໂມງເຊົ້າທຸກມື້ເພື່ອມາປັດກວດເດີ່ນປໍ້າ ແລະ ຫົດຕົ້ນດອກໄມ້ທີ່ຢູ່ບໍລິເວນອ້ອມຂ້າງປໍ້າ ກ່ອນທີ່ຈະໄປອາບນໍ້າແຕ່ງຕົວມາຂາຍນໍ້າມັນ. ການເຮັດວຽກແບບນີ້ທຸກໆມື້, ເຮັດໃຫ້ລາວມີເວລາພັກຜ່ອນຫນ້ອຍບໍ່ຮອດ 8 ຊົ່ວໂມງຕໍ່ມື້. ບໍ່ພຽງແຕ່ເທົ່ານັ້ນ, ໃນການຂາຍນໍ້າມັນ, ບາງມື້ ກໍຂາຍບໍ່ໄດ້ເງິນຄົບຕາມຈໍານວນລິດ ແລະ ບາງມື້ກໍ່ຍັງທອນເງິນຜິດ ຊຶ່ງບໍ່ສາມາດສົ່ງເງິນໃຫ້ເຈົ້າຂອງປໍ້າຄົບຕາມກໍານົດ, ລາວຕ້ອງເປັນໜີ້ ແລະ ຖືກຈົດໄວ້ເພື່ອຫັກລົບອອກຈາກເງິນເດືອນ,ຊຶ່ງເລື່ອງນີ້ກໍເຮັດໃຫ້ລາວມີຄວາມກົດດັນເຊັ່ນກັນ.
ເປັນເວລາ 3 ປີທີ່ນາງນ້ອຍຜູ້ນີ້ໄດ້ຂາຍແຮງງານໃຫ້ກັບນາຍຈ້າງ ໂດຍການໃຊ້ເຫື່ອແຮງແລກກັບເງິນ ເພື່ອສົ່ງໃຫ້ແມ່ເພື່ອທົດແທນບຸນຄຸນ. ດ້ວຍການເຮັດວຽກໜັກ ທັງສູດດົມເອົາອາຍນໍ້າມັນທຸກມື້ໆ ສົມທົບກັບ ການພັກຜ່ອນບໍ່ພຽງພໍແລະ ກິນອາຫານກໍບໍ່ຄົບໝວດໝູ່ ຈຶ່ງເຮັດໃຫ້ລາວປ່ວຍ ເປັນໄຂ້, ໄອແກ່ຍາວ, ອ່ອນເພຍ, ຮ່າງກາຍຈ່ອຍຜອມ ຕ້ອງໄດ້ໄປໂຮງໝໍເປັນປະຈໍາ, ຊຶ່ງເຮັດໃຫ້ເງິນຄ່າຮັບຈ້າງທີ່ໄດ້ມາກໍບໍ່ພໍຄ່າຢາ ແລະ ຄ່າປິ່ນປົວ. ລາວພະຍາຍາມສູ້ ແຕ່ກໍຮູ້ສຶກວ່າ ຮ່າງກາຍສູ້ຕໍ່ໄປບໍ່ໄຫວອີກແລ້ວ,ລາວຈຶ່ງຕັດສິນໃຈກັບຄືນບ້ານເກີດເມືອຢູ່ນໍາແມ່.
ຈາກເລື່ອງລາວທີ່ກ່າວມາຂ້າງເທິງນັ້ນເຫັນວ່າມັນຜີດຕໍ່ກົດໝາຍແຮງງານ ແລະ ຂໍ້ຕົກລົງ ວ່າດ້ວຍການກຳນົດ ວຽກທີ່ເປັນອັນຕະລາຍ ທີ່ຫ້າມນຳໃຊ້ແຮງງານໄວໜຸ່ມ ເລກທີ 4182/ຮສສ ລົງວັນທີ 23 ພະຈິກ 2016
ການກະທຳດັ່ງກ່າວແມ່ນບໍ່ສົມຄວນເພາະຂັດຕໍ່ກົດໝາຍທີ່ວາງໄວ້ ດັ່ງຕົວຢ່າງ ທີ່ນາງນ້ອຍຍັງບໍ່ເຖິງເກນອາຍຸທີ່ສາມາດເຮັດວຽກ (ອາຍຸພຽງ 12 ປິ), ໄດ້ເຮັດວຽກກ່ຽວກັບນ້ຳມັນ ເຊິ່ງເປັນທາດເຄມີ, ເຮັດວຽກຫລາຍຊົ່ວໂມງ ບໍ່ໄດ້ພັກຜ່ອນພຽງພໍ, ແບກຫາບເກີນນໍ້າໜັກທີ່ກຳນົດສຳລັບເດັກນ້ອຍ ອາຍູລະຫວ່າງ 15 ຫາ 16 ປີ ແມ່ນ ຜິດຕໍ່ຂໍ້ຕົກລົງວ່າດ້ວຍການກຳນົດ ວຽກທີ່ເປັນອັນຕະລາຍ ທີ່ຫ້າມນຳໃຊ້ແຮງງານໄວໜຸ່ມ ເລກທີ 4182/ຮສສ ລົງວັນທີ 23 ພະຈິກ 2016.ໄດ້ຮັບຄ່າຈ້າງພຽງ500.000 ກີບຕໍ່ເດືອນຊື່ງຕໍ່າກວ່າເງິນເດືອນຂັ້ນຕໍ່າທີ່ກົດໝາຍກໍານົດເພື່ອແລກກັບການເສຍສຸຂະພາບ. ຖ້າໃນສັງຄົມລາວຍັງມີການນຳໃຊ້ແຮງງານເດັກ ດັ່ງກໍລະນີຂອງນາງນ້ອຍ ມັນຈະສົ່ງຜົນກະທົບໃນໄລຍະຍາວຕໍ່ເດັກ ເຊັ່ນ: ເດັກເສຍສຸຂະພາບ, ເດັກບໍ່ໄດ້ຮັບການສຶກສາ, ຖ້າເດັກບໍ່ໄດ້ຮັບການສຶກສາ ເດັກກໍບໍ່ໄດ້ພັດທະນາຕົນເອງແລ້ວກໍຈະກາຍເປັນອຸປະສັກໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ ແຫ່ງຊາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ 2030.
ສະນັ້ນ, ຜູ້ທີ່ເປັນພໍ່ແມ່ ແລະ ພວກເຮົາທຸກຄົນໃນສັງຄົມຕ້ອງພ້ອມກັນຫັນມາເອົາໃຈໃສ່ໃນການລ້ຽງດູລູກເຕົ້າ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ,ສູ້ຊົນອົດທົນສົ່ງເສີມເດັກໃຫ້ໄດ້ຮັບການສຶກສາຮຽນໃຫ້ຈົບເພື່ອຈະມີວຽກເຮັດງານທຳທີ່ມີກຽດແລະ ເປັນທຳ ຜູ້ທີ່ເປັນນາຍຈ້າງ ກໍ່ບໍ່ຄວນສວຍໂອກາດໃຊ້ແຮງງານເດັກທີ່ດ້ອຍໂອກາດ ມາສ້າງເສດຖະກິດໃຫ້ຕົນເອງຮັ່ງມີ ແຕ່ເດັກພັດໄດ້ຮັບຜົນກະທົບທາງດ້ານສຸຂະພາບ, ຈິດໃຈແລະມັນສະໝອງ ຖ້າຜູ້ປົກຄອງສູ້ຊົນສົ່ງເສີມລູກໃຫ້ຮຽນຈົບ ແລະ ນາຍຈ້າງ ຢຸດໃຊ້ແຮງງານເດັກ ເຊື່ອແນ່ວ່າ ໃນໄລຍະຍາວພວກເຮົາຈະກ້າວເຂົ້າສູ່ການຫຼຸດພົ້ນຈາກຄວາມທຸກຍາກແນ່ນອນ ດັ່ງຄຳສຸພາສິດທີ່ວ່າ: “ເກົ້າອົດເກົ້າເຍື້ອນຫາກຈະໄດ້ທ່ອນຄຳ”.
ແຫຼ່ງຂໍ້ມູນອ້າງອີງ
- ນິຍາມຂອງແຮງງານເດັກຂໍ້ມູນຈາກ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມອົງການແຮງງານສາກົນ(ໄອໂລ/ILO) ແລະ.
“ນິຍາມແຮງງານເດັກ: ແຮງງານເດັກແມ່ນໝາຍເຖິງການໃຫ້ເດັກທີ່ມີອາຍຸຕໍ່າກ່ວາ 18 ປີເຮັດວຽກໃນສະຖານທີ່ຕ່າງໆເຊັ່ນ:
- ເຮັດວຽກໃນຂະແໜງການ, ອາຊີບຫຼືສະຖານທີ່ໆເປັນອັນຕະລາຍຕໍ່ຮ່າງກາຍແລະມັນສະໝອງຫຼຄວາມຮູ້ສຶກຂອງເດັກ.
- ເຮັດວຽກໂດຍກະທົບຕໍ່ການເຂົ້າໂຮງຮຽນຫຼືບັງຄັບໃຫ້ເດັກຕ້ອງອອກໂຮງຮຽນກ່ອນໄວຫຼືທັງຮຽນທັງເຮັດວຽກໜັກຫຼາຍຊົ່ວໂມງເຮັດໃຫ້ເດັກເສຍໂອກາດໃນການເຂົ້າໂຮງຮຽນ.
- ເຮັດວຽກເກີນເວລາປົກກະຕິລວມທັງເດັກທີ່ມີອາຍຸຕໍ່າກວ່າ 12 ປີທີ່ເຮັດວຽກເສດຖະກິດໂດຍໄດ້ຮັບຄ່າຕອບແທນ.”
- ຂໍ້ຕົກລົງວ່າດ້ວຍການກຳນົດ ວຽກທີ່ເປັນອັນຕະລາຍ ທີ່ຫ້າມນຳໃຊ້ແຮງງານໄວໜຸ່ມເລກທີ 4182/ຮສສ ລົງວັນທີ 23 ພະຈິກ 2016. ຂໍ້ມູນຈາກກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ *
- ບົດເລຶ່ອງໄດ້ມາຈາກການບອກເລົ່າເຫດການຈິງທີ່ເກີດຂຶ້ນຢູ່ບ້ານໜຶ່ງຂອງເມືອງປາກກະດິງ, ແຂວງບໍລິຄໍາໄຊ.
ຂຽນໂດຍ: ພົງຈັນ ພົງໄຕຣຈັກ ນັກຝຶກອົບຮົມການໂຄສະນາຢຸດໃຊ້ແຮງງານເດັກ

